ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີຫວຽດນາມຢູ່ມາເລເຊຍ

ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີຫວຽດນາມຢູ່ມາເລເຊຍ - ảnh 1
(ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ໋ນຢຸງ
​ພົບ​ປະ​ກັບ​ທ່ານ​ປະທານ​ສະພາ​ຕຳ່​ມາ​ເລ​ເຊຍ)

(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ມາ​ເລ​ເຊຍ​ຢ່າງ​ເປັນ​ທາງ​ການ, ຕອນ​ເຊົ້າ​ວັນ​ທີ 8/8,         ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ໋ນຢຸງ ​ໄດ້​ພົບ​ປະ​ກັບ​ທ່ານ​ປະທານ​ສະພາ​ຕຳ່​ມາ​ເລ​ເຊຍ TanSri Datuk Seri Utana Pandikar Aminbin Haji Mulia. ທີ່​ການ​ພົບ​ປະ, ທ່ານ​ນາຍົກລັດຖະມົນຕີ ຫງຽນ​ເຕິ໋ນຢຸງ ​ເນັ້ນ​ໜັກ​ວ່າ: ເລື່ອງ​ສອງ​ປະ​ເທດ​ຍົກ​ສູງ​ການ​ພົວພັນ​ຂຶ້ນ​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແມ່ນ​ຂີດ​ໝາຍ​ສຳຄັນ​ໃນ​ປະຫວັດ​ແຫ່ງ​ການ​ພົວພັນ​ຫວຽດນາມ - ມາ​ເລ​ເຊຍ, ນັບ​ແຕ່​​ສອງ​ປະ​ເທດ​ສ້າງ​ການ​ພົວພັນ​ທາງ​ການທູດ​ເມື່ອ​ປີ 1973.

        ສ່ວນ​ທ່ານ​ປະທານ​ສະພາ​ຕຳ່​ມາ​ເລ​ເຊຍ​ຢືນຢັນ​ຢັນ​ຈະ​ສົ່ງ​ເສີມ​ບັນດາ​ສະມາຊິກ​ລັດຖະສະພາ​ມາ​ເລ​ເຊຍ ມີ​ການ​ເຄື່ອນ​ໄຫວ​ຕັ້ງໜ້າ​ຫຼາຍ​ກວ່າ​ອີກ, ປະກອບສ່ວນ​ຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ມີ​ປະສິດ​ຜົນ.

        ​ແລະ ກໍ່​ໃນ​ຕອນ​ເຊົ້າ​ຂອງ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຫງຽນ​ເຕິ໋ນຢຸງ ​ໄດ້​ເຂົ້າ​ຮ່ວມ​ການ​ເຈລະຈາ​ກັບ​ບັນດາ​ສະມາຊິກ ສະ​ໂມ​ສອນ​ນັກທຸລະກິດ​ອາ​ຊຽນ (ABC) ​ແລະ​ ບາງ​ກຸ່ມ​ບໍລິສັດ​ໃຫຍ່​ຂອງ​ມາ​ເລ​ເຊຍ. ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງຽນ​ເຕິ໋ນຢຸງ ຊີ້​ແຈ້ງ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ​ລະຫວ່າງ​ຫວຽດນາມ - ​ມາ​ເລ​ເຊຍ ​ໃນ​ກວ່າ 40 ປີຜ່ານມາ, ພ້ອມ​ທັງ​ຢືນຢັນ​ວ່າ, ​ລັດຖະບານ​ຫວຽດນາມ ຍາມ​ໃດ​ກໍ່​ຊົມ​ເຊີຍ, ຕ້ອນຮັບ ​ແລະ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ນັກ​ລົງທຶນ​ມາ​ເລ​ເຊຍ, ບັນດາ​ນັກ​ລົງທຶນ​ຂອງ​ອາ​ຊຽນ ກໍ່​ຄື​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ເວົ້າ​ລວມ ຊອກ​ຫາ​ກາລະ​ໂອກາດ, ຊຸກຍູ້​ການ​ຮ່ວມ​ມື​ລົງທຶນ, ​ແລກປ່ຽນ​ການ​ຄ້າ ​ແລະ ທຳ​ມາ​ຫາ​ກິນ​ຢ່າງ​ມີ​ປະສິດທິຜົນ, ຍາວ​ນານ​ຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