ກ​ານ​ເຄື່ອນ​ໄຫວ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ, ລັດ​ຖະ​ມົ​ນ​ຕ​ີ​ການ​ຕ່າງ​ປະ​ເທດ ຟ້າມ​ບິ​່ງ​ມິງ ຢູ່ ຍີ່​ປຸ່ນ

(VOVWORLD) - ທ່ານນາຍົກລັດຖະມົນຕີ Shindo Abe ຢັ້ງຢືນວ່າ ຍີ່ປຸ່ນ ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນພາກພື້ນ ແລະ ຈະສືບຕໍ່ຕັ້ງໜ້າໜູນຊ່ວຍ ຫວຽດນາມ ໃນການພັດທະນາ, ພ້ອມທັງຖືວ່າ ປະຊາຄົມ ຊາວຫວຽດນາມກ່ວາ 300.000 ຄົນ ທີ່ພວມດຳລົງຊີວິດ, ຮ່ຳຮຽນ, ເຮັດວຽກຢູ່ ຍີ່ປຸ່ນ ມີຄວາມໝາຍສຳຄັນສຳລັບການພັດທະນາການພົວພັນຮ່ວມມືມິດຕະພາບ ລະຫວ່າງ ສອງປະເທດ.
ກ​ານ​ເຄື່ອນ​ໄຫວ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ, ລັດ​ຖະ​ມົ​ນ​ຕ​ີ​ການ​ຕ່າງ​ປະ​ເທດ ຟ້າມ​ບິ​່ງ​ມິງ ຢູ່ ຍີ່​ປຸ່ນ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ (ຢູ່ເບື້ອງຊາຍ) ພວມຕອບຕຳຖາມຂອງບັນດາຜູ່ແທນຢູ່ກອງປະຊຸມ (ພາບ: ດ່າວຕູ່ງ/TTXVN)  

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມຍີ່ປຸ່ນເຂົ້າຮ່ວມກອງປະຊຸມ ອະນາຄົດອາຊີຄັ້ງທີ 25, ວັນທີ 30 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ນາຍົກລັດຖະມົນຕີຍີ່ປຸ່ນ Shindo Abe, ທ່ານ ປະທານສະພາຕ່ຳຍີ່ປຸ່ນ Oshima Tamadori, ທ່ານປະທານສະພາສູງຍີ່ປຸ່ນ Date Chuichi, ມີບັນດາການພົບປະກັບທ່ານຫົວໜ້າຄະນະນະໂຍບາຍພັກປະຊາທິປະໄຕເສລີ (LDP) ກຳອຳນາດ ຍີ່ປຸ່ນ Kishida Fumio, ທ່ານປະທານອົງການຮ່ວມມືສາກົນຍີ່ປຸ່ນ Kitaoca Shinichi.

ທີ່ການເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ Shindo Abe, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ສະແດງຄວາມຍີນດີຕໍ່ປະຊາຊົນ ຍີ່ປຸ່ນ ເນື່ອງໃນເຫດການເຈົ້າຊີວິດ Naruhito ຂຶ້ນຄອງບັນລັງ, ສະແດງຄວາມພາກພູມໃຈຕໍ່ເລື່ອງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກກ້ວາງລະຫວ່າງ ຫວຽດນາມ - ຍີ່ປຸ່ນພວມສືບຕໍ່ໄດ້ຮັບການພັດທະນາເປັນຢ່າງດີ, ຮອບດ້ານ ແລະ ແທດຈິງ ດ້ວຍຄວາມໄວ້ເນື້ອເຊື່ອໃຈສູງດ້ານການເມືອງ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈ, ສຳຄັນແຖວໜ້າ ແລະ ຍາວນານ. ທ່ານນາຍົກລັດຖະມົນຕີ Shindo Abe ຢັ້ງຢືນວ່າ ຍີ່ປຸ່ນ ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນພາກພື້ນ ແລະ ຈະສືບຕໍ່ຕັ້ງໜ້າໜູນຊ່ວຍ ຫວຽດນາມ ໃນການພັດທະນາ, ພ້ອມທັງຖືວ່າ ປະຊາຄົມ ຊາວຫວຽດນາມກ່ວາ 300.000 ຄົນ ທີ່ພວມດຳລົງຊີວິດ, ຮ່ຳຮຽນ, ເຮັດວຽກຢູ່ ຍີ່ປຸ່ນ ມີຄວາມໝາຍສຳຄັນສຳລັບການພັດທະນາການພົວພັນຮ່ວມມືມິດຕະພາບ ລະຫວ່າງ ສອງປະເທດ.

ທີ່ການເຂົ້າຢ້ຽມຂ່ຳນັບ ປະທານສະພາຕ່ຳຍີ່ປຸ່ນ Oshima Tamadori ແລະ ທ່ານປະທານສະພາສູງຍີ່ປຸ່ນ Date Chuichi, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ສະເໜີປະທານສະພາສູງ ແລະ ສະພາຕ່ຳຍີ່ປຸ່ນສືບຕໍ່ເອົາໃຈໃສ່ການຊຸກຍູ້ການພົບປະແລກປ່ຽນ, ການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ.

ທີ່ການຕ້ອນຮັບທ່ານຫົວໜ້າຄະນະນະໂຍບາຍພັກປະຊາທິປະໄຕເສລີ (LDP) ກຳອຳນາດ ຍີ່ປຸ່ນ, ທ່ານ Kishida Fumio ໄດ້ສະແດງຄວາມປາດຖະໜາຢາກເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມືລະຫວ່າງສອງພັກກຳອຳນາດກໍ່ຄືລະຫວ່າງສະມາຊິກສະພາແຫ່ງຊາດສອງປະເທດ.

ທີ່ການຕ້ອນຮັບທ່ານປະທານອົງການຮ່ວມມືສາກົນຍີ່ປຸ່ນ Kitaoca Shinichi, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ສະເໜີຍີ່ປຸ່ນສືບຕໍ່ສະໜອງແຫຼ່ງທຶນ ODA ໃຫ້ມີປະສິດທິຜົນ, ແທດຈິງໃນບັນດາຂົງເຂດທີ່ ຫວຽດນາມພວມມີຄວາມຕ້ອງການ. ທ່ານປະທານອົງການຮ່ວມມືສາກົນຍີ່ປຸ່ນ Kitaoca Shinichi ຢັ້ງຢືນວ່າ ຖືຫວຽດນາມແມ່ນຄູ່ຮ່ວມມືສຳຄັນແຖວໜ້າ, ປາດຖະໜາຢາກສືບຕໍ່ຮ່ວມມືຢ່າງຕັ້ງໜ້າເພື່ອຜັນຂະຫຍາຍ ບັນດາໂຄງການ ODA ຢູ່ ຫວຽດນາມໃຫ້ມີປະສິດທິຜົນ.

ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ກໍ່ມີການພົບປະກັບທ່ານ ນາຍົກລັດຖະມົນຕີ ສປປ. ລາວ ທອງລຸນ ສີສຸລິດ. ທີ່ນີ້, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມຂອງແຕ່ລະປະເທດ ແລະ ປຶກສາຫາລືກ່ຽວກັບບັນດາມາດຕະການເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ, ຊຸກຍູ້ການຜັນຂະຫຍາຍບັນດາໂຄງການເຊື່ອມຕໍ່ລວມ ແລະ ສ້າງເງື່ອນໄຂໃຫ້ແກ່ການເຄື່ອນໄຫວຂອງບັນດາວິສາຫະກິດຂອງກັນ.

ຕອບກັບ

ຂ່າວ/ບົດ​ອື່ນ