ການເຄື່ອນໄຫວຂອງທ່ານ ປະທານປະເທດ Truong Tan Sang ຢູ່ສະຫະພັນ ລັດເຊຍ


ການເຄື່ອນໄຫວຂອງທ່ານ ປະທານປະເທດ Truong Tan Sang ຢູ່ສະຫະພັນ ລັດເຊຍ - ảnh 1
ທ່ານ​ປະທານ​ປະ​ເທດ Truong Tan Sang ​ແລະ ທ່ານປະທານ​ພັກ​ກອມ​ມູນິດ​ສະຫະພັນ ລັດ​ເຊຍ Gennady Andreyevich Zyuganov
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ສະຫະພັນ ລັດ​ເຊຍ ຢ່າງ​ເປັນ​ທາງ​ການ, ຕອນ​ເຊົ້າວັນ​ທີ 30/7, ຢູ່​ວັງ Kremlin, ທ່ານ​ປະທານ​ປະ​ເທດຫວຽດນາມ Truong Tan Sang ​ໄດ​້​ໃຫ້ການ​ຕ້ອນຮັບທ່ານປະທານ​ພັກ​ກອມ​ມູນິດ​ສະຫະພັນ ລັດ​ເຊຍ Gennady Andreyevich Zyuganov, ພົບ​ປະ​ກັບ​ທ່ານ Torosin, ຜູ້​ວ່າການ​ແທນ​ປະທານ​ສະພາ​ສະຫະພັນ (ຫຼື ສະພາ​ສູງ). ທ່ີ​ການ​ຕ້ອນຮັບ​ທ່ານ​ປະທານ​ພັກ​ກອມ​ມູນິດສະຫະພັນ ລັດ​ເຊຍ Gennady Andreyevich Zyuganov, ທ່ານ​ປະທານ​ປະ​ເທດ Truong Tan Sang ຢືນຢັນ​ວ່າ: ຍາມ​ໃດ​ຫວຽດນາມກໍ​ຖື​ເປັນ​ສຳຄັນ​ການ​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ບັນດາ​ປະ​ເທດ​ເພື່ອ​ນມິດ​ທີ່​ເປັນ​ມູນ​ເຊື້ອ, ກັບ​ບັນດາ​ພັກ​ກອມ​ມູນິດ, ກຳມະກອນ​ໃນ​​ໂລກ, ​ໃນ​ນັ້ນ​ໃຫ້​ບຸລິມະສິດ​ເພີ່ມ​ທະວີ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ ຖານ​ອ້າຍ​ນ້ອງ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ກັບ​ພັກ​ກອມ​ມູນິດ​ສະຫະພັນ​ລັດ​ເຊຍ.  ທ່ານປະທານ​ພັກ​ກອມ​ມູນິດ​ສະຫະພັນ ລັດ​ເຊຍ Gennady Andreyevich Zyuganov ຢືນຢັນ​ຈະ​ສືບ​ຕໍ່​ສະໜັບສະໜູນ​​ແນວທາງ​ປະຈຸ​ບັນ​ຂອງ​ການ​ນຳ​ລັດ​ເຊຍ ​ແມ່ນ​ເພີ່ມ​ທະວີ ​ແລະ ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ຫວຽດນາມ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ເມື່ອ​ພົບ​ປະ​ກັບ​ທ່ານ Torosin ຜູ້​ວ່າການ​ແທນ​ປະທານ​ສະພາ​ສະຫະພັນ (ຫຼື ສະພາ​ສູງລັດ​ເຊຍ), ທ່ານ​ປະທານ​ປະ​ເທດ Truong Tan Sang ຊົມ​ເຊີຍ​ແຜນ​ນະ​ໂຍບາຍ​ຂອງ​ສະຫະພັນ​ລັດ​ເຊຍ ​ແມ່ນ​ເພີ່​ມທະວີ​ກາ​ນພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ຫວຽດນາມ ທີ່​ໄດ້​ສະ​ແດງ​ໃຫ້​ເຫັນຜ່ານລັດຖະດຳລັດ​ຂອງ​ທ່ານ​ປະທາ​ນາ​ທິບໍດີ Putin “ກ່ຽວ​ກັບ​ເລື່ອງ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ພົວພັນຕ່າງປະ​ເທດ​ຂອງ​ສະຫະພັນ ລັດ​ເຊຍ” ​ໃນ​ໄລຍະ​ຈະ​ມາ​ເຖິງ.

