ການເຄື່ອນໄຫວຂອງທ່ານປະທານປະເທດ Truong Tan Sang ຢູ່ APEC 20

ການເຄື່ອນໄຫວຂອງທ່ານປະທານປະເທດ Truong Tan Sang ຢູ່ APEC 20 - ảnh 1
ທ່ານ​ປະທານ​ປະ​​ເທດຫວຽດນາມ Truong Tan Sang
ໄດ້​ເດີນທາງ​​ໄປ​ຮອດ​ນະຄອນ Vladivostok, ສະຫະພັນ​ລັດ​ເຊຍ
(ພາບ: TTXVN)
(vovworld) -     ວັນ​ທີ 6/9, ທ່ານ​ປະທານ​ປະ​​ເທດຫວຽດນາມ Truong Tan Sang ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ໄດ້​ເດີນທາງ​​ໄປ​ຮອດ​ນະຄອນ Vladivostok, ສະຫະພັນ​ລັດ​ເຊຍ, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ນາ​ທິບໍດີ​ສະຫະ​ພັນ​ລັດ​ເຊຍ V.Putin, ​ເລີມ​ຕົ້ນ​ການ​​ເຂົ້າ​ຮ່ວມ​ກອງ​ປະຊຸມສຸດ​ຍອດ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຝິກ ຄັ້ງ​ທີ 20 (APEC 20) ​ແລະ ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຢູ່​​ເຂດຕາ​ເວັນ​ອອກ​ໄກ​ຂອງ​ສະຫະພັນ​ລັດ​​ເຊຍ. ​ໃນ​ສະພາບການ​ທີ່​ຕັ້ງ​ບົດບາດຂອງ​ຫວຽດນາມ ຢູ່​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ, ​ໃນ​ນັ້ນ​ມີ APEC, ​ພວມໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ ບໍ່​ຢຸດ​ຢັ້ງ, ການ​​ເຂົ້າ​ຮວ່ມກອງ​ປະຊຸມ​ສຸດ​ຍອດ APEC 20 ຂອງ​ທ່ານ​ປະທານ​ປະ​ເທດ​ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​​ແມ່ນເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ກ່ຽວ​ກັບ​​ເລື່ອງ​ເປັນ​ເຈົ້າ​ການ, ​ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນຢ່າງ​ເລິກ​ເຊິ່ງ ​ແລະ ຮອບດ້ານ, ສືບ​ຕໍ່​ຮັກສາບົດບາດ​ສຳຄັນ​ໃນ​​ຂອບ​ເຂດ​ການ​ຮ່ວມ​ມື​ຢູ່​ພາກ​ພື້ນ​ອາຊີ - ປາຊີ​ຝິກ, ​ໃນ​ນັ້ນ​ມີ APEC. ຜ່ານ​ນັ້ນ ປະກອບສ່ວນຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຮ່ວມ​ມືກັບ​ APEC ​ແລະ ບັນດາ​​ເນື້ອ​ໃນ​ໃຫຍ່​ຂອງ​ກອງ​ປະ​ຊຸມ, ຫວຽດນາມ ຈະ​ຊຸກຍູ້​ການ​ພົວພັນ​ດ້ານ​ການ​ເມືອງ, ການ​ຄ້າ, ການ​ລົງທຶນ​ກັບ​ບັນດາຄູ່​ຮ່ວມ​ມື, ​ເຮັດ​ໃຫ້ການ​ພົ​ວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດສະມາຊິກຂອງ APEC ​ເລິກ​ເຊິ່ງກວ່າອີກ.

ພາຍຫຼັງ​ເດີນທາງ​ໄປ​ຮອດ Vladivostok, ທ່ານ​ປະທານ​ປະ​​ເທດ Truong Tan Sang  ​ໄດ້​ມີ​ການ​ພົບ​ປະ​ກັບ​ພະນັກງານ, ພາລະ​ກອນ​ສະຖານກົງ​ສູງ​ໃຫຍ່ ​ແລະ ຜູ້ຕາງໜ້າ​ວົງ​ຄະນະ​ຍາດ​ຊາວ​ຫວຽດນາມ ທີ່​ພວມ​ດຳລົງ​ຊີວິດ ​ແລະ ຮໍ່າຮຽນ​ຢູ່​ທີ່​ນີ້.

