ການເຄື່ອນໄຫວຂອງທ່ານປະທານປະເທດ Truong Tan Sang ທີ່ກອງປະຊຸມສຸດຍອດ APEC

ການເຄື່ອນໄຫວຂອງທ່ານປະທານປະເທດ Truong Tan Sang ທີ່ກອງປະຊຸມສຸດຍອດ APEC - ảnh 1
ທ່ານ​ປະທານ​ປະ​ເທດ Truong Tan Sang
ທີ່ກອງ​ປະຊຸມ​ຊຸດ​ຍອດ APEC ຄັ້ງ​ທີ 20

(ພາບ: google.com.vn)

(vovworld)-ຕອນ​ບ່າຍ​ວັນ​ທີ 8/9, ກອງ​ປະຊຸມ​ຄັ້ງ​ທີ 20 ຂອງ​ບັນດາ​ການ​ນຳ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ​ປາຊີ​ຝິກ (APEC) ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນ Vladivostok, ສະຫະພັນ​ລັດ​ເຊຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ 21 ພື້ນຖານ​ເສດຖະກິດ​ສະມາຊິກ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ປະທານ​ປະ​ເທດ Truong Tan Sang ນຳ​ໜ້າ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ. ​ໃນ​ບົດ​ກ່າວ​ຄວາມ​ເຫັນ​ຊົມ​ເຊີຍ, ທ່ານ​ປະທານາທິບໍດີ​ລັດ​ເຊຍ V. Putin ​ເນັ້ນ​ໜັກ​ວ່າ ກອງ​ປະຊຸມ​ປີ​ນີ້​ດ້ວຍ​ຫົວ​ເລື່ອງ ”ຮ່ວມ​ສຳພັນ​ເພື່ອ​ເຕີບ​ໂຕ, ມີ​ຫົວຄິດ​ປະດິດ​ສ້າງ​ເພື່ອ​ຈະ​ເລີ​ນໝັ້ນຄົງ” ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ, ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ບັນດາ​ການ​ນຳ APEC ພ້ອມ​ກັນ​ແລກປ່ຽນ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ສະຖານະ​ການ​ເສດຖະກິດ​ໂລກ ​ແລະ ພາກ​ພື້ນ​ອາຊີ-​ປາຊີ​ຝິກຟື້ນ​ຟູ​ຢ່າງ​ຊັກ​ຊ້າ ​ແລະ ຊ້ອນ​ແຝງ​ຄວາມ​ສ່ຽງ​ຫຼາຍ.

        ທີ່​ວາລະ​ປະຊຸມ​ທຳ​ອິດ​ກ່ຽວ​ກັບ​ການ​ຮ່ວມ​ສຳພັນ​ເສດຖະກິດ​ໃນ​ພາກ​ພື້ນ, ບັນດາ​ການ​ນຳ​​ໄດ້ຢືນຢັນ​ຄວາມ​ຕັດສິນ​ໃຈ​ພ້ອມ​ກັນ​ມານະ​ພະຍາຍາມ​ສືບ​ຕໍ່​ປະຕິບັດ​ບັນດາ​ຈຸດໝາຍ Bogor , ຍຸດ​ທະ​ສາດ​​ເຕີບ​ໂຕ​ໃໝ່​ຂອງ APEC, ພ້ອມ​ທັງ​ສະໜັບສະໜູນ​ບັນດາ​ຂໍ້​ຕົກລົງ​ຂອງ​ກອງ​ປະຊຸມ​ສຸດ​ຍອດ G-20 ທີ່​ຫາ​ກໍ່​ດຳ​ເນີນ​ຢູ່ ​ເມກ​ຊິ​ໂກ, ​ເພື່ອ​ແນ​ໃສ່​ຟື້ນ​ຟູເສດຖະກິດ​ຢ່າງ​ແຮງ, ໝັ້ນຄົງ ​ແລະ ດຸ່ນດ່ຽງ. ກ່າວ​ຄວາມ​ເຫັນ​ທີ່ກອງ​ປະຊຸມ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ເນັ້ນ​ໜັກ​ເຖິງ​ລັກສະນະ​ຈຳ​ເປັນ​ຂອງ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ການ​ຮ່ວມ​ສຳພັນ​ເສດຖະກິດ​ໃນ​ພາກ​ພື້ນ, ຖື​ວ່າ​ນັ້ນ​ແມ່ນ​ລູກ​ກະ​ແຈ​ເພື່ອ​ຮັກສາ​ທ່າ​ເຕີບ​ໂຕ​ຂອງ​ແຕ່​ລະສະ​ມາ​ຊິກ ​ແລະ ຄວາມ​ຂະຫຍັນ​ຂັນ​ເຄື່ອນ​ດ້ານ​ເສດຖະກິດ​ຂອງ​ພາກ​ພື້ນ.

