ການເຄື່ອນໄຫວຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ທີ່ສິງກະໂປ

(VOVWORLD) - ທ່ານນາງປະທານສະພາແຫ່ງຊາດ ຖືວ່າ ເນື່ອງໃນການຢ້ຽມຢາມນີ້, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ປາດຖະໜາຢາກປັບປຸງ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນລະຫວ່າງສະພາແຫ່ງຊາດ 2 ປະເທດ
ການເຄື່ອນໄຫວຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ທີ່ສິງກະໂປ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ

ໃນຂອບເຂດການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ, ຕອນບ່າຍວັນທີ 27 ພະຈິກ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີ ສິງກະໂປ Halimah Jaco. ທ່ານນາງປະທານສະພາແຫ່ງຊາດ ຖືວ່າ ໃນໂອກາດການຢ້ຽມຢາມນີ້, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ປາດຖະໜາຢາກປັບປຸງ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນລະຫວ່າງສະພາແຫ່ງຊາດ 2 ປະເທດ, ຜ່ານກັນນັ້ນກໍ່ເຮັດໃຫ້ການພົວພັນຍຸດທະສາດ ຫວຽດນາມ - ສິງກະໂປ ເລິກເຊິ່ງຂຶ້ນຕື່ມ.

        ສ່ວນທ່ານປະທານາທິບໍດີ ສິງກະໂປ Halimah Jaco ຊົມເຊີຍ ຫວຽດນາມ ໄດ້ຈັດຕັ້ງສັບປະດາຂັ້ນສູງ APEC 2017 ປະສົບຜົນສຳເລັດ. ປີ 2018, ສິງກະໂປ ແມ່ນປະເທດປະທານ ອາຊຽນ, ທ່ານປະທານາທິບໍດີ Halimah Jaco ຫວັງວ່າ ຫວຽດນາມ ຈະໜູນຊ່ວຍ ແລະ ສະໜັບສະໜູນ ສິງກະໂປ ໃນຖານະຕຳແໜ່ງນີ້.

        ແລະກໍ່ໃນຕອນບ່າຍວັນທີ 27 ພະຈິກ, ໃນການພົບປະກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຍາມໃດກໍ່ຖືເປັນສຳຄັນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ສິງກະໂປ.

        ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ຢັ້ງຢືນວ່າ ໃນຖານະບົດບາດເປັນປະທານ ອາຊຽນ 2018, ສິງກະໂປ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອແກ້ໄຂບັນດາບັນຫາຍັງຄົງຄ້າງໃນ ອາຊຽນ. ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ສະເໜີວ່າ ໄລຍະຈະມາເຖິງ,ຄວນເປີດສາຍການບິນໂດຍກົງເພື່ອຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ.

        ກໍ່ໃນຕອນບ່າຍວັນທີ 27 ພະຈິກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ - ສິງກະໂປ ໂດຍກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ແລະ ສະຫະພັນຜະລິດ ສິງກະໂປ (SMF) ຈັດຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