ການເຄື່ອນໄຫວຂອງ ທ່ານລັດຖະມົນຕີການ ຕ່າງປະເທດຟ້າມບິງມິງ ຢູ່ນອກກອງປະຊຸມ AMM 46

ການເຄື່ອນໄຫວຂອງ ທ່ານລັດຖະມົນຕີການ ຕ່າງປະເທດຟ້າມບິງມິງ ຢູ່ນອກກອງປະຊຸມ AMM 46  - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຟ້າ​ມບິງ​ມິ​ງ ແລະ

ທ່ານລັດຖະມົນຕີການ​ຕ່າງປະ​ເທດ ​ແລະ ການ​ຄ້າ​ບຣູ​ໄນ

(ພາບ:phambinhminh.net)

(vovworld)- ວັນ​ທີ 30/6, ຢູ່​ນອກ​​ກອງ​ປະຊຸມ​ລັດຖະມົນຕີການ​ຕ່າງປະ​ເທດ​ອາ​ຊຽນ ຄັ້ງທີ 46 (AMM 46)  ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ຢູ່​ບຣູ​ໄນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຟ້າ​ມບິງ​ມິ​ງ ​ໄດ້​ມີ​ການ​ພົບ​ປ​ະສອງ​ຝ່າຍ​ກັບລັດຖະມົນຕີການ​ຕ່າງປະ​ເທດບັນດາ​ປະ​ເທດ​ບຣູ​ໄນ, ຍີ່ປຸ່ນ, ສ​ເກົາຫລີ ​ແລະ ນອກ​ແວ.

   ທີ່​ການ​ພົບ​ປະ​ກັບ​ທ່ານລັດຖະມົນຕີການ​ຕ່າງປະ​ເທດ ​ແລະ ການ​ຄ້າ​ບຣູ​ໄນ Mohamed Bolikiah, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຟ້າ​ມບິງ​ມິ​ງ ປາດ​ຖະໜາ​ວ່າ: ບຣູ​ໄນ ຈະ​ສືບ​ຕໍ່​ສົມທົບ​ກັບ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ອາ​ຊຽນອື່ນ ຍູ້​ໄວ​ວິວັດ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ແລະ ຊຸກຍູ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມຂອງ​ອາ​ຊຽນ​ໃນ​ບັນດາ​ບັນຫາ​ສຳຄັນ. ​ລັດຖະມົນຕີ​ທັງ​ສອງ​ທ່ານເຫັນ​ດີ​ນຳ​ກັນ​ວ່າຈະ​ຈັດການ​ປະຊຸມ​ຂອງ​ຄະນະ​ກຳມະການ​ປະສົມ​ຂັ້ນລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ-​ບຣູ​ໄນ ຄັ້ງປະຖົມ ມະ​ເລິກ​ໂດຍ​ໄວ.

  ທີ່​ການ​ພົບ​ປະ​ກັບ​ທ່ານລັດຖະມົນຕີການ​ຕ່າງປະ​ເທດ ຍີ່ປຸ່ນ Fumio Kishida, ທ່ານ​ລັດຖະມົນຕີ​ທັງ​ສອງ​ເຫັນ​ດີ​ວ່າ, ສອງ​ຝ່າຍ​ຕ້ອງ​ຈັດການ​ປະຊຸມ​ຄະ​ນຳ​ກຳມະ ການ​ຮ່ວມ​ມື​ຫວຽດນາມ-​ຍີ່ປຸ່ນ ຄັ້ງທີ 5 ຢູ່​ໂຕ​ກຽວ ​ໂດຍ​ໄວ ​ເພື່ອ​ແນ​ໃສ່​ແລກປ່ຽນ​ຄຳ​ເຫັນ, ກວດ​ຄືນ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ວາງ​ອອກ​ບັນດາ​ທິດ​ທາງ ​ແລະ ມາດ​ຕະການ​ລະອຽດ ​ເພື່ອ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າ​ງສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

 ​ໃນການ​ພົບ​ປະ​ກັບ​ທ່ານລັດຖະມົນຕີການ​ຕ່າງປະ​ເທດສ​ເກົາຫລີ Yun Byung Se, ​ລັດຖະມົນຕີ​ທັງ​ສອງທ່ານ​ ໄດ້​ສະ​ເໜີບາງ​ມາດ​ຕະການ​ລະອຽດ​ເພື່ອ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​​ຢ່າງ​ເລິກ​ເຊິ່ງກວ້າງຂວາງ ​ແລະ ຮອບດ້ານ​ໃນ​ໄລຍະ​ຈະ​ມາ​ເຖິງຄື: ສືບ​ຕໍ່​ຮັກສາ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນສູງ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ການ​ຄ້າ-​ການ​ລົງທຶນ.

  ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຟ້າ​ມບິງ​ມິ​ງ ​ແລະ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ນອກ​ແວ Espen Barth Eide ສະ​ແດງ​ຄວາມ​​ເພິງ​ພໍ​ໃຈ​ຕໍ່​ການ​ພັດທະນາ​ອັນຕັ້ງໜ້າ​ຂອງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ບັນດາ​ຂົງ​ເຂດການ​ເມືອງ, ການ​ຕ່າງປະ​ເທດ, ການ​ຄ້າ, ການ​ລົງທຶນ, ການ​ສຶກສາ​ບຳລຸງ​ສ້າງ ​ແລະ ການ​ຮ່ວມ​ມື​ພັດທະນາ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຟ້າ​ມບິງ​ມິ​ງ ອວຍພອນ​ນອກ​ແວ ​ໄດ້​ເຊັນ​ສົນທິສັນຍາ​ສະໜິດສະໜົມ ​ແລະ ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ (TAC) ຢ່າງ​ເປັນ​ທາງ​ການ ​ແລະ ຫວັງ​ວ່າ​ນອກ​ແວ ​ຈະ​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຕໍ່​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ.

 

ຂ່າວ/ບົດ​ອື່ນ