        ພາຍຫຼັງ​ວາລະ​ປະຊຸມ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ພ້ອມ​ກັບ​ບັນດາ​ການ​ນຳ​ອາ​ຊຽນ​ເຂົ້າ​ຮ່ວມ​ການ​ເຈລະຈາ​ກັບ​ສະພາ​ທີ່​ປຶກສາ​ດຳ​ເນີນ​ທຸລະ​ກິດ APEC. ​ເມື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ດຶງ​ດູດ​ທຶນ​ຈາກ​ຕ່າງປະ​ເທດ​ໃນ​ການ​ພັດທະນາ​ເສດຖະກິດ. ທ່ານ​ປະທານ​ປະ​ເທດ Truong Tan Sang  ຢືນຢັນ​ວ່າ:

        ”ພວກ​ຂ້າພະ​ເຈົ້າ​ກຳນົດ​ການ​ລົງທຶນ​ຕ່າງປະ​ເທດ (FDI) ​ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ. ​ແຜນການ​ລວມຂອງ​ພວກ​ຂ້າພະ​ເຈົ້າແມ່ນພະຍາຍາມ​ສ້າງ​ນະ​ໂຍບາຍ​ທີ່​ທຽບ​ເທົ່າ​ກັບ​ບັນດາ​ປະ​ເທດ​ທີ່​ມີ​ລະດັບ​ພັດທະນາ​​ເທົ່າ​ກັນ. ພວກ​ຂ້າພະ​ເຈົ້າ​ມີ​ທິດ​ນຳ​ວ່າການ​ນຳ​ທຸກ​ຂັ້ນ​ຍິນ​ດີ​ຕ້ອນຮັບ​ບັນດາ​ນັກ​ລົງທຶນ. ຍ້ອນ​ເຫດ​ນັ້ນ ​ໃນ​ໄລຍະ 20 ປີ ພວກ​ຂ້າພະ​ເຈົ້າ​ສາມາດ​ດຶງ​ດູດ​ທຶນ​ໄດ້​ກວ່າ 200 ຕຶ້ USD ​ແລະ ທຶນ​ປະຕິບັດ​ບັນລຸ 100 ຕຶ້ USD”.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ມີ​ການ​ພົບ​ປະ​ກັບ​ນາຍົກລັດຖະມົນຕີບັນດາປະ​ເທດ​ຍີ່ປຸ່ນ, ສິງ​ຄະ​ໂປ, ອົດ​ສະ​ຕາ​ລີ, ​ແລະ ຫົວໜ້າ​ຄະນະ​ຜູ້​ແທນ​ອາ​ເມ​ລິ​ກາ. ​ໃນ​ການ​ພົບ​ປະ​, ການນຳບັນດາ​ປະ​ເທດ​ດັ່ງກ່າວ​ລ້ວນ​ແຕ່​ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ປ່ຽນ​ໃໝ່​ຮູບ​ແບບ​ເຕີບ​ໂຕ​ເສດຖະກິດ ​ແລະ ​ເຊື່ອມ​ໂຍງ​ກັບ​ສາກົນຢ່າງ ຮອບດ້ານ​ຂອງ​ຫວຽດນາມ.

        ຕອນ​ຄຳ່​ຂອງ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ Truong Tan Sang  ​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ ໂດຍປະທານາທິບໍດີ​ລັດ​ເຊຍ V. Putin ​ຈັດ​ຕັ້ງ​ເພື່ອ​ຊົມ​ເຊີຍ​ບັນດາ​ການ​ນຳ APEC.

