ການເຄື່ອນໄຫວຂອງທ່ານປະທານປະເທດ ເຈືອງເຕີນຊາງ ຢູ່ກຳປູເຈຍ

ການເຄື່ອນໄຫວຂອງທ່ານປະທານປະເທດ ເຈືອງເຕີນຊາງ ຢູ່ກຳປູເຈຍ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ ​
ໄປ​ຢ້ຽມຢາມພະ​ມະຫາອາຈານ​ ກຳປູ​ເຈຍ)


(vovworld) – ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ພະ​ບາດ​ສົມ​ເດັດ ພະ​ບໍລົມ​ມະນຽດ ​ໂນ​ໂຣດົມ ສີຫະ​ໂມ​ນີ, ກະສັດ​ແຫ່ງ​ລາຊະ​ອານາຈັກ​ກຳປູ​ເຈຍ, ທ່ານ​ປະທານ​ປະ​ເທດ​ ​ສສ ຫວຽດນາມ ເຈືອງ​ເຕິ໋ນຊາງ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ​ ໄດ້​ໄປ​ຢ້ຽມຢາມ​ທາງ​ລັດຖະກິດ ລາຊະ​ອານາຈັກກຳປູ​ເຈຍ ​ໃນ​ລະຫວ່າງ​ວັນ​ທີ 23-24/12/2014. ສິ້ນ​ສຸດ​ການ​ຢ້ຽມຢາມ, ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ ສສ ຫວຽດນາມ - ລາຊະ​ອານາຈັກກຳປູ​ເຈຍ. ​ເຊິ່ງ​ໃນ​ນັ້ນ​ສອງ​ຝ່າຍ​ໄດ້​ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ການ​ພັດທະນາ​ອັນ​ ດີງາມ​ຂອງ​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ກຳປູ​ເຈຍ ​ໃນ​ໄລຍະ​ຜ່ານ​ມາ. ການ​ນຳ​ສອງ​ປະ​ເທດ​ຢືນຢັນ​ສືບ​ຕໍ່​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຕາມ​ທິດ​ນຳ “​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ, ຍາວ​ນານ“, ປະຕິບັດ​ບັນດາ​ຫຼັກການ​ທີ່​ລະບຸ​ໄວ້​ໃນ​ຖະ​ແຫຼ​ງການ​ຮ່ວມ ຫວຽດນາມ - ກຳປູ​ເຈຍ​ເມື່ອ​ປີ 1999, 2005, 2009, 2011 ຢ່າງ​ຄົບ​ຖ້ວນ, ​ເຄົາລົບ​ເອກະລາດ, ອະທິປະ​ໄຕ​ ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ກັນ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ ​ແລະ ບໍ່​ອະນຸຍາດ​ໃຫ້​ບໍ່​ວ່າ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ໃດ​ ນຳ​ໃຊ້​ຜືນ​ແຜ່ນດິນ​ຂອງ​ປະ​ເທດ​ນີ້ ​ເພື່ອ​ຂົ່ມຂູ່​ເຖິງ​ຄວາມ​ສະຫງົບ​ປອດ​ໄພ​ຂອງ​ປະ​ເທດ​ອື່ນ, ​ແກ້​ໄຂ​ບັນດາ​ບັນ​ຫາ​ທີ່​ເກີດ​ຂຶ້ນ​ລະຫວ່າງ​ສອງ​ປະ​ເທດ​ ຜ່ານ​ການ​ເຈລະຈາ​ສັນຕິພາບ. ສອງ​ຝ່າຍ​ເຫັນ​ດີ​ເພີ່ມ​ທະວີ​ການ​ພົບ​ປະ​ຂັ້ນ​ສູງ, ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ສົ່ງ​ເສີມ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ລະຫວ່າງ​ບັນດາທ້ອງ​ຖີ່​ນທີ່ຕິດ​ກັບ​ຊາຍ​ແດນ. ສອງ​ຝ່າຍ​ເຫັນ​ດີ​ພິຈາລະນາ​ນະ​ໂຍບາຍ​ຕ່າງໆ ​ເພື່ອ​ແນ​ໃສ່​ສູ້​ຊົນ​ບັນລຸວົງ​ເງິນ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​​ໄດ້ 5 ຕື້ USD ​ໃນ​ປີ 2015 ​​ແລະ ສືບ​ຕໍ່​ເພີ່ມ​ຂຶ້ນ​ໃນ​ຊຸມ​ປີ​ຕໍ່​ໄປ. ສອງ​ຝ່າຍ​ຢືນຢັນ​ຄືນ​ໃໝ່​ສືບ​ຕໍ່​ປະຕິບັດ​ບັນດາ​ສົນທິສັນຍາ, ສັນຍາ ​ແລະ ຂໍ້​ຕົກລົງ​ຕ່າງໆ​ກ່ຽວ​ກັບ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຕັດສິນ​ໃຈ​ປະຕິບັດ​ສຳ​ເລັດ​ວຽກ​ງານຂີດ​ເສັ້ນ​ຊາຍ​ແດນ, ​ປັກ​ຫຼັກ​ໝາຍ​ຊາຍ​ແດນທາງບົກ​ໂດຍ​ໄວ, ​ເພື່ອ​ແນ​ໃສ່​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ເປັນ​ເສັ້ນ​ ຊາຍ​ແດນ​ສັນຕິພາບ, ມິດຕະພາບ, ຮ່ວມ​ມື ​ແລະ ພັດທະນາ. ການ​ນຳ​ສອງ​ປະ​ເທດ​ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ສົມທົບ​ກັນ, ​ແບ່ງປັນ​ຂໍ້​ມູນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ​ເຊິ່ງທັງ​ສອງ​ປະ​ເທດ​ເປັນ​ສະມາຊິກ; ມານະ​ພະຍາຍາມ​ປັບປຸງ ​ແລະ ​ເສີມ​ຂະຫຍາຍ​ຄວາມ​ສາມັກຄີ ​ແລະ ບົດບາດ​​ໃຈກາງ​ຂອງ​ອາ​ຊຽນ, ປະກອບສ່ວນ​ເພື່ອ​ສັນຕິພາບ, ຄວາມ​ໝັ້ນຄົງ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຂອງ​ພາກ​ພື້ນ; ສະໜັບສະໜູນ​ເລື່ອງ​ແກ້​ໄຂຄວາມ​ຂັດ​ແຍ້​ງກັນ​ດ້ວຍ​ສັນຕິ​ວິທີ, ເໝາະ​ສົມ​ກັບ​ກົດໝາຍ​ສາກົນ ​ແລະ ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ພາກ​ພື້ນ. ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ຮ່ວມ​ມື​ກັນຢ່າງ​ແໜ້ນ​ແຟ້ນ ​ແລະ ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ສະມາຊິກ​ອື່ນໆ​ຂອງ​ຄະນະ​ກຳມາ​ທິການ​ແມ່​ນ້ຳຂອງ​ ສາກົນ, ​ເພື່ອ​ແນ​ໃສ່​ຮັບປະກັນ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ແຫຼ່ງນຳ້​ແມ່​ນຳ້ຂອງ​ຢ່າງ​ໝັ້ນຄົງ.

