ການ​ເຄ​ື່ອນ​ໄຫວ​ຂອງ​ທ່ານ​ນາງ​ຕ່ອງ​ທິ​ຟ໊ອງ​ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ ຢູ່ນອກກອງ​ປະ​ຊ​ຸມ IPU

(VOVWORLD) -ຢູ່ນອກກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ (IPU ) ຄັ້ງທີ 141 ຢູ່ນະຄອນຫຼວງ Belgrade ປະເທດເຊີບີ, ວັນທີ 16 ຕຸລາ, ທ່ານນາງ ຕ່ອງທິຟ໊ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະກັບທ່ານນາງ Maja Gojkovic ປະທານສະພາແຫ່ງຊາດ ປະເທດເຈົ້າພາບ.
ການ​ເຄ​ື່ອນ​ໄຫວ​ຂອງ​ທ່ານ​ນາງ​ຕ່ອງ​ທິ​ຟ໊ອງ​ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ ຢູ່ນອກກອງ​ປະ​ຊ​ຸມ IPU - ảnh 1

ທ່ານນາງຕ່ອງທິຟ໊ອງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ແລະ ທ່ານ ນາງ Gabriela Cuevas Barron ປະທານ IPU

ທ່ານນາງ ຕ່ອງທິຟ໊ອງ ຢັ້ງຢືນວ່າ ຫວຽດນາມຖືເປັນສຳຄັນການພັດທະນາການພົວພັນກັບບັນດາປະເທດທີ່ເປັນມູນເຊື້ອໃນເຂດພາກພື້ນ ເອີລົບຕາເວັນອອກກາງ, ໃນນັ້ນມີ ປະເທດ ເຊີບີ. ສອງປະເທດມີຄວາມສາມາດບົ່ມຊ້ອນໃນການພັດທະນາທີ່ໃຫຍ່ຫຼວງ, ເປັນຕົ້ນແມ່ນໃນບັນດາຂົງເຂດຄື ເສດຖະກິດ - ການຄ້າ, ການສຶກສາ, ກິລາ. ເຖິງຢ່າງໃດກໍ່ຕາມ, ການພົວພັນດ້ານການຄ້າລະຫວ່າງສອງປະເທດ ໃນປັດຈຸບັນ ບັນລຸໄດ້ ພຽງແຕ່ 25 ລ້ານ USD/ ປີ, ຍັງບໍ່ສົມກັບຄວາມສາມາດບົ່ມຊ້ອນຂອງທັງສອງປະເທດເທື່ອ. ໃນໄລຍະຈະມາເຖິງ, ສອງປະເທດຕ້ອງສຸມໃສ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຄື ເສດຖະກິດ, ການຄ້າ, ພະລັງງານ, ວັດທະນະທຳ, ການພົວພັນແລກປ່ຽນປະຊາຊົນ.

        ສ່ວນທ່ານນາງ Maja Gojkovic ໄດ້ແບ່ງປັນວ່າ ກອງປະຊຸມສະມັດຊາໃຫຍ່ IPU – 141 ີ້ແມ່ນໜຶ່ງໃນບັນດາກອງປະຊຸມສະມັດຊາທີ່ດຶງດູດເອົາການເຂົ້າຮ່ວມຂອງບັນດາສະມາຊິກລັດຖະສະພາຫຼາຍທີ່ສຸດ ນັບແຕ່ກ່ອນມາຮອດປັດຈຸບັນ ໂດຍມີການເຂົ້າຮ່ວມຂອງ ປະທານສະພາແຫ່ງຊາດເກືອບ 80 ຄົນ ແລະ ຮອງປະທານສະພາແຫ່ງຊາດ ເກືອບ 60 ຄົນ ພ້ອມກັບສະມາຊິກສະພາແຫ່ງຊາດ, ຜູ້ແທນ, ຜູ້ຕາງໜ້າໃຫ້ແກ່ບັນດາອົງການຈັດຕັ້ງສາກົນ ກ່ວາ 2500 ຄົນ. ຫວຽດນາມ ແລະ ເຊີບີລ້ວນແຕ່ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງ IPU ແລະ ທັງສອງປະເທດຄວນເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນປະກອບສ່ວນຍົກສູງບົດບາດ ແລະ ທີ່ຕັ້ງຂອງ IPU. ເຊີບີຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືກັບ ຫວຽດນາມ, ເປັນຕົ້ນແມ່ນໃນບັນດາຂົງເຂດຄື ເສດຖະກິດ - ການຄ້າ, ວັດທະນະທຳ, ການປ້ອງກັນຊາດ.

        ແລະກໍ່ໃນວັນທີ 16 ຕຸລາ, ທ່ານນາງຕ່ອງທິຟ໊ອງ ຮອງປະທານສະພາແຫ່ງຊາດໄດ້ມີການພົບປະສອງຝ່າຍກັບ ທ່ານນາງ Lucy Wicks ສະມາຊິກສະພາຕ່ຳ, ຫົວໜ້າຄະນະຜູ້ແທນ ປະເທດອົດສະຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