ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ທີ່ກອງປະຊຸມຂັ້ນສູງອາຊຽນ

ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ທີ່ກອງປະຊຸມຂັ້ນສູງອາຊຽນ  - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ເຂົ້າຮ່ວມ
ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ +3)


(vovworld) - ​ໂດຍ​ສືບ​ຕໍ່​ບັນດາ​ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ ທີ່​ກ່ຽວຂ້ອງ, ຕອນ​ເຊົ້າ​ວັນ​ທີ 10 ຕຸລາ, ​ປະ​ເທດ​ບຣຸ​ໄນ, ​ໄດ້​ຈັດ​ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ +3 ຄັ້ງ​ທີ 16 ກັບ​ຈີນ, ຍີ່ປຸ່ນ ​ແລະ ສ.​ເກົາຫຼຼີ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງອາ​ຊຽນ ​ແລະ ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ. ຄຸ້ມຄອງ​ໄພ​ທຳ​ມະ​ຊາດ, ຄວາມ​ປອດ​​ໄພ​ໃນ​ການ​ເດີນ​ທະ​ເລ... ພິ​ເສດ, ອາ​ຊຽນ +3 ຕ້ອງ​ຍູ້​ແຮງ​ການ​ຮ່ວ​ມມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​​ 2 ຝ່າຍ ​ແລະ ຫຼາຍ​ຝ່າຍ​, ຜັນ​ຂະຫຍາຍ​ບັນດາ​ສັນຍາ​ການ​ຄ້າ​ເສລີ FTA ທີ່​ມີ​ຢູ່​ແລ້ວ ລະຫວ່າງ​ອາ​ຊຽນ ​ແລະ ຈີນ, ຍີ່ປຸ່ນ, ສ.​ເກົາຫຼີ ຢ່າງ​ມີ​ປະສິດທິ​ຜົນ ກໍ່​ຄືມານະ​ພະ​ຍາ​ຍາມ​ຊຸກຍູ້ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມມື​ເສດ​ຖະກິດ​ຮອບດ້ານ​ພາກ​ພື້ນໃນ​ທ້າຍ​ປີ 2015 ​ໃຫ້​ສຳ​ເລັດ​ຜົນ ກໍ່​ຄື​ການ​ເປີດ​ກວ້າງ ​ແລະ ​ເຮັດ​ໃຫ້ການ​ຮ່ວມ​ມື​ດ້ານ​ການ​ເງິນ ​ແລະ ​ເງິນຕາ​ເລີກ​ເຊິ່ງກວ່າ​ອີກ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ​ນຢຸງ ກໍ່​ສະ​ເໜີ​ໃຫ້​ອາ​ຊຽນ +3 ​ເພີ່ມ​ທະວີ​ການ​ເຊື່ອມຕໍ່​ໃນ​ພາກ​ພື້ນ, ​ເຊິ່ງລວມມີ: ການ​ເຊື່ອມ​ຕໍ່​ດ້ານ​ພື້ນ​ຖານ​ໂຄງ​ລ່າງ, ລະບຽບ​ກົດໝາຍ ​ແລະ ປະຊາຊົນ ບົນ​ພື້ນຖານ​ເປີດ​ກວ້າງ​ການ​ຜັນ​ຂະຫຍາຍ​ແຜນການ​ສັງ​ລວມກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ອາ​ຊຽນ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ນອກ​ກອງ​ປະ​ຊຸມ​ຂັ້ນ​ສູງ​ອາ​ຊຽນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້ຕີ​ລາຄາ​ສູງ​ເລື່ອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ພ້ອມ​ກັບ​ທ່ານ​ລັດຖະມົນ​ຕີການ​ຕ່າງປະ​ເທດຫວຽດນາມ ຟ້າ​ມບິ່ງ​ມິ​ງ ຫາ​ກໍ່​ເຊັນ​ກວດສັນຍາ​ຮ່ວມ​ມື​ກ່ຽວ​ກັບ​ການ​ນຳ​ໃຊ້​ພະລັງງານ​ນິວ​ເຄຼຍ​ເພື່ອ​ຈຸດໝາຍ​ສັນຕິພາບລະຫວ່າງ​ຫວຽດນາມ - ອາ​ເມ​ລິກາ, ຕາມ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​​ເຕີນ​ຢຸງ ​ແລ້ວ, ນີ້​ແມ່ນ​ບາດກ້າວ​ທີ່​ຕັ້ງໜ້າ ​ແລະ ສຳຄັນ​ໃນ​ການ​ສ້າງ​ພື້ນຖານນິຕິ​ກຳ​ໃຫ້​ແກ່​​ເລື່ອງ​ຫວຽດນາມ ສຳ​ພັດ​ກັບ​ເຕັກ​ໂນ​ໂລ​ຊີ​ສູງ​ຂອງ​ອາ​ເມ​ລິ​ກາ ກ່ຽວ​ກັບ​ດ້ານ​ພະລັງງານ​ນິວ​ເຄຼຍ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ​ໃນ​ຂົງ​ເຂດ​ພະລັງງານ​ນິວ​ເຄຼຍພົນລະ​ເຮື​ອນ​ໃນ​ອະນາຄົດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຊົມ​ເຊີຍ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ການ​ເຈລະຈາ​ສັນ​ຍາ​ການ​ຄ້າ​ເຂດປາຊີ​ຝີ​ກ (TPP) ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ, ​ໃນ​ນັ້ນ​ມີ​​ເລື່ອງ​ຢືນຢັນ​ຄືນ​ໃໝ່ຄວາມ​ຕັດສິນ​ໃຈສິ້ນ​ສຸດ​ການ​ເຈລະຈາ​ໃນ​ປີ 2013 ​ເພື່ອ​ເຮັດ​​ໃຫ້​ສັນຍາ​ທີ່​ມີ​ຄຸນະພາບ​ສູງ, ຮັບປະກັນ​ລັກສະນະ​ຫຼາຍ​ຮູບ​ຫຼາຍ​ແບບຂອງ​ບັນດາ​ປະ​ເທດ​ຊະ​ມາ​ຊິກ. ທີ່​ການ​ພົບ​ປະ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແລະ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທ​ອາ​ເມ​ລິ​ກາ John Kerry ກໍ່​ໄດ້​ແລກປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ ບົນ​ຈິດ​ໃຈ​ສ້າງສັນ ກ່ຽວ​ກັບ​ບາງ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ​ມີ​ບັນຫາ​ຮັບປະກັນ​ສິດທິ​ມະນຸດ, ຄວາມ​ເສລີ​ດ້ານການ​ສື່​ສານ.
ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ທີ່ກອງປະຊຸມຂັ້ນສູງອາຊຽນ  - ảnh 2
ການນຳ ອາຊຽນ - ອິນເດຍ ຖ່າຍຮູບທີ່ລະນຶກ

