ການເຄື່ອນໄຫວຂອງທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ຢູ່ ສະວິດ

(VOVWORLD) - ຫວຽດນາມ ຖືເປັນສຳຄັນການສຸມໃສ່ພັດທະນາແຫຼ່ງຊັບພະຍາກອນມະນຸດ, ພິເສດແມ່ນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

ວັນທີ 06 ກໍລະກົດ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ໄດ້ໄປຢ້ຽມຢາມມະຫາວິທະຍາໄລວິທະຍາສາດໝູນໃຊ້ ແລະ ສິລະປະຕາເວັນຕົກສ່ຽງເໜືອ ປະເທດ ສະວິດ (FHNW) ຢູ່ລັດ Aargau, ພົບປະກັບຄູອາຈານ, ນັກສຶກສາ ຫວຽດນາມ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ທີ່ນີ້.

ການເຄື່ອນໄຫວຂອງທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ຢູ່ ສະວິດ - ảnh 1 ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ (ພາບ: TTXVN)

        ແລກປ່ຽນກັບທ່ານ Crispino Bergamaschi, ປະທານ FHNW, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໃຫ້ຮູ້ວ່າ: ຫວຽດນາມ ຖືເປັນສຳຄັນການສຸມໃສ່ພັດທະນາແຫຼ່ງຊັບພະຍາກອນມະນຸດ, ພິເສດແມ່ນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ນີ້ແມ່ນໜຶ່ງໃນສາມຂອດບຸກທະລຸຍຸດທະສາດຂອງ ຫວຽດນາມ ມຸ່ງໄປເຖິງເປົ້າໝາຍພື້ນຖານ ແມ່ນກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝໂດຍໄວ. ເພື່ອປະຕິບັດສິ່ງດັ່ງກ່າວໃຫ້ປະກົດຜົນເປັນຈິງ, ຫວຽດນາມ ມີແຜນນະໂຍບາຍ ຖືການສຶກສາ ແມ່ນລັດຖະໂຍບາຍແຖວໜ້າ, ແມ່ນຂອດບຸກທະລຸ, ເປີດກ້ວາງກາລະໂອກາດຫລາຍທີ່ສຸດໃຫ້ແກ່ຜູ້ຮ່ຳຮຽນ ໄດ້ສຳຜັດກັບພື້ນຖານການສຶກສາກ້າວໜ້າຂອງບັນດາປະເທດໃນໂລກ, ໃນນັ້ນ ມີສະວິດ.

        ແລະກໍ່ໃນວັນດຽວກັນ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ຕ້ອນຮັບບັນດາສະມາຊິກກຸ່ມນັກຊ່ຽວຊານ - ນັກປັນຍາຊົນຊາວ ຫວຽດນາມ ຢູ່ສະວິດ.

ຕອບກັບ

ຂ່າວ/ບົດ​ອື່ນ