ການເຄື່ອນໄຫວຂອງທ່ານປະທານ ສະພາແຫ່ງຊາດ Nguyen Sinh Hung ຢູ່ລາວ

ການເຄື່ອນໄຫວຂອງທ່ານປະທານ ສະພາແຫ່ງຊາດ Nguyen Sinh Hung ຢູ່ລາວ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung
ພົບປະກັບທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ
( ພາບ: nguyensinhhung.net )


( vovworld ) -   ​ໂດຍ​ສືບ​ຕໍ່​ການ​ຢ້ຽມ​ຢາມ​ສັນຖະວະ​ໄມຕີ ສປປລາວ, ຕອນບ່າຍວັນທີ 3/7, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຫວຽ​ດນາມ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ປານີ ຢາ​ທໍ່​ຕູ້, ​ເຂົ້າ​ຢ້ຽມ​ຂໍ່ານັບ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈູມ​ມາລີ ​ໄຊ​ຍະ​ສອນ ​ແລະ ພົບ​ປະ​ເຈລະ​ຈາ​ກັບ​ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ. ​ເຂົ້າ​ຢ້ຽມ​ຂໍ່ານັບ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈູມ​ມາລີ ​ໄຊ​ຍະ​ສອນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ Nguyen Sinh Hung ​ໄດ້​ເນັ້ນ​ໜັກ​ວ່າ; ການ​ພົວພັນ​ດ້ານ​ການ​ເມືອງ ​ແລະ ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ​ພວມ​ໄດ້​ຮັບ​ການ​ປັບປຸງ, ພັດທະນາ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະສິດທິ​ຜົນ ​ແລະ ​ເລື່ອງ​ສະ​ເຫຼີ​ມສະຫຼອງ​ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ​ຫວຽ​ດນາມ - ລາວ 2012 ​ເພື່ອ​ແນ​ໃສ່​ສຶກສາ​ໃຫ້​ລຸ້ນໜຸ່ມສອງ​ປະ​ເທດ​ກ່ຽວ​ກັບ​ມູນ​ເຊື້ອ​ຂອງ​ສາຍ​ພົວພັນ​ແບບ​ພິ​ເສດ ​ແລະ ​ເຮັດ​ໃຫ້​ປີ 2012 ​ກາຍ​ເປັນ​ຂີດ​ໝາຍ​​ແຫ່ງ​ສາຍ​ພົວພັນ​ບໍລິສຸດ​ຜຸດ​ຜ່ອງ​ຂອງ​ສອງ​ປະ​ເທດ​ຫວຽດນາມ - ລາວ. ທ່ານ​ເລຂາທິການ​ໃຫຍ່, ​ປະທານ​ປະ​ເທດ​ລາວ ຈູມ​ມາລີ ​ໄຊ​ຍະ​ສອນ ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ Nguyen Sinh Hung ​ໄດ້​ເຫັນ​ດີ​​ເປັນ​​ເອກະສັນໂດຍ​ຖື​ວ່າ ​ໃນ​ສະພາບ​ການ​ທີ່ສາກ​ົນ​ ​ແລະ ພາກ​ພື້ນ ພວມ​ມີ​ການ​ຜັນ​ແປ່​ຄື​ປະຈຸ​ບັນ, ​ເລື່ອງ​ເພີ່ມ​ທະວີ ​ແລະ ປັບປຸງ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຢ່າງຮອບດ້ານ​ລະຫວ່າງ​ຫວຽດນາມ - ລາວ​ ​ຍິ່ງ​ມີ​ຄວາມ​ໝາຍ​ສຳຄັນ​ກວ່າ​ອີກ, ​ແມ່ນ​ປັດ​ໃຈ​ຮັບປະກັນ​ພາ​ລະ​ກິດ​ສ້າງສາ ​ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢູ່​ແຕ່ລະ​ປະ​ເທດຢ່າງ​ມີ​ໄຊ.

        ກອນ​ໜ້າ​ນັ້ນ, ທີ່​ສຳນັກ​ງານ​ລັດຖະບານ​ລາວ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ໄດ້​ມີ​ການ​ພົບ​​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ​ ທຳ​ມະ​ວົງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ​ທ່ານ​ນາຍົກລັດຖະມົນຕີລາວ ​ໃນ​ການ​ພັດທະນາ​ສາຍ​ພົວພັນ​ຂອງ​ສອງ​ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ການ​ຊຸກ​ຍູ້​ເປີດ​ກວ້າງ​ການ​ພົວພັນ​ຂອງ​ສອງ​ປະ​ເທດ​ໃນ​ບັນດາ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ, ພ້ອມ​ທັງຢືນຢັນ​ວ່າ ຫວຽດນາມ ຈະສືບ​ຕໍ່​ສະໜັບ​ສະ​ໜູນ​ລາວ​ ​ເຂົ້າ​ຮວ່ມອົງການ​ການ​ຄ້າ​ໂລກ​ໂດຍ​ໄວ ​ແລະ ໜູນຊ່ວຍ​​ລາວ ຈັດ​ຕັ້ງ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ - ​ເອີ​ລົບ ຄັ້ງ​ທີ 9 ​ໃນ​ທ້າຍ​ປີ 2012 ຢ່າງ​ຕັ້ງໜ້າ.

        ​ແລະ​ກໍ​ໃນ​ວັນ​ທີ 3/7, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ໂອ້​ລົມ​ກັບ​ພະນັກງານ​ສະຖານທູດ​ຫວຽດນາມ ​ແລະ ບັນດາ​ອົງການ​ຕາງໜ້າ​ຂອງ​ຫວຽດນາມ ປະຈຳ​ລາວ.

        ຕອນ​ຄໍ່າ​ວັນ​ດຽວ​ກັນ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ປານີ ຢາ​ທໍ່​ຕູ້ ​ໄດ້​ຈັດ​ງານ​ລ້ຽງ​ຕ້ອນຮັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ທີ່​ພວມ​ຢູ່​ຢ້ຽມຢາມສັນຖະວະ​ໄມຕີ ສປປ ລາວ.

ຂ່າວ/ບົດ​ອື່ນ