ຫລັງຈາກນັ້ນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຂັ້ນ​ສູງ ອາຊີ - ອິນ​ເດຍ ຄັ້ງ​ທີ 11 ​ແລະ ອາ​ຊຽນ - ສະຫະ​ປະຊາ​ຊາດ ຄັ້ງ​ທີ 5. ກ່າວ​ຄຳ​ເຫັນ​ທີ່​ບັນດາ​ກອງ​ປະຊຸມ​ນີ້, ທ່ານ​ນາຍົກລັດຖະມົນຕີ ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ລະຫວ່າງ ອາ​ຊຽນ ກັບ​ອິນ​ເດຍ ​ແລະ ອາ​ຊຽນ - ສະຫະ​ປະຊາ​ຊາດ, ​ເນັ້ນ​ໜັກ​ຄວນ​ຍູ້​ແຮງການ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ທີ່​ໄດ້​ຕົກລົງ​ຢ່າງ​ມີ​ປະສິດທິ​ຜົນ, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ບຸລິມະສິດ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ທ່ານ​ນາຍົກລັດຖະມົນຕີສະ​ເໜີ​ໃຫ້ ອິນ​ເດຍ ສືບ​ຕໍ່​ໜູນ​ຊ່ວຍ ອາ​ຊຽນ ປະຕິບັດ​ແຜນການ​ສັງລວມ​ເຊື່ອມ​ຕໍ່ ອາ​ຊຽນ, ຊ່ວຍ​ສ້າງ​ພື້ນຖານ​ໂຄງ​ລ່າງ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ຢູ່​ບັນດາ​ປະ​ເທດ​ຄື​: ກຳປູ​ເຈຍ, ລາວ, ມຽນມາ, ຫວຽດນາມ. ກໍ່​ຄື​ປະຕິບັດ​ສຳ​ເລັດ​ເອກະສານ​ຈຳ​ເປັນ​ເພື່ອ​ນຳ​ສູນ ອາ​ຊຽນ - ອິນ​ເດຍ ​ເຂົ້າ​ເຄື່ອນ​ໄຫວ​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ທ່ານ​ນາຍົກລັດຖະມົນຕີສະ​ເໜີ​ໃຫ້​ສະຫະ​ປະຊາ​ຊາດ ​ແລະ ບັນດາ​ອົງການ ສປຊ ໜູນ​ຊ່ວຍ ອາຊຽນ ​ໃນ​ການ​ສ້າງ​ປະຊາ​ຄົມ, ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ​ພາກ​ພື້ນ ​ແລະ ​ເຊື່ອມ​ຕໍ່ ອາ​ຊຽນ, ຮັດ​ແຄບ​ຊ່ອງ​ວ່າງ​ການ​ພັດທະນາ​ກໍ່​ຄື​ໜູນ​ຊ່ວຍ​ພັດທະນາ​ເຂດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ, ​ໃນ​ນັ້ນ​ມີ​ບັນດາ​ນຳ​ໃຊ້​ແຫຼ່ງນ້ຳຢ່າງ​ເໝາະ​ສົມ, ຍືນ​ຍົງ. ກ່ຽວ​ຂ້ອງ​ເຖິງ​ສັນຕິພາບ, ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເນ​ັ້ນໜັກ​ຄວນ​ສະໜັບສະໜູນ​ບັນຫາ​ຫຼັກການ​ຂອງ ອາ​ຊຽນ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ຢ່າງ​ແຮງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ແຈ້ງວ່າ: ຫວຽດນາມ ຈະ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​​ໄຫວ​ຮັກສາ​ສັນຕິພາບຂ​ອງສະຫະ​ປະຊາ​ຊາດ​ໂດຍ​ໄວ, ກ່ອນ​ອື່ນ​ໝົດ​ແມ່ນ​ໃນ​ບັນດາ​ຂ​ົງ​ເຂດ​ທະຫານ​ຊ່າງ​ແສງ, ​ເສ​ນາ​ຮັກ, ນັກສັງ​ເກດ​ການ​ທະຫານ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ລວມຂອງ​ພາກ​ພື້ນ ​ແລະ ​ໂລກ​.

ຂ່າວ/ບົດ​ອື່ນ