​ແລະ​ກໍ​ໃນ​ຕອນ​​ເຊົ້າ​ວັນ​ທີ 30/7, ທ່ານ​ປະທານ​ປະ​ເທດ Truong Tan Sang ​​ໄດ້ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ - ລັດ​ເຊຍ. ທີ່​ເວທີ​ປາ​ໄສ​ວິ​ສາ​ຫະກິດ, ທ່ານ​ປະທານ​ປະ​ເທດ ​ໄດ້​ແຈ້ງ​ບາງ​ຂໍ້​ມູນ​ຂ່າວ​ສານກ່ຽວກັບ​ໝາ​ກຜົນ​ແຫ່ງ​ການ​​ເຈລະຈາ ກັບ​ທ່ານ​ປະທາ​ນາ​ທິບໍດີ Putin, ພົບ​ປະ ກັບ​ທ່ານ​ນາຍົກ​ລັດຖະມົນຕີ Medvedev ​ແລະ ບັນດາ​ການ​ນຳ​ອື່ນ​ຂອງສະຫະພັນ ລັດ​ເຊຍ​ລ້ວນ​ແຕ່​ບັນລຸ​ຜົນສຳ​ເລັດຢ່າງ​ດີງາມ ​ແລະ ​ເປັນ​ເອກະພາບ​ກັນ​ບັນດາ​ການ​ກຳນົດ​ທິດ​ໃຫຍ່​ເພື່ອ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງຮອບດ້ານ​ລະຫວ່າງຫວຽດນາມ - ລັດ​ເຊຍ ​ໃນ​ທົດ​ສະ​ວັດ​ໃໝ່. ທ່ານ​ປະທານ​ປະ​ເທດ Truong Tan Sang ​ເນັ້ນ​ໜັກ​ວ່າ:

“ຍາມ​ໃດລັດ​ຖະບານຫວຽດນາມ ກໍ​ຖື​ເປັນ​ສຳຄັນ, ສົ່ງ​ເສີມ ​ແລະ ສ້າງ​ທຸກ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ​ສະຫະພັນ ລັດ​ເຊຍ ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ທຸກໆ​ຂົງ​ເຂດ​ທຸລະ​ກິດ, ພິ​ເສດ​​ແມ່ນ​​ໃນ​ຂົງ​ເຂດ​ທີ່​ເປັນ​ມູນ​ເຊື້ອ​ຄື: ນ້ຳມັນ​ອາຍ​ແກ​ດ, ການ​ຄ້າ, ຂຸດ​ຄົ້ນ​​ແຮ່​ທາດ​..​.​ ຫວຽດນາມ ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ກຸ່ມ​ບໍລິສັດ, ວິ​ສາ​ຫະກິດ​ລັດ​ເຊຍ ​ເລືອກ​ເຟັ້ນຫວຽດນາມ ​ແມ່ນ​ຈຸດ​ນັດ​ພົບ​ຍຸດ​ທະ​ສາດ ​ໃນ​ການ​ເປີດ​ກ້ວາງ ​ແລະ ຮ່ວມ​ມື​ເສດຖະກິດ ກັບ​ຫວຽດນາມ ກໍ​ຄື​ພາກ​ພື້ນ ອາ​ຊຽນ.”

