ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ Nguyen Tan Dung ຢູ່ສ.ເກົາຫຼີ

ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ Nguyen Tan Dung ຢູ່ສ.ເກົາຫຼີ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung
ແລະ ທ່ານ​ປະທານາທິບໍດີ ສ.​ເກົາຫຼີ Lee Myung Bak
( ພາບ: Getty Images )


( vovworld ) – ​​​ໂດຍ​ສືບ​ຕໍ່​ບັນດາ​ການ​ເຄື່ອນ​ໄຫວ​​ໃນ​ຂອບ​ເຂດກອງ​ປະຊຸມ​ສຸດ​ຍອດ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍປີ 2012 ພວມ​ດຳ​ເນີນ​ໄປ​ຢູ່ Seoul, ປະ​ເທດສ.​ເກົາຫຼີ. ວັນ​ທີ 27/3,  ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ພ້ອມ​ກັບ​ບັນດາ​ການ​ນຳ ​ແລະ ຜູ້​ຕາງ​ໜ້າ​ມາ​ຈາກກວ່າ 50 ປະ​ເທດ​ໃນ​ໂລກ ​ໄດ້ປຶກສາ​ຫາລື​ບັນດາ​ມາດ​ຕະການ​ຂອງ​ແຕ່​ລະ​ປະ​ເທດ​ກໍ​ຄື​ກາ​ນຮ່ວມ​ມື​ສາກົນ​ເພື່ອ​ເພີ່ມ​ທະວີ​ຄວາມ​ສະຫງົບ​ປອດ​ໄພ​ດ້ານ​ນິວ​ເຄຼຍ ​ແລະ ຍົກ​ອອກ​ບັນດາ​ຄຳ​ໝັ້ນ​ສັນຍາ​ໃນ​ອະນາຄົດ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ມີ​ບົດ​ກ່າວ​ປາ​ໄສ​ຢູ່​ທີ່​ວາລະ​ປະຊຸມ​ປຶກສາ​ຫາລື​ນີ້.

        ກ່ອນ​ໜ້າ​ນັ້ນ, ​ໃນຕອນ​ບ່າຍ​ວັນ​ທີ 26/3, ຢູ່​ນອກ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ມີ​ບັນດາການ​ພົບ​ປະ​ກັບທ່ານ​ນາຍົກລັດຖະມົນຕີຝລັ່ງ Francois Fillon, ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ເຢຍລະ​ມັນ Guido Westerwelle ​ແລະ ທ່ານ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ​ໂຮ​ນລັງ Uri Rosenthal ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ກັບ​ປະ​ເທດ​ເຫຼົ່າ​ນີ້.

ຂ່າວ/ບົດ​ອື່ນ