ການເຄື່ອນໄຫວຂອງ ນາຍົກລັດຖະມົນຕີ ຫງວຽນເຕິນຢຸງຢູ່ ກອງປະຊຸມຂັ້ນສູງອນຊຽນ 23

ການເຄື່ອນໄຫວຂອງ ນາຍົກລັດຖະມົນຕີ   ຫງວຽນເຕິນຢຸງຢູ່ ກອງປະຊຸມຂັ້ນສູງອນຊຽນ 23 - ảnh 1

ທ່ານຫງວຽນ​ເຕິ​ນຢຸງ​ເຂົ້າຮ່ວມກອງ​ປະຊຸມຂັ້ນສູງ​ອາ​ຊຽນ 23

(ພາບ: baocongthuong.com.vn)

 (vovworld)- ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມຂັ້ນສູງ​ອາ​ຊຽນ 23 ຈັດ​ຂຶ້ນ​ໃນ​ວັນ​ທີ 9/10 ຢູ່​ນະຄອນຫຼວງ Bandar Seri Begawan ຂອງ​ບຣູ​ໄນ​, ທ່ານນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ຍົກ​ອອກ​ໜ້າ​ທີ່​ບຸລິມະ​ສິດ ​ແລະ ວິ​ໄສ​ທັດ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນສາມັກ​ຄີ, ຮ່ວມ​ສຳພັນ, ​ໝັ້ນຄົງ​ເຂັ້ມ​ແຂງ ​ແລະ ​ເສີມ​ຂະຫຍາຍ​ບົດບາດຕົ້ນຕໍ​ໃນ​ການ​ຮັບປະກັນ​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ການ​ພັດທະນາ​ວັດທະນາ​ຖາວອນ​ໃນ​ພາກ​ພື້ນ.

   ທ່ານນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ຊີ້​ແຈງ​ວ່າ: ອາ​ຊຽນ ຕ້ອງ​ມີ​ຄວາມ​ຕັດສິນ​ໃຈ​ສູງ​ສຸດ​ເພື່ອ​ສ້າງ​ປະຊາ​ຄົມ​ອາ​ຊຽນສຳ​ເລັດ​ໃນ​ປີ 2015 ພ້ອມ​ທັງ​ວາງ​ອອກ​ວິ​ໄສ​ທັດ​ເພື່ອ​ໃຫ້​ອາ​ຊຽນ ສືບ​ຕໍ່​ພັດທະນາ​ຢ່າງໝັ້ນຄົງ​ເຂັ້ມ​ແຂງ​ໃນ​ໄລຍະ​ຫຼັງ​ປີ 2015, ​ເປັນ​ປະຊາ​ຄົມ​ມີຄວາມ​ສະໜິດ​ຕິດ​ພັນ​ດ້ານ​ການ​ເມືອງ, ​ເສດຖະກິດ, ພ້ອມ​ກັນ​ແບ່ງປັນ​ບັນດາ​ຄວາມ​ຮັບຜິດຊອບ​ສັງຄົມ, ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ຢ່າງ​ມີ​ປະ​ສິດທິ​ຜົນ…

  ທ່ານນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ຊົມ​ເຊີຍ​ໝາກຜົນ​ການ​ທາ​ບທາມ​ຄວາ​ມເຫັນທາງ​ການຄັ້ງທຳ​ອິດ​ລະຫວ່າງ​ອາ​ຊຽນ-ຈີນ ກ່ຽວ​ກັບ COC ພ້ອມ​ທັງ​ສະ​ເໜີ​ໃຫ້​ອາ​ຊຽນ ​ແລະ ຈີນ ຕ້ອງ​ມານະ​ພະຍາຍາມ​ເພື່ອ​ຊຸກຍູ້​ການ​ເຈລະຈາ​ແທດ​ຈິງ ​ແລະ ບັນລຸ​ໄດ້​ຂໍ້​ກຳນົດ COC ​ໂດຍ​ໄວ. ທ່ານ​ຍັງ​ຕີ​ລາຄາ​ສູງຄວາມ​ມານະ​ພະຍາຍາມ ​ແລະ ການປະກອບສ່ວນຂອງ​ໄທ​ ​ໃນ​ຖານະ​ເປັນ​ປະ​ເທດ​ປະສານ​ການ​ພົວພັນ​ໂອ້ລົມ​ສົນທະນາ​ອາ​ຊຽນ-ຈີນ.