        ກ່ອນ​ໜ້າ​ນັ້ນ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ມີ​ການ​ພົບ​ປະ​ກັບປະທານາທິບໍດີ​ລັດ​ເຊຍ V. Putin. ຜູ້ນຳ​ທັງ​ສອງ​ທ່ານ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ​ພາຍຫຼັງ​ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ - ສະຫະພັນ​ພາສີ (ສະຫະພັນ​ລັດ​ເຊຍ - ກາ​ຢັກ​ສະຖານ - ​ເບ​ລາ​ຮູດ) ​ໄດ້​ຮັບ​ການ​ລົງ​ນາມ​ຈະ​ສ້າງ​ພື້ນຖານ​ຊຸກຍູ້​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ສອງ​ຝ່າຍ. ຜູ້ນຳ​ທັງ​ສອງ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ຕັ້ງໜ້າ​ຊີ້​ນຳ, ຊຸກຍູ້​ການ​ເຈລະຈາ ​ເພື່ອ​ລົງ​ນາມ​ໃນ​ສັນຍາ​ສຳຄັນ​ນີ້​ໂດຍ​ໄວ.

ການເຄື່ອນໄຫວຂອງທ່ານປະທານປະເທດ Truong Tan Sang ທີ່ກອງປະຊຸມສຸດຍອດ APEC - ảnh 2
ທ່ານ​ປະທານ​ປະ​ເທດ Truong Tan Sang
ພົບປະກັບປະທານາທິບໍດີ​ລັດ​ເຊຍ V. Putin

(ພາບ: google.com.vn)

        ທ່ານ​ປະທານ​ປະ​ເທດ Truong Tan Sang ​ແລະ ປະທານາທິບໍດີ​ລັດ​ເຊຍ V. Putin  ​ໄດ້​ແລກປ່ຽນ ​ແລະ ​ເຫັນ​ດີ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ຫວຽດນາມ​ກັບ​ເຂດ​ຕາ​ເວັນ​ອອກ​ໄກ, ລັດ​ເຊຍ ກວ່າ​ອີກ.

        ວັນ​ທີ 9/9, ກອງ​ປະຊຸມ​ຊຸດ​ຍອດ APEC ຄັ້ງ​ທີ 20 ສືບ​ຕໍ່​ວາລະ​ປະຊຸມ​ສຳຄັນ​ກ່ຽວ​ກັບ​ການ​ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ, ການ​ເຕີບ​ໂຕ ຫົວຄິດ​ປະດິດ​ສ້າງ, ​ກໍ່​ຄື​ສະພາບ​​ເສດຖະກິດ​ໂລກ ​ແລະ ຢູ່​ອາຊີ - ປາຊີ​ຝິກ. ທີ່​ວາລະ​ປະຊຸມ, ທ່ານປະທານາທິບໍດີ​ລັດ​ເຊຍ V. Putin ຊີ້​ແຈ້ງວ່າ, ຍິ່ງ​ກວ່າ​ເວລາ​ໃດ​ໝົດ, ການ​ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ​ພວມ​ກາຍ​ເປັນ​ການ​ທ້າ​ທາຍ​ອັນ​ໃຫຍ່​ຫຼວງ​ໃນ​ທົ່ວ​ໂລກ ​ແລະ ດ້ວຍ​ບົດບາດ​ແມ່ນ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອັນ​ດັບ​ໜຶ່ງ​ຢູ່​ພາກ​ພື້ນ, APEC ຄວນ​ມີ​ການ​ກະທຳ​ຢ່າງ​ແຮງ.

        ກ່າວ​ຄວາມ​ເຫັນ​ທີ່​ວາລະ​ປະຊຸມ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ເນັ້ນ​ໜັກ​ວ່າ ຄວາມ​ມານະ​ພະຍາຍາມ​ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ​ຕ້ອງ​ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນກັບ​ຍຸດ​ທະ​ສາດ​ພັດທະນາ​ແຫ່ງ​ຊາດ, ວິວັດ​ການ​ສ້າງ​ໂຄງ​ປະ​ກອບ​ເສດຖະກິດ​ຄືນ​ໃໝ່ ກໍ່​ຄື​ການ​ປະຕິບັດ​ບັນດາ​ຈຸດໝາຍ​ສະຫັດ​ສະວັດ ​ແລະ ຄວາມ​ມານະ​ພະຍາຍາມ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

