ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີນ​ຢູງ​ຢູ່ສ​ເກົາ​ຫລີ

ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີນ​ຢູງ​ຢູ່ສ​ເກົາ​ຫລີ - ảnh 1
ທ່ານ​ນາຍົກ​ລັດ​ຖະມົນຕີ​ຫວຽດນາມ ຫງວຽນ​ເຕິ​ນຢຸງ ແລະ
ທ່ານ​ນາງ​ປະທານາທິບໍດີ​   ສ.​ເກົາຫຼີ Park Geun-hye
(ພ​າບ: VGP/Nhật Bắc)

(vovworld)-​ ສືບ​ຕໍ່​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ຂັ້ນ​ສູງ​ສະ​ເຫລີມ​ສະ​ຫລອງ 25 ປີ​ແຫ່ງ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ ອາ​ຊຽນ - ສ​ເກົາ​ຫລີ, ວັນ​ທີ 11/12 ຢູ່​ນະ​ຄອນ ບູ​ຊານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ ອາ​ຊຽນ -ສ​ເກົາ​ຫລີ. ນີ້​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ດັ່ງ​ກ່າວ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ເສດ​ຖະ​ກິດ​ດ້ານ​ການ​ຄ້າ, ການ​ລົງ​ທຶນ ລະ​ຫວ່າງ ສ​ເກົາ​ຫລີ ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ.

        ກ່າວ​ຄຳ​ເຫັນ​ນະ​ເວ​ທີ​ປາ​ໄສ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ເນັ້ນ​ຫນັກ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ ໃນ​ການ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ, ປີ 2014 ຄາດ​ວ່າ ຫວຽດ​ນາມ ຈະ​ບັນ​ລຸ GDP ປະ​ມານ 6%, ມີກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ລົງ​ທຶນ​ຢູ່​ຫວຽດ​ນາມ ດ້ວຍ 17 ໂຄງ​ການ ແລະ ເງິນ​ລົງ​ທຶນ​ແມ່ນ​ປະ​ມານ 250 ຕື້ USD.

        “ໂດຍ​ຮັບ​ຮູ້​ໄດ້​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ, ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາ​ກັບ​ບັນ​ດານ​ັກ​ລົງ​ທຶນ​ເປັນ​ປະ​ຈຳ ເພື່ອ​ຊອກ​ຮູ້​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຂັດ ແລະ ພ້ອມ​ກັນ​ມີ​ມາດ​ຕ​ະ​ການ​ຫນູນ​ຊ່ວຍ, ແກ້​ໄຂ. ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫາ​ກໍ​ຮັບ​ຮອງ​ເອົາ​ກົດ​ໝາຍ​ສຳ​ຄັນ 2 ສະ​ບັບ ນັ້ນ​ແມ່ນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ ແລະ ກົດ​ໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ ດ້ວຍ​ການ​ປັບ​ປຸງ​ຫລາຍ​ຢ່າງ​ກ່ຽວ​ກັບ​ລະ​ບຽບ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ.”

   ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ກໍ່ຢັ້ງຢືນ​ວ່າ, ຫວຽດນາມ ພວມ​ຍູ້​ແຮງ​ການ​ຫັນລັດ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ກຸ່ມ​ບໍລິສັດ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫ່ຍ, ທະນາຄານ​ໃຫ່ຍ…ຄຽງ​ຂ້າງ​ນັ້ນ, ຫວຽດນາມ ພວມມີ​ຄວາມ​ຕ້ອງການ​ນັບ​ຮ້ອຍ​ຕື້​ໂດ​ລາ​ສະຫະລັດ ​ເພື່ອ​ລົງທຶນ​ເຂົ້າ​ໃນ​ບັນດາ​ໂຄງການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ນີ້​ແມ່ນ​ກາ​ລະ​ໂອກາດ​ດີ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ ກໍ່​ຄື​ທ່າ​ແຮງ​ຂອງ​ບັນດາ​ນັກ​ລົງທຶນ ສ.​ເກົາຫຼີ.

  ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ຍັງ​ໃຫ້​ຮູ້​ວ່າ: ພ້ອມ​ທັບ​ສັນຍາ​ການ​ຄ້າ​ເສລີ 8 ສະບັບ​ໄດ້​ລົງ​ນາມ​ນັ້ນ, ຫວຽດນາມ ພວມ​ເຈລະຈາສັນຍາ​ການ​ຄ້າ​ເສລີ 6 ສະບັບທີ່​ມີ​ມາດຖານ​ສູງ​ກັບ EU; ກຸ່ມ​ການ​ຄ້າ​ເສລີ​ເອີ​ລົບ; ກັບ​ສຳພັນ​ທະ​ມິດ​ພາສີ​ລັດ​ເຊຍ-​ເບ​ລາຣຸດ-ກາ​ຊັກ​ສະຖານ; ກັບ ສ.​ເກົາຫຼີ ​ແລະ ສັນຍາ​ການ​ຄ້າ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ TPP. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ຢັ້ງຢືນ​ວ່າ:

  “ໂດຍ​ສັງ​ລວມ​ແລ້ວ, ດ້ວຍ​ແງ່​ຫວັງ​ສຳ​ເລັດ​ສັນຍາ​ການ​ຄ້າ​ເສລາ 14 ສະບັບ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະພາບ​ແວດ​ລ້ອມ​ແຫ່ງ​ກົດໝາຍ, ການ​ດຳ​ເນີນ​ທຸລະ​ກິດ​ຫວຽດນາມ ຈະ​ມີ​ການ​ປ່ຽນ​ແປງ​ທີ່​ໃຫ່ຍຫຼວງ​​ໂດຍ​ພື້ນຖານ, ມີ​ຄວາມ​ສະດວກ​ສະບາຍ​ກ່ວາ, ການ​ແກ່ງ​ແຍ້​ງຫຼາຍ​ກ່ວາ. ຫວຽດນາມ​ ຈະ​ກາຍ​ເປັນ​ປັດ​ໃຈ​ສຳຄັນ​ໃນ​ເຄືອ​ຂ່າຍ​ຮ່ວມ​ມື​ເສດຖະກິດ​ກັບ 55 ຄູ່​ຮ່ວມ​ມື, ​ໃນ​ນັ້ນມີ 15 ປະ​ເທດສະມາຊິກ​ຂອງ G20. ສິ່ງ​ດັ່ງກ່າວ​ຈະ​ເປີດ​ບັນດາ​ໂອກາດ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ມາ​ຫວຽດນາມ ລົງທຶນ, ດຳ​ເນີນ​ທຸລະ​ກິດ ສາມາດ​ສົ່ງ​ອອກ​ສິນຄ້າ, ການ​ບໍລິການ​ໄປ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ຂອງ​ຫວຽດນາມ​ ດ້ວຍ​ອັດຕາ​ອາກອນ​ຕ່ຳ. ​ໃນ​ເວລາ​ນັ້ນ, ຫວຽດນາມ ຈະ​ແມ່ນ​ປະຕູ​ສຳຄັນ​ເພື່ອ​ໃຫ້​ບັນດາ​ນັກ​ລົງທຶນ​ສຳ​ພັດ​ກັບ​ຕະຫຼາດ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ​ເປີດ​ກ້ວາງ​ສູ່​ບັນດາ​ປະ​ເທດ​ອີ​ຢູ, ອາ​ເມ​ລິ​ກາ….​ດ້ວຍ​ບັນດາ​ກົນ​ໄກ​ບຸລິມະສິດ​ຕາມ​ບັນດາ​ສັນຍາ FTA“.

