ການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີ,ລັດຖະມົນຕີວ່າການກະຊວງການຕ່າງປະເທດຟ້າມບີ່ງມີງຢູ່ມຽນມາ

ການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີ,ລັດຖະມົນຕີວ່າການກະຊວງການຕ່າງປະເທດຟ້າມບີ່ງມີງຢູ່ມຽນມາ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​
ປະ​ເທດ ຟ້າມ​ບີ່ງ​ມີງ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ມຽນ​ມາ U Thein Sein
(ພາບ: VGP/Hải Minh)
)

(vovworld) – ​ ​​ເນື່ອງ​ໃນ​ໂອ​ກາດ​ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 8 ຄະ​ນະ​ກຳ​ມະ​ການ​ປະ​ສົມ​ກ່ຽວ​ກັບ​ການ​ຮ່ວມ​ມື 2 ຝ່າຍ​ລະ​ຫວ່າງ ຫວຽດ​ນາມ ແລະ ມຽນ​ມາ ຢູ່ Nay Pyi Taw, ວັນ​ທີ 28/5, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີ່ງ​ມີງ ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ມຽນ​ມາ U Thein Sein ແລະ ມີ​ການ​ພົບ​ປະ​ແລກ​ປ່ຽນ​ກັບ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ມຽນ​ມາ  U Wunna Maung Lwin. ​ປະ​ທາ​ນາ​ທິ​ບໍ​ດີ ແລະ ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ມຽນ​ມາ​ຕີ​ລາ​ຄາ​ສ​ູງ​ຄວາມ​ສຳ​ຄັນ​ຂອງ​ກົນ​ໄກ​ຄະ​ນະ​ກ​ຳ​ມະ​ການ​ປະ​ສົມ​ກ່ຽວ​ກັບ​ການ​ຮ່ວມ​ມື 2 ຝ່າຍ​ລະ​ຫວ່າງ 2 ປະ​ເທດ ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ​ຜົນ​ສຳ​ເລັ​ດ​ຂອງກອງ​ປະ​ຊຸມ​​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ນີ້​ຈະ​ປະ​ກອບ​ສ່ວນ​ຊຸກ​ຍູ້​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດໃຫ້​ພັດ​ທະ​ນາ​ຢ່າງ​ແຮງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ມຽນ​ມາ U Thein Sein ປາດ​ຖະ​ໜາ​ຢາກ​ໃຫ້ ຫວຽດ​ນາມ ສືບ​ຕໍ່​ຊ່ວ​ຍ​ເຫຼືອ ມຽນ​ມາ​ໃນ​ບັນ​ດາ​ຂົງ​ເຂດ​ເຊິ່ງ ຫວຽດ​ນາມ ມີ​ທ່າ​ແຮງ ແລະ ເຫັນ​ດີ​ເປັນ​ເອ​ກະ​ສັນ​ເພີ່ມ​ທະ​ວີ​ການ​ຮ່ວມມ​ື​ໃນ​​ຂົງ​ເຂດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຄື: ສິນ​ໃນ​ນ້ຳ, ນ້ຳ​ມັນ​ອາຍ​ແກ​ສ, ຂໍ້​ມ​ູນ​ຂ່າວ - ສື່​ສານ, ພ້ອມ​ທັງ​ສະ​ເໜີ​ໃຫ້ 2 ຝ່າຍ​ເປີດ​ກ້​ວາງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຜະ​ລິດ ແລະ ປຸງ​ແຕາງ​ຜະ​ລິດ​ຕະ​ພັນ​ກະ​ເສດ​ສົ່​ງ​ອອກ, ບ​ຳ​ລຸງ​ສ້າງວິ​ຊາ​ຊີບ, ທ່ອງ​ທ່ຽວ.

        ແລກ​ປ່ຽນ​ກ່ຽວ​ກັບ​ການ​ຮ່ວມ​ມື​​ໃນພາກ​ພື້ນ ແລະ ສາ​ກົນ, 2 ຝ່າຍຢັ້ງ​ຢືນ​ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ຂອບ​ເຂດ​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ ແລະ ພາກ​ພື້ນ, ພ້ອມ​ກັນ​ສົມ​ທົບ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽ​ນ ອື່ນ​ກໍ່ສ້າງ​ປະ​ຊາ​ຄົມ ອາ​ຊຽນ ໃຫ້​ສຳ​ເລັດໃນ​ທ້າຍ​ປີ 2015, ປະ​ກອບ​ສ່ວນ​ຮັກ​ສາ​ບົດ​ບາດ​ໃຈ​ກາງ ແລະ ສຽງ​ເວົ້າ​ລວມ​ຂອງ ອາ​ຊຽນ ໃນ​ບັນ​ດາ​ບັນ​ຫາ​ຂອງ​ພາກ​ພື້ນ​ໃນ​ນັ້ນ​ມີ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ.


ຂ່າວ/ບົດ​ອື່ນ