ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສປຊທີ 78

(VOVWORLD) - ຫວຽດນາມ ຖືເປັນສຳຄັນການຊຸກຍູ້ການພົວພັນຮ່ວມມືກັບ ນິວຢອກ
ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສປຊທີ 78  - ảnh 1(ທ່ານນາຍົກລັດຖະມົນຕີ  ຟ້າມມິນຈິງ ພົບປະກັບທ່ານປະທານາທິບໍດີ Burundian, Evariste Ndayishimiye)

  ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ເນື່ອງໃນໂອກາດເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງ ຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 78 ແລະ ບັນດາການເຄື່ອນໄຫວ 2 ຝ່າຍຢູ່ ອາເມລິກາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ມີການພົບປະກັບທ່ານປະທານາທິບໍດີ Burundian, Evariste Ndayishimiye. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ Burundian ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຂອງ ຫວຽດນາມ ທີ່ດຳເນີນທຸລະກິດຢູ່ປະເທດນີ້, ພ້ອມທັງເໜີໃຫ້ 2 ຝ່າຍເພີ່ມທະວີບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ຍູ້ແຮງບັນດາກົນໄກຮ່ວມມື ແລະ ເພີ່ມທະວີການແລກປ່ຽນການຄ້າ ກໍ່ຄືການຮ່ວມມືດ້ານກະສິກຳ.

ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສປຊທີ 78  - ảnh 2(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະກັບທ່ານ Eric Adams, ເຈົ້າຄອງນະຄອນ ນິວຢອກ)

          ແລະກໍ່ໃນວັນທີ 22 ກັນຍາ, ທີ່ການພົບປະກັບເຈົ້າຄອງນະຄອນ ນິວຢອກ ທ່ານ Eric Adams, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນການຊຸກຍູ້ການພົວພັນຮ່ວມມືກັບ ນິວຢອກ, ເຊິ່ງແມ່ນສູນການຄ້າ, ການເງິນແຖວໜ້າຂອງໂລກ ແລະ ຈະຮັບປະກັນສິດຜົນປະໂຫຍດຂອງບັນດານັກລົງທຶນ ແລະ ວິສາຫະກິດ ອາເມລິກາ ເວົ້າລວມ ແລະ ນະຄອນ ນິວຢອກ ເວົ້າສະເພາະ, ຢູ່ ຫວຽດນາມ.

          ທີ່ການພົບປະກັບບັນດາສະມາຊິກເຄືອຂ່າຍນະວັດຕະກຳ ຫວຽດນາມ ຢູ່ ອາເມລິກາ ເຊິ່ງໄດ້ດຳເນີນໄປໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີວ່າ, ບັນດາການເຄື່ອນໄຫວນະວັດຕະກຳຂອງເຄືອຂ່າຍຄວນສຸມໃສ່ຊຸກຍູ້ບັນດາຂົງເຂດໃໝ່, ຄື: ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດແບ່ງປັນ ແລະ ຂົງເຂດພື້ນຖານໂຄງລ່າງ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ພັກ ແລະ ລັດ ຍາມໃດກໍ່ສະໜັບສະໜູນ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາການເຄື່ອນໄຫວນະວັດຕະກຳ; ສືບຕໍ່ສ້າງສຳເລັດລະບອບລະບຽບການ, ກົນໄກ, ນະໂຍບາຍໃຫ້ແກ່ນະວັດຕະກຳ.

          ວັນທີ 22 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຕີີຣະຄັງເປີດກອງປະຊຸມການຄ້າຢູ່ຕະຫຼາດຫຼັກຊັບ NASDAQ, ໄດ້ເຮັດວຽກກັບບັນດາການນຳ NASDAQ ແລະ ພົບປະກັບບັນດາວິສາຫະກິດໂດຍ NASDAQ ແນະນຳ.

ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສປຊທີ 78  - ảnh 3(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ພິທີ)

         ຕອນຄ່ຳວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ສຳນັກງານອົງການສະຫະປະຊາຊາດທີ່ນະຄອນນິວຢອກ, ອາເມລິກາ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເປັນປະທານພິທີສະເຫຼີມສະຫຼອງ 78 ປີແຫ່ງວັນຊາດສາທາລະນະລັດສັງຄົມນິຍົມ ຫວຽດນາມ (02 ກັນຍາ 1945 - 02 ກັນຍາ 2023) ແລະ 46 ປີ ທີ່ ຫວຽດນາມ ເຂົ້າເປັນສະມາຊິກສະຫະປະຊາຊາດ (20 ກັນຍາ 1977-20 ກັນຍາ 2023).

ຕອບກັບ

ຂ່າວ/ບົດ​ອື່ນ