​  ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ, ​ເຮັດ​ວຽກຢູ່ ສ.​ເກົາຫຼີ ​ແລະ ​ເຂົ້າ​ຮ່ວມກອງ​ປະຊຸມຂັ້ນ​ສູງສະ​ເຫຼີ​ມສະຫຼອງ 25 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ເຈລະຈາ ອາ​ຊຽນ-ສ.​ເກົາຫຼີ, ຕອນ​ເຊົ້າ​ວັນ​ທີ 11/12, ທີ່​ນະຄອນ​ຫຼວງບູຊາ​ນ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເຈົ້າຄອງ​ນະຄອນບູຊາ​ນ Suh Byung-soo.ທ່ານ​ເຈົ້າ​ຄອງ Suh Byung-soo ​ໄດ້​ອວຍພອນ ຫວຽດນາມ ​ແລະ     ສ.​ເກົາຫຼີ ຫາ​ກໍ​ຖະ​ແຫຼ​ງ​ສິ້ນ​ສຸດ​ການ​ເຈລະຈາສັນຍາ FTA; ຖື​ວ່າ​ນີ້​ແມ່ນ​ຂີດ​ໝາຍ​ທີ່​ສຳຄັນ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື ລະຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ. ​ເຈົ້າ​ຄອງ​​ນະຄອນບູຊາ​ນ ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ​: ດ້ວຍ​ມູນ​ເຊື້ອ​ມິດຕະພາບ, 2 ຝ່າຍ​ຈະ​ເສີມ​ຂະຫຍາຍຢ່າງ​ມີ​ປະສິດທິ​ຜົນ​ຮັບ​ໃຊ້​ການພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ, ສະ​ເໜີ​ ​ຫວຽດນາມ ອະນຸຍາດ​ໃຫ້​ທະນາຄານ​ບູຊາ​ນ ​ເປີດ​ສາຂາ​ປະຈຳ​ຫວຽດນາມ. ​ເຈົ້າ​ຄອງ​​ນະຄອນບູຊາ​ນ ໃຫ້​ຄຳ​ໝັ້ນ​ໝາຍວ່າ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ປະຊາ​ຄົມ​ຊາວ​     ຫວຽດນາມ ທຳ​ມາ​ຫາ​ກິນ, ​ເຈີອຈານ​ເຂົ້າ​ກັບ​ຊາວ​ນະຄອນບູຊາ​ນ.ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ສະ​ເໜີ​ໃຫ້​ເຈົ້າ​ຄອງນະຄອນ​​ບູຊາ​ນ ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ລົງ​ທຶນ, ການ​ຄ້າ ລະຫວ່າງ 2 ປະ​ເທດ ກໍ່​ຄື​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ຂົງ​ເຂດ​ການ​ສຶກສາ-​ບຳລຸງ​ສ້າງ ​ແລະ ສາທາລະນະ​ສຸກ. ​​ແລະ​ກໍ່​ໃນ​ຕອນ​ເຊົ້າວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ການ​ນຳ​ກຸ່ມ​ບໍລິສັດຕ່າງໆ​ຄື: Doosan, CJ, Teakwang, Lotte, ທະນາຄານ​ບູຊາ​ນ…