ການເຄື່ອນໄຫວຂອງທ່ານປະທານປະເທດ ເຈືອງເຕີນຊາງ ຢູ່ກຳປູເຈຍ - ảnh 2
ປະ​ທານ​ປະ​ເທດ ເຈືອງ​ເຕ​ີນ​ຊາງ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ Hunsen

ກ່ອນ​ໜ້າ​ນັ້ນ, ວັນ​ທີ 24/12, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ ​ໄດ້​​ໄປ​ຢ້ຽມຢາມພະ​ມະຫາອາຈານ Tep Vong ​ແລະ ພະ​ມະຫາອາຈານ Bour Kry; ຢ້ຽມຢາມ​ໂຮງໝໍ ​ເຈີ້​ໄຣ້ - ພະນົມ​ເປັນ ​ແລະ ພົບ​ປະ​ກັບ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ທີ່​ລົງທຶນ​ເຂົ້າກຳ​ປູ​ເຈຍ. ທີ່​ການ​ຢ້ຽມຢາມ ພະ​ມະຫາອາຈານ Tep Vong ​ແລະ ພະ​ມະຫາອາຈານ Bour Kry, ທ່ານ​ປະ​ທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ, 2 ປະ​ເທດ​ຫວຽດນາມ - ກຳປູ​ເຈຍ ລ້ວນ​ແຕ່​ມີ​ຜູ້​​ເຊື່ອ​ຖື​ສາສະໜາພຸດ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ແລະ ​ເຄົາລົບ​​ແນວ​ຄິດ​ຂອງ​ສາສະໜາພຸດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ປາດ​ຖະໜາ​ວ່າ, ດ້ວຍ​ບົດບາດ ​ແລະ ອິດທິຜົນ​ຊື່​ສຽງ​ຂອງ​ຕົນພະ​ມະຫາອາຈານ Tep Vong ​ແລະ ພະ​ມະຫາອາຈານ Bour Kry ຈະ​ສື​ບຕໍ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າເຂົ້າ​ໃນ​ການ​ພົວພັນ​ສາມັກຄີ, ມິດຕະພາບ, ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີງາມ​ທີ່​ມີ​ມາລະຫວ່າງ 2  ປະ​ເທດ​. ທີ່​ການ​ພົບ​ປະ​ກັບ​ບັນດາ​ວິ​ສາ​ຫະກິດ​ທີ່ຂຶ້ນ​ກັບ​ສະຫະສະມາຄົມ​ບັນດາ​ນັກ​ລົງທຶນ​ຫວຽດນາມ ທີ່​ລົງທຶນ​ຢູ່ກຳ​ປູ​ເຈຍ (AVIC), ຜູ້​ຕາງໜ້າ​ບັນດາ​ວິ​ສາ​ຫະກິດ ​ໄດ້​ສະ​ເໜີ​ ຕໍ່​ລັດຖະບານ 2 ປະ​ເທດ​ ຊີ້​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ກ່ຽວຂ້ອງ ​ສ້າງ​ຍຸດ​ທະ​ສາດ​ຮ່ວມ​ມື 2 ຝ່າຍ​​ໃນໄລຍະຍາວ ​ເພື່ອ​ສືບ​ຕໍ່​ການ​ເຊື່ອມ​ຕໍ່​ລະຫວ່າງ 2 ພື້ນຖານ​ເສດຖະກິດ​ຫວຽດນາມ - ກຳປູ​ເຈຍ. 2 ປະ​ເທດ​ຕ້ອງ​ກວດກາ​ຄືນ​ບັນດາ​ສັນຍາ​​ເສດຖະກິດ​ທີ່​ໄດ້ຮັບ​ການ​ລົງ​ນາມ ​ແລະ ມີການ​ແນະນຳຢ່າງ​ລະອຽດ, ຜັນ​ຂະຫຍາຍ​ບັນດາ​ສັນຍາ​ຢ່າງ​ມີ​ປະສິດທິ​ຜົນ; ​ໃນ​ຕໍ​່ໜ້າຕ້ອງ​ປັບປຸງ​ບັນດາ​ລະບຽບ​ການ​​ເພື່ອ​ເຮັດ​ໃຫ້​ສັນຍາ​ສົ່ງ​ເສີມ ​ແລະ ອາລັກຂາ​ແກ່​ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ ກໍ່​ຄື​ສົນທິສັນຍາ​ວ່າ​ດ້ວຍ​ການ​ປັບປຸງ​ສັນຍາ​ນີ້ມີ​ຜົນ​ບັງຄັບ​ໃຊ້​​ເປັນ​ທາງ​ການຢ່າງ​ໄວ… ທ່ານ​ປະທານ​ປະ​ເທດ ຢືນຢັນ​ວ່າ, ພັກ, ລັດ ຫວຽດນາມ ຈະ​ສືບ​ຕໍ່​ຊີ້​ນຳ, ໜູນ​ຊ່ວຍ​ໃນ​ລະດັບ​ສູງ​ສຸດ ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ​ຫວຽດນາມ ລົງທຶນ​ເຂົ້າກຳ​ປູ​ເຈຍ.

        ​ເມື່ອ​ຢ້ຽມຢາມໂຮງໝໍ ​ເຈີ້​ໄຣ້ - ພະນົມ​ເປັນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຊົມ​ເຊີຍ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ນັກ​ລົງທຶນ ​ແລະ ຖັນ​ແຖວ​ທ່ານໝໍ, ​ແພດ​ໝໍ​ຂອງ 2 ປະ​ເທດ ​ທີ່ໄດ້​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ສຳ​ເລັດ​ໄລຍະ 1 ຂອງ​ໂຄງການ; ຈັດ​ຕັ້ງ​ການກວດ, ປິນປົວ​ພະຍາດ​ໃຫ້ປະຊາຊົນ​ກຳ​ປູ​ເຈຍ, ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າ​ງ 2 ປະ​ເທດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ເໜີ​ໃຫ້​ບັນດາທ່ານໝໍ, ​ແພດ​ໝໍຂອງ​ຫວຽດນາມ ​ແລະ ກຳປູ​ເຈຍ ຈົ່ງ​ສາມັກຄີ​, ຮ່ວມ​ມື, ​ແບ່ງປັນ​ບົດຮຽນ​ດ້ານ​ວິຊາ​ສະ​ເພາະນຳ​ກັນ ​​ເພື່ອ​ໃຫ້​ໂຮງໝໍ​ກາຍ​ເປັນ​ໂຄງການ​​ແບບຢ່າງ, ບໍ່​ພຽງ​ແຕ່​ກ່ຽວ​ກັບ​ປະສິດທິ​ຜົນ​ດ້ານ​ເສດຖະກິດ​​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ພາບ​ພົດ​ອັນ​ດີງາມ​ຂອງ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ກຳ​ປູ​ເຈຍ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ມອບ​ຈຳນວນ​ເງິນ 150.000 USD ຂອງສະຫະ​ສະມາຄົມ​ບັນດາ​ນັກ​ລົງທຶນ​ຫວຽດນາມ ​ທີ່​ລົງທຶນ​ຢູ່ກຳ​ປູ​ເຈຍ​ ​ເພື່ອສະ​ຫນັບ​ສະ​ໜູນ​ກອງ​ທຶນ​ໜູນ​ຊ່ວຍ​ຄົນ​ເຈັບ​ທຸກ​ຍາກ​ໂຮງໝໍ​ເຈີ້​ໄຣ້ - ພະນົມ​ເປັນ.

ຂ່າວ/ບົດ​ອື່ນ