ການເຄື່ອນໄຫວຂອງປະທານປະເທດເຈີນດ້າຍກວາງຢູ່ນອກກອງປະຊຸມພາສາຝະລັ່ງຄັ້ງທີ 16

ການເຄື່ອນໄຫວຂອງປະທານປະເທດເຈີນດ້າຍກວາງຢູ່ນອກກອງປະຊຸມພາສາຝະລັ່ງຄັ້ງທີ 16 - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ເຈີນ​ດ້າຍກວາງກັບປະ​ທາ​ນາ​ທິ​ບໍ​ດີ
Madagascar

(vovworld)- ຕອນ​ບ່າຍ​ວັນ​ທີ 26/11, ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່ນອກກອງ​ປະ​ຊຸມ​ສຸດຍອດ​ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງຄັ້ງ​ທີ 16​ ທີ່​ຈັດ​ຂຶ້ນ​ຢູ່ Madagascar, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ເຈີນ​ດ້າຍກວາງ ໄດ້​ມີ​ການ​ພົບ​ປະ 2 ຝ່າຍ​ກັບ​ປະ​ມຸກ​ລັດ, ການ​ນຳ ແລະ ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຂອງ​ອົງ​ການ​ພາ​ສາ​ຝະ​ລັ່ງ​ສາ​ກົນ​ຊຶ່ງ​ລວມ​ມີ : ຝະ​ລັ່ງ, ສະ​ວິດ, ເຊ​ເນ​ການ, ກາ​ເມ​ຣຸນ, ແຊກ​ເບຍ…

      ທີ່​ການ​ພົບ​ປະ​ກັບທ່ານປະ​ທາ​ນາ​ທິ​ບໍ​ດີ ຝະ​ລັ່ງ Francois Hollande, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ເຈີນ​ດ້າຍກວາງໃຫ້​ຮູ້​ວ່າ ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ ປະ​ທາ​ນາ​ທິ​ບໍ​ດີ ຝະ​ລັ່ງ Francois Hollande ໃນ​ເວ​ລາ​ທີ່​ຜ່ານ​ມາ, ໄດ້​ບັນ​ລຸ​ບັນ​ດາ​ໝາກ​ຜົນ​ທີ່​ໜ້າ​ຊືນ​ຊົມ, ອັນ​ໄດ້​ສ້າງ​ກຳ​ລັງ​ຊຸກ​ຍູ້​ໃໝ່​ໃຫ້​ແກ່​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ-ຝະ​ລັ່ງ.

    ທີ່​ການ​ພົບ​ປະ​ກັບທ່ານປະ​ທາ​ນາ​ທິ​ບໍ​ດີເຊ​ເນ​ການ Macky Sall , ຜູ້​ນຳ 2 ປະ​ເທດ​ໄດ້​ຖື​ວ່າ ຫວຽດ​ນາມ ແລະ ເຊ​ເນ​ການ​ມີ​ທ່າ​ແຮງ​ບົ່ມ​ຊ້ອນ​ຮ​່ວມ​ມືໃນຫຼາຍ​ຂົງ​ເຂດ​ຄື ການ​ຄ້າ, ກະ​ສີ​ກຳ, ສິນ​ໃນ​ນ້ຳ. ສ່ວນປະ​ທາ​ນາ​ທິ​ບໍ​ດີເຊ​ເນ​ການ Macky Sall ໃຫ້​ຮູ່​ວ່າ ເຊ​ເນ​ການ​ຢາກ​ຊອກ​ຮູ້​ບົດ​ຮຽນ​ໃນ​ການ​ປູກ​ເຂົ້າ ແລະ ຜະ​ລິດ​ກະ​ສີ​ກຳ​ຂອງ​ຫວຽດ​ນາມ​ເພື່ອ​ຄ້ຳປະ​ກັນສະ​ບຽງ​ອາ​ຫານ​ໃນ​ປະ​ເທດ​ອາ​ຟະ​ລິ​ການີ້.

   ທີ່​ການ​ພົບ​ປະ​ກັບທ່ານປະ​ທາ​ນາ​ທິ​ບໍ​ດີສະ​ວິດ Ammann , ທ່ານປະ​ທາ​ນາ​ທິ​ບໍ​ດີສະ​ວິດ Ammann ໄດ້​ຕີ​ລາ​ຄາ​ວ່າ ວິ​ວັດ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ EU-ຫວຽດ​ນາມ ພວມ​ມີ​ຄວາມ​ຄືບ​ໜ້າ​ດີ ແລະ ສະ​ແດງ​ຄວາມ​ຫວັງ​ຢາກ​ມາ​ຫວຽດ​ນາມ​ໃນ​ໂອ​ກາດ 2 ປະ​ເທດ​ລົງ​ນາມ​ໃນ​ສັນ​ຍາ​ສະ​ບັບ​ນີ້.

ທີ່​ການ​ພົບ​ປະ​ກັບທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ເຈີນ​ດ້າຍກວາງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ທີ​ໜຶ່ງ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແຊກ​ເບຍ Ivica Dacic ໄດ້​ເຊີນທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ເຈີນ​ດ້າຍກວາງ​ໄປ​ຢ້ຽມ​ຢາມ​ແຊກ​ເບຍ ແລະ ຢືນ​ຢັນ​ວ່າ ພ້ອມ​ແລ້ວ​ໃຫ້​ການ​ຮ່ວມ​ມື​ກັບ​ຫວຽດ​ນາມ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ.
ຂ່າວ/ບົດ​ອື່ນ