ວົງ​ເງິນ​ການ​ຄ້າ 2 ສົ້ນ​ຫວຽດນາມ - ລັດ​ເຊຍ ​ໄດ້​ເພີ່ມ​ຂຶ້ນ​ພໍ​ສົມຄວນ​ໃນ​ຊຸມ​ປີຜ່ານມາ, ​ແລະ ຄາ​ດວ່າ​ຈະບັນ​ລຸ 3 ຕື້ USD ​ໃນ​ປີ 2012.

ການເຄື່ອນໄຫວຂອງທ່ານ ປະທານປະເທດ Truong Tan Sang ຢູ່ສະຫະພັນ ລັດເຊຍ - ảnh 2
ທ່ານ​ປະທານ​ປະ​ເທດ Truong Tan Sang ​ເຂົ້າ​ຮ່ວມ​ພິທີ​​ເປີດ​ຕົວ​ຜະລິດ​ຕະພັນ​ນ້ຳມັນຊຸດທຳ​ອິດ ຢູ່​ບໍ່​ນຳ້​ມັນ Khosedaus ຕາ​ເວັນ​ຕົກ
(ພາບ: ສຳນັກຂ່າວສານຫວຽດນາມ)

ກ່ອນໜ້ານັ້ນ, ຕອນ​ບ່າຍ ​ແລະ ຕອນ​ຄຳ່​ວັນ​ທີ 29/7 (ຕາມ​ເວລາ​ຫວຽດນາມ​), ທ່ານ​ປະ​ທານ​ປະ​ເທດ​ຫວຽດນາມ Truong Tan Sang ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ​້ເດີນທາງ​ອອກ​ຈາກ​ນະຄອນຫຼວງ ມົດ​ສະ​ກູ ​ໄປ​ຍັງ​ນະຄອນ Narian Mar, ​ເມືອງ​ເອກເຂດ​ປົກຄອງ​ດ້ວຍ​ຕົນ​ເອງ Nhenhetxky, ສະຫະພັນ ລັດ​ເຊຍ, ​ເຊິ່ງ​ແມ່ນ​ທ້ອງ​ຖິ່ນ​ມີ​ການ​ພົວພັນ​ຮ່ວມ​ມື​ພັດທະນາ​ກັບ​ແຂວງ ບ່າ​ເຣ້ຍ - ຫວູງ​ເຕົ່າ ຂອງ​ຫວຽດນາມ. ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ເຂົ້າ​ຮ່ວມ​ພິທີ​​ເປີດ​ຕົວ​ຜະລິດ​ຕະພັນ​ນ້ຳມັນຊຸດທຳ​ອິດ ຢູ່​ບໍ່​ນຳ້​ມັນ Khosedaus ຕາ​ເວັນ​ຕົກ ຂອງ​ບໍລິສັດ​ຮ່ວມ​ທຸລະ​ກິດ​ຫວຽດນາມ - ລັດ​ເຊຍ Rusvietpetro, ຢ​​້ຽມຢາມ​ຖາມ​ຂ່າວ, ລະດົມ​ກຳລັງ​ໃຈ ​ແລະ ​ເຂົ້າ​ຮ່ວມ​ພິທີ​ມອບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 3 ​ໃຫ້​ແກ່​ໝູ່​ຄະນະ​ບໍລິສັດ​ຮ່ວມ​ທຸລະ​ກິດ​ຫວຽດນາມ - ລັດ​ເຊຍ ​ແລະ ຜູ້ອຳນວຍການ​ໃຫຍ່ Rusvietpetro. ທ່ານ​ປະທານ​ປະ​ເທດ ​ໄດ້​ຍ້ອງຍໍ​ຊົມ​ເຊ​ີຍຄວາມ​ມານະ​ພະຍາຍ​າມຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຂອງ​ໝູ່​ຄະນະ​ນັກ​ເຕັກນິກ, ກຳມະກອນ ​ແລະ ຢືນຢັນ​ໝາກຜົນ​ນີ້​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ສາຍ​ພົວພັນ​ຮ່ວມ​ມື​ຢ່າງຮອບດ້ານ​ຫວຽດນາມ - ລັດ​ເຊຍ. ທ່ານ​ປະທານ​ປະ​ເທດ Truong Tan Sang ​ເນັ້ນ​ໜັກ​ວ່າ:

