ການເຄື່ອນໄຫວຂອງທ່ານປະທານປະເທດເຈືອງເຕີນຊາງທີ່ກອງປະຊຸມຂັ້ນສູງອາຊີ - ອາຟະລິກາ

ການເຄື່ອນໄຫວຂອງທ່ານປະທານປະເທດເຈືອງເຕີນຊາງທີ່ກອງປະຊຸມຂັ້ນສູງອາຊີ - ອາຟະລິກາ - ảnh 1
(ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງ
ຕ້ອນຮັບຮອງ​ປະທານາທິບໍດີ​ອາ​ຟະ​ລິ​ກາ​ໃຕ້)


​(vovworld) –  ຕອນ​ບ່າຍ​ວັນ​ທີ 22/04, ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງ​ ສືບ​ຕໍ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 2 ​ແລະ ທີ 3 ຂອງ​ກອງ​ປະຊຸ​ມຂັ້ນ​ສູງ​ອາຊີ - ​ອາ​ຟະລິກາ, ພົບ​ປະ​ເຈລະຈາ​ກັບ​ປະທານ​າທິບໍດີ Hadagascar, ຕ້ອນຮັບຮອງ​ປະທານາທິບໍດີ​ອາ​ຟະ​ລິ​ກາ​ໃຕ້, ​​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຊູ​ແອັດ,  ​ແລະ ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດອິນ​ເດຍ.

        ທີ່​ການ​ພົບ​ປະກັບ​ທ່ານ​ປະທານາທິບໍ​ດີ Hadagascar, Hery Rajaonarimampianina, ທ່ານ​ປະທານ​ປະ​ເທ​ດ ​ເຈືອງ​ເຕີນ​ຊາງ ​ໄດ້​ຕີ​ລາຄາ​ສູງ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ຫວຽດນາມ - Hadagascar ​ແລະ ປາດ​ຖະໜາ​ວ່າ 2 ປະ​ເທດຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ນ້ຳ​ໃຈ​ມິດຕະພາບ​ອັນ​ດີງາມ​ທາງ​ດ້ານ​ການ​ເມືອງ, ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ຂົງ​ເຂດ​ຄື: ການ​ຄ້າ, ກະສິກຳ ​ແລະ ​ໂທລະ​ຄົມ. ທ່ານ​ປະທານ​ປະ​ເທດສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ແລກປ່ຽນ, ຈັດ​ຕັ້ງການພົບ​ປະ​ຂັ້ນ​ສູງ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ, ສົມທົບ​ກັບ​ທີ່​ບັນດາ​ອົງການ​ຈັດ​ຕັ້ງ ​ແລະ ​ທີ່ເວທີ​ປາ​ໄສ​ສາກົນ​ຢ່າງ​ແໜ້ນ​ແຟ້ນ. ສ່ວນ​ທ່າ​ນປະທານາທິບໍດີ Hadagascar ​ໄດ້​ສະ​ເໜີ​ບາງ​ທິດ​ທາງ​​ຮ່ວມ​ມືທີ່​ມີ​ແງ່​ຫວັງ​ລະຫວ່າງ 2 ປະ​ເທດ​ຄື: ກະສິກຳ, ຂຸດ​ຄົ້ນ​ບໍ່​ແຮ່, ​ໂທລະ​ຄົມ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​​ເຊື້ອເຊີນ​ທ່ານ​ປະທານາທິບໍ​ດີ Hadagascar ມາ​ຢ້ຽມຢາມ​ຫວຽດນາມ ​​​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ປະທານາທິບໍດີ Hadagascar ​ໄດ້​ຂອບ​ອົກ​ຂອບ​ໃຈ​ຕໍ​ການ​ເຊື້ອ​ເຊີນ ​ແລະ ​ໃຫ້​ຮູ້​ວ່າ, ຈະ​ມາ​ຢ້ຽມຢາມ​ຫວຽດນາມ ​ໃຂຈຸດ​ເວລາ​ທີ່​​ເໝາະ​ສົມ.