​ວັນ​ທີ 7/9 ​ແມ່ນ​ມື້​ທຳ​ອິດ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສັບປະດາ​ຂັ້ນ​ສູງ​ APEC ຄັ້ງ​ທີ 20, ທ່ານ​ປະທານ​ປະ​ເທດ ຫວຽດນາມ Truong Tan Sang ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ວິ​ສາ​ຫະກິດ APEC ປີ 2012. ຢູ່ ນອກ​ກອງ​ປະຊຸມ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ຕ້ອນຮັບ​ການ​ນຳ​ບັນດາ​ກຸ່ມ​ບໍລິສັດ​ຂອງ​ອາ​ເມ​ລິກາ ​ແລະ ​ເຂົ້າ​ຮ່ວມ​ການ​ພົບ​ປະ​ສົນທະນາ​ລະຫວ່າງນັກທຸລະກິດ ຫວຽດນາມ - ລັດ​ເຊຍ ກ່ຽວ​ກັບ​ການ​ພັດທະນາ​ການ​ພົວພັນ​ດ້ານ​ການ​ຄ້າ ການ​ລົງທຶນ ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ​ໄກ ​ຂອງ​ສະຫະພັນ​ລັດ​ເຊຍ. ​ໃນ​ບົດ​ປາ​ໄສ​ກ່າວ​ທີ່​ວາລະ​ປະຊຸມ​ປຶກສາ​ຫາລື​ກ່ຽວ​ກັບ​ນ້ຳ - ​ແຫ​ລ່ງຊັບພະຍາກອນ​ຍຸດ​ທະ​ສາດ​ທົ່ວ​ໂລກ​ໃຫມ່, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ເນັ້ນ​ຫນັກ​ວ່າ : ​ແຫ​ລ່ງນ້ຳ​ນັບ​ມື້​ນັບ​ກາຍ​ເປັນ​ຊັບພະຍາກອນ​ຍຸດ​ທະ​ສາດ​ທີ່​ເຫືອດ​ແຫ້ງ​ໃນ​ທ່ົວ​ໂລກ, ບໍ່​ພຽງ​ແຕ່​ສົ່ງ​ຜົນ​ກະທົບ​ເຖິງ​ການ​ພັດທະນາ​ເສດຖະກິດ​​ເທົ່າ​ນັ້ນ ຫາກ​ຍັງ​ສົ່ງ​ຜົນ​ສະທ້ອນ​ເຖິງ​ສະພາບ​ຄວາມ​ໝັ້ນຄົງ​ຂອງ​ຫລາຍ​ປະ​ເທດ​, ທະ​ວີ​ບຢູ່​ໃນ​ໂລກ​ອີກ​ດ້ວຍ.
ພາກ​ພື້ນ​ອາຊີ-​ປາຊີ​ຟິກ​ແມ່ນ​ພາກ​ພື້ນ​ຕ້ອງ​ຮັບ​ມື​ກັບ​ບັນດາ​ການ​ທ້າ​ທາຍ​ກ່ຽວ​ກັບ​ແຫຼ່ງນ້ຳ​ໃນ​ອະນາຄົດ​ອັນ​ໃກ້ໆ​ນີ້. ​ເຖິງ​ວ່າ​ກວມ​ເອົາ​ເຖິງ 60% ປະຊາກອນ​ໂລກ​, ມີ​ລະດັບ​ການ​ເຕີບ​ໂຕ​ເສດຖະກິດ ​ແລະ ຫັນ​ເປັນ​ຕົວ​ເມືອງ​ສູງ​ກ່ວາ​ໝູ່​ໃນ​​ໂລກກໍ່ຕາມ ​ແຕ່​ພາກ​ພື້ນ​ຂອງ​ພວກ​ເຮົາ​ມີ​ຊັບພະຍາກອນ​ນ້ຳທົ່ວ​ໂລກ​ພຽງ 35% ​ເທົ່າ​ນັ້ນ. ການ​ຂາດ​ແຄນ​ນ້ຳ​ແມ່ນ​ໄພ​ນາບ​ຂູ່​ໃຫ່ຍທີ່​ສຸດ​ຂອງ​ພາກ​ພື້ນ ​ໃນ​ຂະນະ​ທີ່​ປະຈຸ​ບັນ, ພາກ​ພື້ນ​ຂອງ​ພວກ​ເຮົາ​ຕ້ອງ​ຮັບ​ປະມານ 70% ​ໄພ​ທຳ​ມະ​ຊາດ​ໃນ​ໂລກ, ​ໂດຍ​ສະ​ເພາ​ແມ່ນ​​ໄພນ້ຳຖ້ວມ, ​ແຫ້ງ​ແລ້ງ, ​ແຜ່ນດິນ​ໄຫວ, ນ້ຳທະ​ເລ​ຂຶ້ນ​ສູງ…..

   ​ໃນ​ໂອກາດ​ເຂົ້າຮ່ວມ​ກອງ​ປະຊຸມ​ຂັ້ນສູງ APEC ຄັ້ງທີ 20, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫ່ຍ, ປະທານ​ປະ​ເທດ ສາທາລະນະ​ລັດ ປະຊາຊົນ​ຈີນ ຫູຈິນເທົ່າ. ນະ​ທີ່​ນີ້, ການ​ນຳ​ສອງ​ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ ​ໂດຍ​ຖື​ວ່າ, ການ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ຫວຽດນາມ-​ຈີນ ຊື່​ງ​ໄດ້​ຮັບ​ການ​ເພິ່ງ​ພູນ​ຄູນ​ສ້າງ​ຈາກ​ການ​ນຳ​ລຸ້ນຕ່າງໆ ​ແລະ ປະຊາຊົນ​ສອງ​ປະ​ເທດ ​ແມ່ນ​ຊັບ​ສົມບັດ​ອັນ​ມີຄ່າ​ຂອງ​ປະຊາຊົນ​ສອງ​ປະ​ເທດ ​ແລະ ທັງ​ສອງ​ຝ່າຍ​ລ້ວນ​ແຕ່​ມີ​ຄວາມ​ຮັບຜິດຊອບ​ສຶບທອດ ​ແລະ ​ເສີມ​ຂະຫຍາຍ.

ຂ່າວ/ບົດ​ອື່ນ