“ຂ້າພະ​ເຈົ້າ​ຖື​ວ່າ, ບໍລິສັດ​ຮ່ວມ​ທຸລະ​ກິດ Rusvietpetro ​ແມ່ນ​ໂຄງການ​ບັນລຸ​ຜົນ​ສຳ​ເລັດ​ດີທີ່​ສຸດ​ຂອງ​ການ​ຮ່ວມ​ມື​ຫວຽດນາມ - ລັດ​ເຊຍ. ນີ້​ແມ່ນ​ການສະ​ແດງ​​ໃຫ້​ເຫັນ​ສິ່ງທີ່​ມີ​ຊີວິດ​ຊີວາ​ສຳລັບສາຍ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ  2 ປະ​ເທດ, ​ເປັນ​ຂີດ​ໝາຍ​​ແຫ່ງບາດກ້າວ​ກະ​ໂດດ​ຂັ້ນໃນ​ການ​ພົວພັນ​ຮ່ວມ​ມື​ດ້ານ​ນ້ຳມັນ ອາຍ​ແກ​ດລະຫວ່າງ 2 ປະ​ເທດ​ຫວຽດນາມ - ລັດ​ເຊຍ. ຂໍ​ອວຍພອນ​ໃຫ້ການ​ພົວພັນ​ຮ່ວມ​ມື​ຫວຽດນາມ - ລັ​ດເຊຍ ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ.”

ກ່າວ​ຄຳ​ເຫັນ​ໃນ​ການ​ພົບ​ປະ​ກັບ​ຜູ້​ວ່າການ​ເຂດ​ປົກຄອງ​​ຕົນ​ເອງ Nhenhetxky ທ່ານ Fedorov ​ໃນ​ຕອນ​ຄຳ່​ວັນ​ທີ 29/7, ທ່ານ​ປະທານ​ປະ​ເທດ Truong Tan Sang ​​ໄດ້​ສະ​ແດງ​ຄວາມເຊື່ອ​ໝັ້ນ​ວ່າ: ດ້ວຍ​ມູນ​ເຊື້ອ​ການ​ຮ່ວມ​ມື​ອັນດີງາມ​ລະຫວ່າງ 2 ປະ​ເທດ, ບໍລິສັດ​ຮ່ວມ​ທຸລະ​ກິດ Rusvietpetro ຈະ​ສືບ​ຕໍ່​ສ້າງ​ຜົນງານ​​ໃຫຍ່​ຫຼວງ​ຫຼາຍ​ຢ່າງ​ບົນເສັ້ນ​ທາງ​ພັດທະນາ, ປະກອບສ່ວນ​ເຮັດ​ໃຫ້​​ໂສມ​ໜ້າ​ຂອງ Nhenhetxky ມີ​ການປ່ຽນ​ແປງ ​ແລະ ​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ບໍລິສັດ​ຮ່ວມ​ທຸລະ​ກິດ​ທີ່​ບັນລຸ​ຜົນ​ສຳ​​ເລັດ​ທີ່​ສຸດ​ຂອງ 2 ປະ​ເທດ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ ​ແລະ ຄູ່​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ສະຫະພັນ ລັດ​ເຊຍ.
ການເຄື່ອນໄຫວຂອງທ່ານ ປະທານປະເທດ Truong Tan Sang ຢູ່ສະຫະພັນ ລັດເຊຍ - ảnh 3

