ການເຄື່ອນໄຫວຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢູ່ ອົດສະຕາລີ

(VOVWORLD) -   2 ຝ່າຍຕີລາຄາສູງການພົວພັນ 2 ຝ່າຍລະຫວ່າງ 2 ປະເທດ ພັດທະນາແທດຈິງ ແລະ ມີປະສິດທິຜົນ, ພິເສດ, ນັບແຕ່ເມື່ອ 2 ປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ (ໃນປີ 2009) ແລະ ຄູ່ຮ່ວມມືຮອບດ້ານເພີ່ມທະວີ (ໃນປີ 2015).
 
ການເຄື່ອນໄຫວຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢູ່ ອົດສະຕາລີ - ảnh 1 ການຕ້ອນຮັບທ່ານນາງປະທານສະພາແຫ່ງຊາດ ຢູ່ ສະໜາມບິນ

ຕອນເຊົ້າວັນທີ 29 ພະຈິກ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງ  Canberra, ທ່ານ Tony Smith, ປະທານສະພາຕ່ຳ ອົດສະຕາລີ ແລະ ທ່ານ Scott Ryan, ປະທານສະພາສູງ ໄດ້ຕ້ອນຮັບທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບ, 2 ຝ່າຍໄດ້ດຳເນີນການເຈລະຈາ.

        2 ຝ່າຍຕີລາຄາສູງການພົວພັນ 2 ຝ່າຍລະຫວ່າງ 2 ປະເທດ ພັດທະນາແທດຈິງ ແລະ ມີປະສິດທິຜົນ, ພິເສດ, ນັບແຕ່ເມື່ອ 2 ປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ (ໃນປີ 2009) ແລະ ຄູ່ຮ່ວມມືຮອບດ້ານເພີ່ມທະວີ (ໃນປີ 2015). ພິເສດແມ່ນບັນດາຂົງເຂດເສດຖະກິດ, ການຄ້າ, ການສຶກສາ ແລະ ການພົວພັນແລກປ່ຽນປະຊາຊົນ. ນັ້ນແມ່ນວິວັດການສ້າງສາ ຂອງ 2 ປະເທດ.

        ສອງຝ່າຍມີຄວາມປິຕິຊົມຊື່ນເມື່ອເຫັນວ່າ ການປະຕິບັດບັນດາໂຄງການສຶກສາພວມໄດ້ຮັບການພັດທະນານັບມື້ນັບແຂງແຮງ. ສ່ວນທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕີລາຄາສູງເລື່ອງ ອົດສະຕາລີ ຍູ້ແຮງ “ແຜນການ Colombo ໃໝ່” ເພື່ອແນໃສ່ເພີ່ມທະວີຄວາມຜູກພັນກັບພາກພື້ນ ອາຊີ; ຫວຽດນາມ ຈະຮ່ວມມືຢ່າງແໜ້ນແຟ້ນ, ຕ້ອນຮັບນັກສຶກສາ, ນັກສຳມະນາກອນຂອງ ອົດສະຕາລີ ມາ ຫວຽດນາມ ຫຼາຍຄົນຕື່ມອີກ.

        ສອງຝ່າຍເຫັນດີເປັນເອກະສັນ ແລະ ແບ່ງປັນຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ພາກພື້ນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ.

        ແລະກໍ່ໃນຕອນເຊົ້າດຽວກັນ, ຢູ່ ລັດ Perth (ລັດທາງທິດຕາເວັນຕົກ ອົດສະຕາລີ), ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍ່ມີການພົບປະ, ເຈລະຈາກັບການນຳຂັ້ນສູງ ລັດທາງທິດຕາເວັນຕົກ ອົດສະຕາລີ; ເຂົ້າຮ່ວມ ແລະ ກ່າວຄຳເຫັນໃນການໂອ້ລົມສົນທະນາກັບວິສາຫະກິດ ຫວຽດນາມ ແລະ ອົດສະຕາລີ; ພົບປະກັບປະຊາຄົມຊາວ ຫວຽດນາມ, ນັກສຶກສາ ແລະ ພະນັກງານ, ພາລະກອນສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Perth.

ຕອບກັບ

ຂ່າວ/ບົດ​ອື່ນ