        ທີ່​ການ​ຕ້ອນຮັບ​ທ່ານ​ຮອງ​ປະທານາທິບໍດີ​ອາ​ຟະ​ລິ​ກາ​ໃຕ້ Cyril Ramaphosa, 2 ຝ່າຍ​ໄດ້​ເຫັນ​ດີ​​ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງ​ທີ 3 ​ເວທີ​ປາ​ໄສ​ຄູ່​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ ​ເຊິ່ງ​ໄດ້​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ ​ໃນ​ເດືອນ 06/2015 ຢ່າງ​ມີ​ປະສິດທິ​ຜົນ, ພ້ອມ​ທັງ​ເຕື້ອງ​ເຖິງ​ບາງ​ມາດ​ຕະການ​ແກ້​ໄຂ​ລະອຽດ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ຄ້າ, ກະສິກຳ, ຕໍ່​ກໍ່າ​ປັ່ນ…

        ທີ່​ການ​ພົບ​ປະ​ກັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຊູ​ແອດ Margot Wallstroem, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ເໜີ​ໃຫ້ 2 ປະ​ເທດ​ສືບ​ຕໍ່​ຊຸກຍູ້​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ວິ​ສາ​ຫະກິດ 2 ປະ​ເທດ​ສຳ​ພັດ​ກັບ​ຕະຫຼາດ​ລົງທຶນ, ດຳ​ເນີນ​ທຸລະ​ກິດ, ພິ​ເສດ​ແມ່ນ​ໃນ​ສະພາບ​ສັນຍາ​ການ​ຄ້າ​ເສລີ EVFTA ​ຈະ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ໄລຍະ​ຈະ​ມາ​ເຖິງ.

        ທີ່​ການ​ພົບ​ປະ​ກັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດອິນ​ເດຍ Sushma Swaraj, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ, ຫວຽດນາມ ຖື​ເປັນ​ສຳຄັນ, ຮັກສາ ​ແລະ ພັດທະນາ​ການ​ພົວພັນ​ມິດ​ຕິ​ພາບ​ທີ່​ເປັນ​ມູນ​ເຊື້ອ​ ​ແລະ ການ​ຮ່ວມ​ມື​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດລະຫວ່າງ 2 ປະ​ເທດ. ກ່ຽວ​ກັບ​ດ້ານ​ເສດຖະກິດ, ທ່ານ​ປະທານ​ປະ​ເທດ ​ເນັ້ນ​ໜັກ​ວ່າ, ຕ້ອງ​ສູ້​ຊົນ​ບັນລຸ​ໄດ້ ​ແລະ ລື່ນ​ກາຍ​ຄາດ​ໝາຍວົງ​ເງິນ​ການ​ຄ້າ 2 ຝ່າ​ຍ 15 ຕື້ USD ​ໃນ​ປີ 2020. ​2 ຝ່າຍ​ກໍ່​ຢືນຢັນ​ຄືນ​ໃໝ່​ຄວາມ​ສຳຄັນ​ຂອງ​ການ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ ​ແລະ ​ເລື່ອງ​ແກ້​ໄຂ​ການ​ຂັດ​ແຍ້​ງກັນຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນຕິ​ວິທີ, ບົນພື້ນຖານ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ປະຕິບັດ​ຢ່າງ​ຄົບ​ຖ້ວນ ​ແລະ ​ເຂັ້ມ​ງວດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ແລະ ກ້າວ​ໄປ​ເຖິງ​ການ​ສ້າງ​ສຳ​ເລັດປະມວນ​ຂໍ​້ກຳນົດ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​​ໂດຍ​ໄວ​.

        ທີ່ການ​ພົບ​ປະຄັ້ງ​ຕ່າງໆ, ບົນ​ພື້ນຖານ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ຫວຽດນາມ ​ແລະ ປະ​ເທດ​ຕ່າງໆ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ເໜີ​ບັນດາ​ປະ​ເທດ ສະ​ໜັບ​ສະ​ໜູນ​ຫວຽດນາມ ຮັບ​ສະໝັກ​ເລືອກ​ຕັ້ງ​ເຂົ້າ​ສະພາ​ບໍລິຫານ UNESCO (2015 - 2019), ສະພາ​ເສດຖະກິ​ດສັງຄົມ/ສະຫະ​ປະຊາ​ຊາດ (2016 - 2018) ​ແລະ ຄະນະ​ກຳມະການ​ບໍ​່ປະຈຳ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ (2020 - 2021).

ຂ່າວ/ບົດ​ອື່ນ