   ທີ່​ກອງ​ປະຊຸມ, ທ່ານນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ພ້ອມ​ກັບ​ການ​ນຳ​ບັນດາ​ປະ​ເທດ​ອາ​ຊຽນ ຮັບຮອງ​ເອົາ​ຖະ​ແຫຼ​ງການ​ກ່ຽວ​ກັບ​ຄວາມ​ຕັດສິນ​ໃຈ​ສ້າງ​ວິ​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນ ຫຼັງປີ 2015. ກອງ​ປະຊຸມ​ຂັ້ນສູງ​ອາ​ຊຽນ ຄັ້ງທີ 23 ກໍ່​ຮັບຮອງ​ເອົາ​ບັນດາ​ຖະ​ແຫຼ​ງການ​ສຳຄັນ, ​ໃນ​ນັ້ນມີ​ຖະ​ແຫຼ​ງການ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​​ຊີວິດສັງຄົມ, ນັກທຸລະກິດ​ໜຸ່ມ, ປ້ອງ​ກັນ ​ແລະ ຕ້ານ​ໄພ​ທຳ​ມະ​ຊາດ, ປ້ອງການ, ຕ້ານ​ພະຍາດ​ບໍ່​ຕິດ​ແປດ....

ຫວຽດນາມພ້ອມ​ກັບ​ອາ​ຊຽນ ​ເພີ່​ມທະວີ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື

   ສິ້ນ​ສຸດ​ກອງ​ປະຊຸມຂັ້ນສູງ​ອາ​ຊຽນ ຄັ້ງທີ 23​ ໃນຕອນ​ບ່າຍ​ວັນ​ທີ 9/10 ຢູ່​ບຣູ​ໄນ, ທ່ານນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ​ເຂົ້​າຮ່ວມ​ກອງ​ປະຊຸມ​ຂັ້ນສູງ​ລະຫວ່າງ​ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື​ຄື: ຍີ່ປຸ່ນ, ສ​ເກົາຫຼີ ​ແລະ ຈີນ ຄັ້ງທີ 16.

 ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຂັ້ນສູງ​ອາຊຽນ-ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ຖື​ວ່າ: ສອງ​ຝ່າຍ​ຕ້ອງ​ຍູ້​ແຮງ​ການ​ເຊື່ອມ​ຈອດ​ພາກ​ພື້ນ, ພິ​ເສດ​ແມ່ນ​ກ່ຽວ​ກັບ​ພື້ນຖານ​ໂຄງ​ລ່າງ, ການ​ພົບປະ​ແລກປ່ຽນ ປຊຊ, ​ເພີ່ມ​ທະວີ​ສົມທົບ​ກັນ​ປະ​ເຊີນ​ໜ້າ​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ໃນ​ພາກ​ພື້ນ ​ແລະ​ ທົ່ວ​ໂລກ. ອາ​ຊຽນ ​ແລະ ຍີ່ປຸ່ນ ຕ້ອງ​ສະໜັບສະ​ໜູນ​ເລື່ອງ​ອາ​ຊຽນ ​ແລະ ຈີນ ສືບ​ຕໍ່​ເຈລະຈາ, ທາ​ບທາມ​ຄວາມ​ເຫັນ ​ແລະ ຜັນ​ຂະຫຍາຍ​ຖະ​ແຫຼ​ງການ DOC ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະ​ສິດທິ​ຜົນ ​ໄປ​ຄຽງຄູ່​ກັບ​ການ​ເຈລະຈາ​ທາງ​ການ ​ແລະ ​ແທດ​ຈິງ​ເພື່ອ​ບັນລຸ​ຂໍ້​ກຳນົດ COC​ ໄດ້.

  ທີ່​ກອງ​ປະຊຸມ​ຂັ້ນສູງ​ອາຊຽນ-ສ.​ເກົາຫຼີ, ທ່ານນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ສະ​ເໜີ​ວ່າ: ​ໃນ​ໄລຍຈະ​ມາ​ເຖິງ, ສອງ​ຝ່າຍຕ້ອງ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນດາຂົງ​ເຂດ​ໃຫ້​ບຸລິມະສິດ ​ແລະ ​ເນັ້ນໜັກ​ວ່າ: ຫວຽດນາມ ຖື​ການ​ຮ່ວມ​ມື​ຮອບດ້ານ​ແມ່​ຂອງ-​ສ.​ເກົາຫຼີ ​ໃນ​ວິວັດ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ເປັນ​ສຳຄັນ. ຫວຽດນາມ ມີ​ຄວາມ​ເປັນ​ກຽດຈັດຕັ້ງ​ເວລທີ​ປາ​ໄສ​ວິ​ສາ​ຫະກິດ​ແມ່​ຂອງ-​ສ.​ເກົາຫຼີ ຄັ້ງທີ 2 ປີ 2014 ​ແລະ ປາດ​ຖະໜາ​ວ່າ ສ.​ເກົາຫຼີ​ ຈະສະໜັບສະໜູນ ​ແລະ ຮ່ວມ​ມື​ກັບ​ຫວຽດນາມ ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ດັ່ງກ່າວ.

