ການເຄື່ອນໄຫວຂອງທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໊ອງ ຢູ່ IPU 141

(VOVWORLD) -ຍາມໃດສະພາແຫ່ງຊາດຫວຽດນາມ ກໍ່ສະໜັບສະໜູນເລື່ອງຮັບຮອງເອົາການສ້າງກອບກົດໝາຍຢູ່ພາຍໃນປະເທດ
ການເຄື່ອນໄຫວຂອງທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໊ອງ ຢູ່ IPU 141 - ảnh 1

ວັນທີ 15 ຕຸລາ, ຢູ່ນະຄອນຫຼວງ Belgrade ຂອງເຊີເບຍ, ໄດ້ດຳເນີນວາລະປຶກສາຫາລືຄົບຄະນະກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 141 ດ້ວຍຫົວຂໍ້ວ່າ “ເພີ່ມທະວີກົດໝາຍສາກົນ: ບົດບາດ ແລະ ກົນໄກຈັດຕັ້ງຂອງລັດຖະສະພາ, ການປະກອບສ່ວນຂອງການຮ່ວມມືຢູ່ພາກພື້ນ”.

        ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສສຳຄັນ, ໃນນັ້ນໄດ້ຢືນຢັນວ່າ ຍາມໃດສະພາແຫ່ງຊາດຫວຽດນາມ ກໍ່ສະໜັບສະໜູນເລື່ອງຮັບຮອງເອົາການສ້າງກອບກົດໝາຍຢູ່ພາຍໃນປະເທດ, ເພີ່ມທະວີການຕິດຕາມກວດກາການປະຕິບັດ ກໍຄືຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວການທູດລັດຖະສະພາ ເພື່ອແນໃສ່ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ ແລະ ຖອດຖອນບົດຮຽນ.      ທ່ານນາງ ຕ່ອງທິຟ໊ອງ ໃຫ້ຮູ້ວ່າ, ຫວຽດນາມ ຈະດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021, ເປັນປະທານອາຊຽນ ແລະ ປະທານກອງປະຊຸມສະມັດຊາໃຫຍ່ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ປີ 2020. ຫວຽດນາມ ຢືນຢັນວ່າ ຈະສືບຕໍ່ປະກອບສ່ວນເຂົ້າໃນການຊຸກຍູ້ການພັດທະນາຂອງລັດທິຫຼາຍຝ່າຍ, ເຈລະຈາຢ່າງມີຄວາມຍຸຕິທຳ ແລະ ສະເໝີພາບ, ແກ້ໄຂບັນດາບັນຫາທົ່ວໂລກ, ການປະທະກັນຢູ່ພາກພື້ນ, ຮັກສາສັນຕິພາບ, ສະຖຽນລະພາບ ບົນພື້ນຖານເຄົາລົບກົດໝາຍສາກົນ…

        ເພື່ອເພີ່ມທະວີການເຄົາລົບກົດໝາຍສາກົນ, ທ່ານນາງ ຕ່ອງທິຟ໊ອງ ໄດ້ຍົກອອກບາງຂໍ້ສະເໜີແນະທີ່ກອງປະຊຸມຄົບຄະນະສະມັດຊາໃຫຍ່ IPU 141. ນັ້ນແມ່ນ, ເຄົາລົບກົດບັດຂອງສະຫະປະຊາຊາດ, ເຄົາລົບກົດໝາຍສາກົນ ແລະ ບັນດາຫຼັກການ, ມາດຖານການປະພຶດລວມ; ເປີດກວ້າງ ແລະ ເສີມຂະຫຍາຍບົດບາດບັນດາກົນໄກຮ່ວມມື, ເຈລະຈາ… ພ້ອມກັນນັ້ນ, ລັດຖະສະພາບັນດາປະເທດກໍ່ສືບຕໍ່ຊຸກຍູ້ການໃຫ້ສັດຕະຍາບັນ, ເຂົ້າຮ່ວມການປະຕິບັດບັນດາສົນທິສັນຍາ, ຂໍ້ຕົກລົງສາກົນ. ສືບຕໍ່ສະໜັບສະໜູນການພັດທະນາຂອງການທູດລັດຖະສະພາ, ເສີມຂະຫຍາຍບົດບາດ ແລະ ພາລະກຳຂອງ IPU ໂດຍອີງໃສ່ພື້ນຖານກົດໝາຍ ແລະ ເຄົາລົບຄວາມສະເໝີພາບລະຫວ່າງບັນດາປະເທດທີ່ມີອະທິປະໄຕ…

        ແລະກໍ່ໃນວັນທີ 15 ຕຸລາ, ຢູ່ນອກກອງປະຊຸມ IPU 141, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໊ອງ ໄດ້ມີການພົບປະ 2 ຝ່າຍກັບປະທານ IPU ແລະ ປະທານສະພາແຫ່ງຊາດກູບາ.

ຕອບກັບ

ຂ່າວ/ບົດ​ອື່ນ