ການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຫວຽດນາມຢູ່ລາວ

ການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຫວຽດນາມຢູ່ລາວ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ແລະ ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ

(vovworld) – ​ເນື່ອງ​ໃນ​​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ກາ​ນຕ່າງປະ​ເທດ ອາ​ຊຽນ ຄັ້ງ​ທີ 49 (AMM - 49) ​ແລະ ບັນດາ​ກອງ​ປະຊຸມ​ກ່ຽວຂ້ອງ​ຢູ່​ນະຄອນຫຼວງ ວຽງ​ຈັນ, ປະ​ເທດ​ລາວ, ຕອນ​ບ່າຍ​ວັນ​ທີ 22/7/2016, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບີ່​ງມິ​ງ ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ນາຍົກລັດຖະມົນຕີລາວ ທອງ​ລຸນ ສີ​ສຸ​ລິດ ​ແລະ ທ່ານ​ຮອງ​ປະທານ​ປະ​ເທດ, ຜູ້​ປະຈຳການ​ຄະນະ​ເລຂາສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ພັນ​ຄຳ ວິ​ພາ​ວັນ. ທີ່​ການ​ພົບ​ປະ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບີ່​ງມິ​ງ ​ໃຫ້​ຮູ້​ວ່າ: ການ​ນຳ​ຂັ້ນ​ສູງ ຫວຽດນາມ ຕີ​ລາຄາ​ສູງ​ເລື່ອງ​ທ່ານ​ນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ​ແລະ ທ່ານ​ຮອງ​ປະທາ​ນປະ​ເທດ, ຜູ້​ປະຈຳການ​ຄະນະ​ເລຂາສູນ​ກາງ ພັນ​ຄຳ ວິພາ​ວັນ ​ເລືອກ ຫວຽດນາມ ​ເປັນ​ປະ​ເທດ​ມາ​ຢ້ຽມຢາມ​ທຳ​ອິດ, ​ມັນສະ​ແດງ​ໃຫ້​ເຫັນການ​ຖື​ເປັນ​ສຳຄັນ​ຂອງ​ພັກ, ລັດ ​ແລະ ລັດຖະບານ​ລາວ ກໍ່​ຄື​​ໃນ​ນາມສ່ວນ​ຕົວ​ 2 ທ່ານ​ສຳລັບ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ ​ແລະ ນ້ຳ​ໃຈ​ມິດ​ຕະພາບ​​ແບບພິ​ເສດ ຫວຽດນາມ - ລາວ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ່​ງມີງ ຢັ້ງຢືນ​ວ່າ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ແລະ ລາວ ກໍ່​ຄື​ບັນດາ​ກະຊວງ, ຂະ​ແໜງ​ການ 2 ປະ​ເທດ​ພວມ​ຕັ້ງໜ້າ​ສົມທົບ​ກັນ​ເພື່ອ​ຈັດ​ຕັ້ງ​ບັນດາການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 40 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດ​ຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ລາວ ​ໃນ​ປີ 2017. 2ຝ່າຍ​ກໍ່​ພວມ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ພິ​ເສດ​ແມ່ນ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ຂອງ ອາ​ຊຽນ, ກໍ່ຄື​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ.

 


ຂ່າວ/ບົດ​ອື່ນ