ການເຄື່ອນໄຫວຂອງນາຍົກລັດຖະມົນຕີຫງວຽນເຕີນຢູງທີ່ກອງປະຊຸມສຸດຍອດອາຊຽນ

ການເຄື່ອນໄຫວຂອງນາຍົກລັດຖະມົນຕີຫງວຽນເຕີນຢູງທີ່ກອງປະຊຸມສຸດຍອດອາຊຽນ - ảnh 1
ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູງ​
ແລະ ທ່ານປະທານາທິບໍດີ​ອິນ​ໂດ​ເນ​ເຊຍ Susilo Bambang Yudhoyono
ພາບ: internet

(vovworld) - ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 22 ພວມ​ດຳ​ເນີນ​ໄປ​ຢູ່​ນະຄອນຫລວງ Bandar Seri Begawan ຂອງ​ປະ​ເທດ ​ບຣູ​ໄນ, ຕອນ​ຄຳ່​ວັນ​ທີ 23/4, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູງ​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ Susilo Bambang Yudhoyono. ທີ່​ການ​ພົບ​ປະ, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູງ ​ແລະ ທ່ານ​ປະທານາທິບໍດີ Susilo Bambang Yudhoyono ​ໄດ້​ຕີ​ລາຄາ​ສູງປະສິດທິ​ຜົນ​ຂອງ​ບັນດາກົນ​ໄກຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ. ​ເມື່ອ​ແລກປ່ຽນ​ກ່ຽວ​ກັບ​ບັນຫາ​ພາກ​ພື້ນ ​ແລະ ສາກົນ,​ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູງ ​ຕີ​ລາຄາ​ສູງ​ບົດບາດທີ່​ຕັ້ງ​ຂອງ​ອິນ​ໂດ​ເນ​ເຊຍ ດ້ວຍ​ຖານະ​ແມ່ນ​ສະມາຊິກ​ຕັ້ງຫນ້າ​ຂອງ​ອາ​ຊຽນ, ຄວາ​ມ​ມານະ​ພະຍາຍາມ​ຂອງ​ອິນ​ໂດ​ເນ​ເຊຍ​ໃນ​ການ​ຊຸກຍູ້​ສ້າງ​ຖະ​ແຫລ​ງການ 6 ຂໍ້​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ສ່ວນທ່ານ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Susilo Bambang Yudhoyono ​​ໄດ້ເວົ້າ​ວ່າ: ອິນ​ໂດ​ເນ​ເຊຍ​ຖື​ເປັນ​ສຳຄັນ ​ແລະ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ອັນ​ຕັ້ງຫນ້າ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ຫວຽດນາມ, ຢື້​ນຢັນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ປະ​ສາ​ນສົມທົບຢ່າງ​ແຫນ້ນ​ແຟ້ນລະຫວ່າງ​ສອງ​ປະ​ເທດ​ໃນ​ການ​ປັບປຸງ​ຄວາມ​ສາມັກຄີ, ສ້າງ​ປະຊາ​ຄົມ​ອາ​ຊຽນ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ໃຈກາງ​ຂອງ​ອາ​ຊຽນ.

​ແລະ​ກໍ​ໃນຕອນ​ຄຳ່​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ພົບ​ປະ​ກັບ​ກະສັດ ບຣູ​ໄນ Haji Hassanal Bolkiah. ນະ​ທີ່​ນີ້ ການ​ນຳ​ສອງ​ທ່ານ​ໄດ້​ຢືນຢັນວ່າ: ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ​ແລະ ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ. ກະສັດ​ບຣູ​ໄນ ຢືນຢັນ ຈະ​ສ້າງ​ເງື່ອນ​ໄຂ​ເພື່ອ​ຍູ້​ແຮງ​ການ​ຮ່ວມ​ມື​​ກ່ຽວ​ກັບ​ຂົງ​ເຂດ​ນ້ຳມັນ​ອາຍ​ແກ​ສ, ສິນ​ໃນ​ນ້ຳ, ກະສິກຳ ກັບ​ຫວຽດນາມ​ຍິ່ງກວ່າ​ອີກ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ສະ​ເຫ​ນີ​ໃຫ້​ສອງ​ຝ່າຍ​ຊຸກຍູ້​ການ​ເຈ​ລະ​ຈາ ​ແລະ ລົງ​ນາມ​ໃນ​ສັນຍາ​ສົ່ງ​ເສີມ ​ແລະ ປົກ​ປ້ອງ​ການ​ລົງທຶນ, ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ກະສິກຳ ​ແລະ ສິນ​ໃນ​ນ້ຳ, ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມືດ້ານ​ແຮງ​ງານ​ໂດຍ​ໄວ.

ຕອບກັບ

ຂ່າວ/ບົດ​ອື່ນ