ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ແລກປ່ຽນໂດຍກົງ, ເຮັດແຈ້ງບາງຂໍ້ຂັດຂ້ອງ, ຄວາມສົນໃຈຂອງປະຊາຄົມວິສາຫະກິດ ອາເມລິກາ ກ່ຽວກັບຂົງເຂດຫັນເປັນດີຈີຕອນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ - ảnh 1(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຮັດວຽກກັບປະຊາຄົມວິສາຫະກິດ ອາເມລິກາ)

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ, ຢ້ຽມຢາມ ແລະ ເຮັດວຽກຢູ່ ອາເມລິກາ ແລະ ສະຫະປະຊາຊາດ, ຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ. ຕອນເຊົ້າວັນທີ 12 ພຶດສະພາ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຮັດວຽກກັບປະຊາຄົມວິສາຫະກິດ ອາເມລິກາ ໂດຍສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ແລະ ຫ້ອງການການຄ້າ ອາເມລິກາ (USCC) ຈັດຂຶ້ນ.

        ທີ່ເຫດການ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ແລກປ່ຽນໂດຍກົງ, ເຮັດແຈ້ງບາງຂໍ້ຂັດຂ້ອງ, ຄວາມສົນໃຈຂອງປະຊາຄົມວິສາຫະກິດ ອາເມລິກາ ກ່ຽວກັບຂົງເຂດຫັນເປັນດີຈີຕອນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຂົງເຂດສາທາລະນະສຸກ, ການປ້ອງກັນ ຕ້ານໂລກລະບາດ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຄວາມໝັ້ນຄົງດ້ານເຄືອຂ່າຍອີນເຕີແນັດ… ກ່ຽວກັບຂໍ້ລິເລີ່ມໃນຂອບເຂດເສດຖະກິດ ມະຫາສະໝຸດອິນເດຍ - ປາຊີຟິກ ຂອງ ອາເມລິກາ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ໃຫ້ຮູ້ວ່າ:

        “ບັນດາເສົາຄ້ຳຂອງຂໍ້ລິເລີ່ມດັ່ງກ່າວກໍ່ແມ່ນບັນດາບັນຫາສຳຄັນສຳລັບ ຫວຽດນາມ, ອາເມລິກາ ແລະ ຫຼາຍປະເທດອື່ນ. ຍ້ອນເຫດນັ້ນ, ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບຝ່າຍ ອາເມລິກາ ແລະ ຄູ່ຮ່ວມມືແລກປ່ຽນ, ໄຈ້ແຍກເພື່ອເຮັດແຈ້ງເນື້ອໃນລະອຽດຂອງເສົາຄ້ຳໃນຂອບເຂດດັ່ງກ່າວ. ຫວຽດນາມ ພ້ອມແລ້ວທີ່ຈະສະໜັບສະໜູນບັນດາການເຄື່ອນໄຫວຮ່ວມມືຮັບໃຊ້ໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການພັດທະນາ, ຄວາມສີວິໄລວັດທະນາຖາວອນຢູ່ພາກພື້ນ ແລະ ໃນໂລກ, ເພື່ອຜົນປະໂຫຍດຂອງປະຊາຊົນ.”

ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ - ảnh 2(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Katherine Tai)

        ແລະກໍ່ໃນວັນທີ 12 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Katherine Tai, ຫົວໜ້າຜູ້ຕາງໜ້າດ້ານການຄ້າ ອາເມລິກາ; ທ່ານ Scott A, ຜູ້ອຳນວຍການໃຫຍ່ອົງການການເງິນພັດທະນາ ອາເມລິກາ DFC; ພົບປະກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີິຊຽນຫຼົງ.

        ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ເຈິ່ນຮົ່ງຮ່າ ພ້ອມກັບທ່ານນາງ Stephanie von Friedeburg, ຮອງປະທານຂັ້ນສູງຂອງ IFC ແລະ ທ່ານນາງ Jukie Monaco, ການນຳຂັ້ນສູງຮັບຜິດຊອບທົ່ວໂລກ Citibank TN&MT ໄດ້ແລກປ່ຽນເອກະສານຮ່ວມມື 2 ສະບັບ.

ຕອບກັບ

ຂ່າວ/ບົດ​ອື່ນ