ການເຄື່ອນໄຫວຂອງທ່ານນາງປະທານສະແຫ່ງຊາດຫງວຽນທິກິມເງິນຢູ່ຝລັ່ງ

(VOVWORLD) -ວັນທີ 31 ມີນາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມີການເຄື່ອນໄຫວຕ່າງໆເນື່ອງໃນໂອກາດການຢ້ຽມຢາມຝລັ່ງ.

ການເຄື່ອນໄຫວຂອງທ່ານນາງປະທານສະແຫ່ງຊາດຫງວຽນທິກິມເງິນຢູ່ຝລັ່ງ - ảnh 1ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ ຢ້ຽມຊົມບໍລິເວນປະທານໂຮ່ຈິມິນ 

(ພາບ: TTXVN)

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ ໄດ້ໄປວາງພວງມາລາຢູ່ເຂດອະນຸສາວະລີປະທານໂຮ່ຈິມິນ, ປູກຕົ້ມໄມ້ເປັນທີ່ລະນຶກ ແລະ ຢ້ຽມຊົມບໍລິເວນປະທານໂຮ່ຈິມິນຢູ່ສວນສາທາລະນະ Montreau.

        ທີ່ການພົບປະກັບຄະນະບໍລິຫານງານສະຫະສະມາຄົມຊາວຫວຽດນາມ ຢູ່ເອີລົບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຊີ້ແຈ້ງວ່າ ການຢ້ຽມຢາມຝລັ່ງ ຢ່າງເປັນທາງການຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໃນຄັ້ງນີ້ ແມ່ນເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ຝລັ່ງ, ເຊິ່ງໄດ້ຮັບການສ້າງຕັ້ງເມື່ອປີ 2013.

        ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງສະມາຄົມຊາວຫວຽດນາມ ອາໄສຢູ່ຝລັ່ງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ພົບປະກັບປະຊາຄົມຊາວຫວຽດນາມ ອາໄສຢູ່ຝລັ່ງ; ເຂົ້າຮ່ວມພິທີປະດັບຫຼຽນໄຊເອກະລາດຊັ້ນໜຶ່ງ ທີ່ມອບໃຫ້ສະມາຄົມຊາວຫວຽດນາມ ອາໄສຢູ່ຝລັ່ງ. ນອກນັ້ນ, ທ່ານນາງປະທານສະພາແຫ່ງຊາດ ກໍ່ໄດ້ເຂົ້າຮ່ວມງານວາງສະແດງເອກະສານສຳເນົາ“ໂຮ່ຈິມິນ - ນັກວັດທະນະທຳທີ່ມີຊື່ສຽງ”, ຢູ່ສຳນັກງານອົງການສຶກສາວິທະຍາສາດ ແລະ ວັດທະນະທຳສປຊ (UNESCO), ທີ່ນະຄອນຫຼວງປາຣີ, ປະເທດຝລັ່ງ.

        ທີ່ການພົບປະກັບທ່ານ Jean Pierre Archambault, ເລຂາທິການໃຫຍ່ສະມາຄົມມິດຕະພາບຝລັ່ງ - ຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດ ປາດຖະໜາວ່າ, ສະມາຄົມມິດຕະພາບຝລັ່ງ - ຫວຽດນາມ ສືບຕໍ່ມີບົດບາດໃນວຽກງານໜູນຊ່ວຍບັນດາສະມາຄົມຊາວຫວຽດນາມ ປະຈຳຝລັ່ງ; ສະໜັບສະໜູນບັນດາບັນຫາອະນຸລັກຮັກສາວັດທະນະທຳ ແລະ ພາສາຫວຽດ ໃນປະຊາຄົມ, ຊາວຫວຽດນາມ ອາໄສຢູ່ຝລັ່ງ.

        ສ່ວນທ່ານ Jean Pierre Archambault, ເລຂາທິການໃຫຍ່ສະມາຄົມມິດຕະພາບຝລັ່ງ - ຫວຽດນາມ ໃຫ້ຮູ້ວ່າ, ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງມາຮອດປະຈຸບັນ, ຍາມໃດສະມາຄົມກໍ່ຮັກສາການພົວພັນກັບບັນດາສະມາຄົມ, ຄະນະຕ່າງໆຢູ່ຫວຽດນາມ, ກັບສະຖານທູດຫວຽດນາມ ປະຈຳຝລັ່ງ ແລະ ສະຖານທູດຝລັ່ງ ປະຈຳຫວຽດນາມ; ຈັດຕັ້ງງານວາງສະແດງຫຼາຍຄັ້ງ, ພົບປະແລກປ່ຽນລະຫວ່າງຝ່າຍຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