  ກ່ອ​ນ​ຫນ້ານັ້ນ, ວັນ​ທີ 10/12/2014, ຢູ່​ ບູຊາ​ນ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕິ​ນຢຸງ ​ໄດ້​ມີ​ການ​ເຈລະຈາ ກັບ​ທ່ານ​ນາງ​ປະທານາທິບໍດີ​   ສ.​ເກົາຫຼີ Park Geun-hye. ການ​ນຳທັງ 2 ທ່ານ ​ໄດ້​ແລກປ່ຽນ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ ​ແລະ ​ເຫັນ​ດີ​​ເປັນ​ເອກະສັນ​ກັນ​ຕໍ່​ທິດ​ທາງທາງໃຫຍ່ ​ແລະ ບັນດາ​ມາດ​ຕະການ​ລະອຽດ ​ເພື່ອ​ເຮັດ​​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ-ສ.​ເກົາຫຼີ​ ​ເລິກ​ເຊິ່ງກ່ວາ​ອີກ. ທ່ານ​ນາຍົກ​ລັດ​ຖະມົນຕີ​ຫວຽດນາມ ຫງວຽນ​ເຕິ​ນຢຸງ ​ແລະ ທ່ານ​ນາງ​ປະທານາທິບໍດີ​   ສ.​ເກົາຫຼີ Park Geun-hye ​ໄດ້​ສະ​ແດງ​ຄວາມພາກພູມ​ໃຈຕໍ່​ເລື່ອງ 2 ປະ​ເທດ​ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ 2 ຝ່າຍ, ຖື​ນີ້​ແມ່ນ​ເຫດການ​ສຳຄັນ​ທີ​່ສຸດ​ໃນ​ການ​ພົວພັນ ຫວຽດນາມ-​ສ.​ເກົາຫຼີ; ​ເຫັນ​ດີ​ເປັນ​ເອກະສັນ​ກັນ​ຖື​ວ່າ: ສັນຍາ​ການ​ຄ້າ​ເສລີ 2 ຝ່າຍ​ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ເພີ່ມ​ທະວີ​ຮ່ວມ​ມື​ການ​ຄ້າ 2 ຝ່າຍ​ ມຸ່ງ​ໄປ​ເຖິງ​ຄາດໝາຍ​ບັນລຸ​ວົງ​ເງິນ​ການ​ຄ້າ​ໃຫ້ໄດ້ 70 ຕື້ USD ​ໃນ​ປີ 2020​ ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ລະຫວ່າງ ຫວຽດນາມ-​ສ.​ເກົາຫຼີ ​ໃຫ້ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ອີກ​ດ້ວຍ. ທ່ານ​ນາງ​ປະທານາທິບໍດີ​   ສ.​ເກົາຫຼີ Park Geun-hye ຢືນຢັນ​ວ່າ: ສ.​ເກົາຫຼີ ​ຖື ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ອັນ​ດັບ​ໜຶ່ງ​ໃນ​ແຜນ​ນະ​ໂຍບາຍ ODA  ​ແລະ ຈະ​ສະຫງວນ​ບຸລິມະສິດ​ໃຫ້​ແກ່​ບັນດາ​ໂຄງການ​ຂຶ້ນ​ກັບ​ຂົງ​ເຂດ​ພື້ນຖານ​ໂຄງ​ລ່າງ, ການເຕີບ​ໂຕ​ຂຽວ, ການພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ. 2 ຝ່າຍ​ໄດ້​ເຫັນ​ດີ​ສືບ​ຕໍ່​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ​ຄວາມ​ສະຫງົບ, ​ປອດ​ໄພ, ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​​ເພື່ອ​ຜົນ​ປະ​ໂຫຍ​ດ ລວມຂອງ​ບັນດາ​ປະ​ເທດ​ພາຍໃນ ​ແລະ ນອກ​ພາກ​ພື້ນ; ສະໜັບສະໜູນ ອາ​ຊຽນ ​ແລະ ຈີນ ປະຕິບັດຂໍ້​ກຳນົດ​ ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ຢ່າງ​ເຄັ່ງຄັດ ​ແລະ ມຸ່ງ​ໄປ​ເຖິງ​ປະຕິບັດ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ. 2 ຝ່າຍ​ກໍ່​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

      ພາຍຫຼັງ​ການ​ເຈລະຈາ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ​ແລະ ທ່ານ​ນາງ​ປະທານາທິບໍດີ​   ສ.​ເກົາຫຼີ Park Geun-hye ​ໄດ້​ເປັນ​ສັກ​ຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ສິ້ນ​ສຸດ​ການເຈລະຈາ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ-​ສ.​ເກົາຫຼີ (VKFTA).


ຂ່າວ/ບົດ​ອື່ນ