ທ່ານ​ປະທານ​ປະ​ເທດ Truong Tan Sang ​ແລະ ທ່ານ​ປະທານາທິບໍດີ Vladimir Putin


ເນື່ອງ​ໃນ​ໂອກາດ​ນີ້, ບັນດາ​ສຳນັກ​ຂ່າວ​ສານ, ອົງການສື່​ມວນ​ຊົນ​ໃຫຍ່​ຂອງ​ລັດ​ເຊຍ ຄື Itar – Tass, Ria – Novosti ພ້ອມ​ກັບ​ບັນດາ​ຊ່ອງ​ໂທລະພາບ​ຂອງ​ລັດ​ເຊຍ ​ໄດ​້​ສືບ​ຕໍ່​ສ່ອງ​ແສງ​ການ​ຢ້ຽມຢາມ​ລັດ​ເຊຍ ຂອງ​ທ່ານປະທານ​ປະ​ເທດ​ຫວຽດນາມ Truong Tan Sang ຢ່າງ​ຈະແຈ້ງ. ສຳນັກ​ຂ່າວສານ Itar – Tass ​ແລະ Ria – Novosti ​ໄດ້​ສ່ອງ​ແສງ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ປະທານ​ປະ​ເທດ Truong Tan Sang ​ໃນ​ຊຸມ​ວັນ​ຜ່ານ​ມາ. ໜັງສືພິມ “ສະມາຊິກ​ຄະນະ​ຊາວ​ໜຸ່ມ Comxonon” ​ໄດ້​ລົງ​ພິມຮູບ​ທ່ານ​ປະທານາທິບໍດີ Vladimir Putin ກັບ​ທ່ານ​ປະທານ​ປະ​ເທດ Truong Tan Sang ພວມຍ່າງ​​ໂອ້​ລົມ​ໃນ​ສວນ​ທີ່​ບໍລິ​ເວນສຳນັກງານ​ປະທານາທິບໍດີ. ​ໃນ​ຂະນະ​ນັ້ນ, ຊ່ອງ​ໂທລະພາບ​ປະ​ເທດ​ລັດ​ເຊຍ 24 ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ນີ້ ​ແມ່ນຮູບ​ພາບ​ທີ່​ຫາ​ຍາກ ​ແລະ ທ່ານ Putin ພຽງ​ແຕ່​ຍ່າງ​ຫຼີ້ນກ່ອນ​ດຳ​ເນີນການ​ເຈລະຈາ​ກັບ​ບັນດາ​ປະມຸກ​ລັດຂອງ​ບັນດາ​ປະ​ເທດ ​ເຊິ່ງທ່ານ​ໄດ້​ຖື​ວ່າ​​ເປັນ​ໄມຕີ​ຈິດມິດຕະພາບ ​ແລະ ສະໜິດສະໜົມ. “ໜັງສືພິມ​ລັດ​ເຊຍ” ​ໄດ້​ລົງ​ພິມຮູບການ​ນຳ​ລັດ​ເຊຍ ​ແລະ ຫວຽດນາມ ທີ່​ການ​ປະຊຸມ​ຂ່າວ​ຢູ່ Sochi ດ້ວຍ​ຄຳ​ວິຈານ​ວ່າ “ການ​ພົວພັນ​ລັດ​ເຊຍ - ຫວຽດນາມ ​ໄດ້​ຖືກຍົກ​ຂຶ້ນສູ່​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ”. ໜັງສືພິມ ລັດ​ເຊຍ ຕີ​ລາຄາ​ສູງ​ຖະ​ແຫຼ​ງການ​ຂອງ​ທ່ານ​ປະທານ​ປະ​ເທດ Truong Tan Sang ທີ່​ວ່າ: ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ປຶກສາ​ຫາລື ​ກ່ຽວ​ກັບ​ແງ່​ຫວັງ​ເຂົ້າ​ຮ່ວມ​ພັນທະ​ພາບ​ພາສີ​ອາກອນ ​ເຊິ່ງລວມມີ 3 ປະ​ເທດ ລັດ​ເຊຍ, Belarus ​ແລະ Kazakhstan.

ຂ່າວ/ບົດ​ອື່ນ