  ທີ່​ກອງ​ປະຊຸມ​ຂັ້ນສູງ​ອາຊຽນ-ຈີນ ຄັ້ງທີ 16, ທ່ານນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ​ເນັ້ນໜັກ​ວ່າ: ນີ້​ກໍ່​ແມ່ນ​ກອງ​ປະຊຸມ​ຂັ້ນສູງ ລະນຶກ 10 ປີ​ແຫ່​ງສາຍ​ພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ອາ​ຊຽນ-ຈີນ. ທ່ານ​ຊີ້​ແຈງ​ວ່າ: ອາ​ຊຽນ ຖື​ເປັນ​ສຳຄັນ ​ແລະ ຖື​ວ່າ: ການ​ສ້າງຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ໄວ ​ແມ່ນ​ມີ​ລັກສະນະ​ສັງ​ລວມ ​ແລະ ຜູກ​ມັດ ຈະ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຮັບປະກັນ​ສັນຕິພາບ, ສະຖຽນລະ​ພາບ ​ແລະ ຄວາມປອດ​ໄພ​ການ​ເດີນ​ທະ​ເລຢູ່​ພາກ​ພື້ນ​ເປັນ​ຢ່າງ​ດີ​ກ່ວາ.

​ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ທ່ານນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ກໍ​ໄດ້​ເຂົ້າຮ່ວມ ກອງ​ປະຊຸມ​ຂັ້ນສູງ​ອາຊຽນ-ອາ​ເມ​ລິ​ກາ ຄັ້ງທີ 1.

ການເຄື່ອນໄຫວຂອງ ນາຍົກລັດຖະມົນຕີ   ຫງວຽນເຕິນຢຸງຢູ່ ກອງປະຊຸມຂັ້ນສູງອນຊຽນ 23 - ảnh 2
ທ່ານ​ນາຍົກລັດຖະ​ມົນຕີ ຫງວຽນ​ເຕີນ​ຢູງ ​ແລະ ປະ​ທານາ​ທິບໍດີ
ມ້ຽນ​ມາ Thein Sein
ພາບ:chinhphudientu.vn

ຊຸກຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ ຫວຽດນາມ-ມ້ຽນ​ມາ

ຢູ່​ນອກ​ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ 23 ຈັດ​ຂຶ້ນ​ຢູ່ ບຣູ​ໄນ, ວັນ​ທີ 9/10, ​ເມ​່ືອພົບ​ປະ​ແລກປ່ຽນຄຳ​ເຫັນ​ກັບ​ປະ​ນາ​ທິບໍດີ ມ້ຽນ​ມາ Thein Sein, ທ່ານ​ນາຍົກລັດຖະ​ມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ເນ​ັ້ນຫນັກ​ເຖິງ​ນະ​ໂຍບາຍ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ຫວຽດນາມ​ແມ່ນ​ຖື​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ​ກັບ​ມ້ຽນ​ມ​າ​ເປັນ​ສຳຄັນ ​ແລະ ປາດ​ຖະຫນາ​ຢາກ​ນຳ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ​ກວ່າ. ທ່ານ​ນາຍົກລັດຖະ​ມົນຕີ ຫງວຽນ​ເຕີນ​ຢູງ ສະ​ເຫ​ນີລັດຖະ​ບານ ມ້ຽນ​ມາ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ເຄ່ືອນ​ໄຫວ​ຢູ່ ມ້ຽນ​ມາ, ຊຸກຍູ້​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ. ປະທານາທິບໍດີ​ ມ້ຽນ​ມາ Thein Sein ຢືນຢັນ: ມ້ຽນ​ມາ​ປາດ​ຖະຫນາ​ກຢາກ​ເພີ່ມ​ທະວີ​ຊຸກຍູ້​ການ​ຮ່ວມ​ມື​ກັບ​ຫວຽດນາມ​ໃນ​ທຸກ​ຂົງ​ເຂດ ​ແລະ ສະ​ແດງ​ຄວາມ​ປາດ​ຖະຫນາ​ຢາກ​ຫວຽດນາມ ​ແບ່ງປັນ​ບົດ​ຮຽນ​ໃນ​ປີ ມ້ຽນ​ມາ ຮັບບົດບາ​ດ​ເປັນ​ປະທານ ອາ​ຊຽນ ​ແລະ ສະ​ເຫ​ນີ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະວີາການ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ.

 

ຂ່າວ/ບົດ​ອື່ນ