ການເຄື່ອນໄຫວຂອງທ່ານນາງຮອງປະທານປະເທດດັ້ງທິງອັກທິ້ງເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ

(VOVWORLD) -ໂດຍສືບຕໍ່ບັນດາການເຄື່ອນໄຫວຂອງກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ຢູ່ Sydney, ປະເທດອົດສະຕາລີ.

ວັນທີ 27 ເມສາ, ຄະນະຜູ້ແທນຫວຽດນາມ ນຳໂດຍທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ເຂົ້າຮ່ວມບັນດາວາລະປຶກສາຫາລືລວມ ແລະ ບັນດາວາລະປຶກສາຫາລືຫົວເລື່ອງສະເພາະຂອງກອງປະຊຸມ. ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາການພັດທະນາໃໝ່ຂອງສະພາບເສດຖະກິດ, ການເມືອງໂລກ…

ການເຄື່ອນໄຫວຂອງທ່ານນາງຮອງປະທານປະເທດດັ້ງທິງອັກທິ້ງເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ - ảnh 1 ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ພົບປະກັບ

ທ່ານນາງນາຍົກລັດຖະມົນຕີບັງກະລາເທດ Sheikh Hasina)

ແລະກໍ່ເນື່ອງໃນໂອກາດນີ້, ໃນຕອນທ່ຽງວັນທີ 27 ເມສາ (ຕາມເວລາທ້ອງຖິ່ນ), ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີບັງກະລາເທດ Sheikh Hasina, ຫົວໜ້າຄະນະຜູ້ແທນບັງກະລາເທດ ເຂົ້າຮ່ວມກອງປະຊຸມ.

      ທີ່ການພົບປະ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືກັບບັງກະລາເທດ; ພ້ອມທັງສະເໜີໃຫ້ 2 ຝ່າຍຜັນຂະຫຍາຍບັນດາມາດຕະການລະອຽດເພື່ອນຳວົງເງິນການຄ້າ 2 ສົ້ນໃຫ້ຂຶ້ນເຖິງລະດັບ 2 ຕື້ USD ໃນປີ 2020 ຄືດັ່ງທີ່ໄດ້ວາງອອກ; ສ້າງຄວາມສະດວກໃຫ້ປະຊາຄົມວິສາຫະກິດເພີ່ມທະວີການສຳຜັດ, ແບ່ງປັນຂໍ້ມູນຂ່າວສານ ແລະ ເຊື່ອມຕໍ່ດ້ານການຄ້າ…

      ສ່ວນທ່ານນາຍົກລັດຖະມົນຕີ Sheikh Hasina ສະແດງຄວາມເພິ່ງພໍໃຈຕໍ່ການພົວພັນທີ່ພວມພັດທະນາຢ່າງດີງາມລະຫວ່າງ 2 ປະເທດ ພາຍຫຼັງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນບັນດາຂົງເຂດການເມືອງ - ພົວພັນຕ່າງປະເທດ, ເສດຖະກິດ - ການຄ້າ - ການລົງທຶນ, ກະສິກຳ, ການສຶກສາ… ແຕ່ເຖິງຢ່າງໃດກໍ່ຕາມ, ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຄວນໄດ້ຮັບການຂຸດຄົ້ນ.

      2 ຝ່າຍໄດ້ເຫັນດີນຳກັນສືບຕໍ່ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສພາກພື້ນ ແລະ ສາກົນ, ໃນນັ້ນມີສະຫະປະຊາຊາດ ແລະ ຂະບວນການບໍ່ຮ່ວມກຸ່ມ.

      ແລະກໍ່ໃນວັນທີ 27 ເມສາ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ກໍ່ໄດ້ໄປຢ້ຽມຢາມມະຫາວິທະຍາໄລ New South Wales; ສູນຄົ້ນຄວ້າອຸດສາຫະກຳພະລັງງານແສງຕາເວັນ ແລະ ສູນການປ່ຽນແປງດິນຟ້າອາກາດສັງກັດມະຫາວິທະຍາໄລ New South Wales; ມະຫາວິທະຍາໄລ Sydney…

ຕອບກັບ

ຂ່າວ/ບົດ​ອື່ນ