        ທີ່​ວາລະ​ປະຊຸມ​ກ່ຽວ​ກັບ​ສະພາບ​ເສດຖະກິດ​ໂລກ ​ແລະ ອາຊີ - ປາຊີ​ຝິກ, ບັນດາ​ການ​ນຳ​ແບ່ງປັນ​ກ່ຽວ​ກັບ​ການ​ທ້າ​ທາຍ​ສຳ​ຫຼັບ​ການ​ຟື້ນ​ຟູ​ເສດຖະກິດ, ​ໄພ​ຊຸດ​ໂຊມ​ໃນ​ການ​ເຕີບ​ໂຕ, ການ​ກະທົບ​ຢ່າງ​ເລິກ​ເຊິ່ງ​ແລະ​ກວ້າງຂວາງ​ຂອງ​ຕະຫຼາດ​ການ​ເງິນ​ທີ່​ບໍ່​ສະຖຽນ​ລະ​ພາບ ​ແລະ ໜີ້​ສິນ​ຢູ່​ເອີ​ລົບ. ກ່າວ​ຄວາມ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ Truong Tan Sang ສະ​ເໜີ​ໃຫ້ APEC ​ເອົາ​ໃຈ​ໃສ່​ກວ່າ​ອີກ​ເຖິງ​ການ​ໜູນ​ຊ່ວຍ​ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ​ໃນ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ​ແລະ ປ່ຽນ​ໃໝ່​ຮູບ​ແບບ​ເຕີບ​ໂຕ, ພ້ອມ​ທັງ​ສືບ​ຕໍ່ປະກອບສ່ວນຢ່າງ​ແທດ​ຈິງ​ໃຫ້​ແກ່​ການ​ປະຕິ​ຮູບ​ກົນ​ໄກ​ບໍລິຫານ​ເສດຖະກິດ - ການ​ເງິນ​ທົ່ວ​ໂລກ​ຕາມ​ທິດ​ສະ​ເໝີ​ພາບ, ປະຊາທິປະ​ໄຕ ​ແລະ ມີ​ປະສິດທິ​ຜົນ​ກວ່າ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ບັນດາ​ພື້ນຖານ​ເສດຖະກິດ​ພວມ​ພັດທະນາ ​ແລະ ຫາກໍ່​ພົ້ນ​ເດັ່ນ​ຂຶ້ນ.

        ຕອນ​ບ່າຍ​ວັນ​ທີ 9/9, ກອງ​ປະຊຸມ​ຊຸດ​ຍອດ APEC ຄັ້ງ​ທີ 20 ​ໄດ້​ອັດ​ລົງ​ຢ່າງ​ເປັນ​ທາງ​ການ. ບັນດາ​ການ​ນຳ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຮ່ວມ ”ຮ່ວມ​ສຳພັນ​ເພື່ອ​ເຕີບ​ໂຕ, ມີ​ຫົວຄິດ​ປະດິດ​ສ້າງ​ເພື່ອ​ຈະ​ເລີ​ນໝັ້ນຄົງ” ພ້ອມ​ກັບ​ເອກະສານ 5 ສະບັບ​ກ່ຽວ​ກັບ​ເພີ່ມ​ທະວີ​ຫົວຄິດ​ປະດິດ​ສ້າງ, ຄ້ຳປະກັນ​ດ້ານ​ພະລັງງານ, ຫັນ​ການ​ຄ້າ​ສິນຄ້າ​ສິ່ງ​ແວດ​ລ້ອມ​ເປັນ​ເສລີ, ຮ່ວມ​ມື​ດ້ານ​ສຶກສາ, ຕ້ານ​ສໍ້​ລາດ​ບັງ​ຫຼວງ ​ແລະ ຄວາມ​ໂປ່​ງ​ໃສ. ຖະ​ແຫຼ​ງການ​ຮ່ວມ ​ແລະ ບັນດາ​ເອກະສານ​ນີ້ ​ໄດ້​ເປັນ​ການ​ຢັ້ງຢືນ​ເຖິງ​ຄວາມ​ຕັດສິນ​ໃຈ​ຢ່າງ​ແຮງ​ຂອງ​ບັນດາ​ການ​ນຳ APEC ທີ່​ໝັ້ນ​ໝາຍ​ຊຸກຍູ້​ການ​ຮ່ວມ​ສຳພັນ​ເສດຖະກິດ​ໃນ​ພາກ​ພື້ນ ​ແລະ ຍົກ​ສູງ​ທີ່​ຕັ້ງ​ສາກົນ​ຂອງ​ເວທີ​ປາ​ໄສ.

 

ຂ່າວ/ບົດ​ອື່ນ