ການເຄື່ອນໄຫວຂອງປະທານຜູ້ປະຈຳການສະພາສູງອາເມລິກາໃນການຢ້ຽມຢາມຫວຽດນາມຢ່າງເປັນທາງການ


ການເຄື່ອນໄຫວຂອງປະທານຜູ້ປະຈຳການສະພາສູງອາເມລິກາໃນການຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
ການເຈລະຈາລະຫວ່າງ 2 ຄະນະ
ຫວຽດນາມ​ແລະ​ອາ​ເມ​ລິ​ກາ​ຕັດສິນ​ໃຈ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ບົນ​ຈິດ​​ໃຈ“ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ.”

(vovworld) - ​ຕອນ​ເຊົ້າ​ວັນ​ທີ 17/4 ຮ່າ​ໂນ້ຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊີງ​ຮຸ່ງ ​ໄດ້​ເຈລະຈາ​ກັບ​ທ່ານ​ປະທານ​ປະຈຳ​ສະພາ​ສູງ ອາ​ເມ​ລິ​ກາ, Patrik Leahy, ​ເນື່ອງ​ໃນ​ໂອກາດ​ທ່ານ​ມາ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ ຫວຽດນາມ. ທີ່​ການ​ເຈລະຈາ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ຢືນຢັນ: ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ​ອາ​ເມ​ລິ​ກາ ​ແລະ ຕັດສິນ​ໃຈ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ເໝາະ​ສົມ​ກັບ​ຈິດ​ໃຈ“ການ​ພົວພັນ​ຄູ່​ ຮ່ວມ​ມື​ຮອບດ້ານ”. ສອງ​ປະ​ເທດ ຄວນ​ມານະ​ພະຍາຍາມ​ກວ່າ​ອີກ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ອະ​ດິດຕະການ​ປະ​​ ໄວ້ ພ້ອມ​ທັງ ມຸ່ງ​ໄປ​ເຖິງ​ອະນາຄົດ, ສ້າງ​ການ​ພົວພັນ​ໃຫມ່ ​ເພື່ອ​ຜົນ​ປະ​ໂຫຍ​ດຍາວ​ນານ​ລະຫວ່າງ​ສອງ​ຊາດ, ສອງ​ປະ​ເທດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ຕີ​ລາຄາ​ສູງ​ບົດບາດ​ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ​ໃນ​ການ​ຊຸກຍູ້​ການ​ພົວພັນ, ​ຄວາມເຂົ້າ​ອົກ​ເຂົ້າ​ໃຈລະຫວ່າງ​ສອງ​ປະ​ເທດ, ສອງ​ຊາດ,​ສອງ​ສະພາ​ແຫ່ງ​ຊາດ, ຜ່ານ​ນັ້ນ ປະກອບສ່ວນ​ຊຸກຍູ້​ການ​ແລກປ່ຽນ​ດ້ານ​ການ​ຄ້າ​ສອງ​ສົ້ນ​ໃຫ້​ຂຶ້ນ​ເຖິງ 29 ຕື້ USD ​ໃນ​ປີ 2013. ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າ​ງສອງ​ປະ​ເທດ​, ສອງ​ສະພາ​ແຫ່ງ​ຊາດກວ່າ​ອີກ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ສະ​ເຫ​ນີ ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ ​ເພີ່ມ​ທະວີ​ການ​ແລກປ່ຽນ​ເພື​ອ່ຊຸກຍູ້​ເລື່ອງ​ຮັບ​ຮູ້​ຫວຽດນາມ​ ມີ​ພື້ນຖານ​ເສດຖະກິດ​ການ​ຕະຫລາດ, ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ເຂດ​ປາຊີ​ຟີ​ກ ​ໂດຍ​​ໄວ​ເພື່ອ​ສອດ​ຄອ່ງກັບ​ຜົນ​ປະ​ໂຫຍ​ດຂອງ​ສອງ​ຝ່າຍ. ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ສະຫງວນ​ງົບປະມານ​ທີ່​ເໝາະ​ສົມ​ເພື່ອ​​ແກ້​ໄຂ​ບັນຫາ​ມະນຸດສະທຳ​ຄື: ຊອກ​ຫາ​ຜູ້​ຖືກ​ຫາຍ​ສາບ​ສູນ, ຫນູນ​ຊ່ວຍ​ຄົນ​ພິການ, ​ເກັບ​ກູ້​ລູກ​ລະ​ເບີດ​ບໍ່​ທັນ​ແຕກ​ຫລັງ​ສົງຄາມ​ຢູ່​ຫວຽດນາມ.

        ທ່ານ ປະທານ​ປະຈຳ​ສະພາ​ສູງ ອາ​ເມ​ລິ​ກາ, Patrik Leahy ຢືນຢັນ​ການ​ສະຫນັບສະຫນູນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຮ່ວມ​ມື​ລະຫວ່າງ ລັດຖະບານ ອາ​ເມ​ລິ​ກາ ​ແລະ ລັດຖະບານ ຫວຽດນາມ, ​ເປັນ​ຕົ້ນ​ແມ່ນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ພາຍຫລັງສົງຄາມ​ຢູ່​ຫວຽດນາມ ​ແລະ ຫວັງ​ວ່າ: ​ດ້ວຍ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ປະຈຸ​ບັນ, ລຸ້ນຫນຸ່ມ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ ​ແລະ ​ເພີ່ມ​ທະວີ​ການ​ພົບ​ປະແລກປ່ຽນ, ປະກອບສ່ວນ​ສ້າງ​ການ​ພົວພັນ​ສອງ​ປະ​ເທດ​ນັບ​ມື້​ນັບ​ພັດທະນາ.

ຕອນ ​ເຊົ້າ​ວັນ​ດຽວ​ກັນ, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ, ທ່ານ​ປະທານ​ປະຈຳ​ສະພາ​ສູງ ອາ​ເມ​ລິ​ກາ, Patrik Leahy ​ແລະ ພັນ​ລະ​ຍາ ນຳ​ຫນ້າ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ​ໄດ້​ພົບ​ປະ​ແລກປ່ຽນ​ກັບ​ນັກ​ສຶກສາ​ພະ​ແນ​ກກົດໝາຍ ມະຫາວິທະຍາ​ໄລຍ​ແຫ່ງ​ຊາດ ຮ່າ​ໂນ້ຍ. ນະ​ທີ່​ນີ້, ບັນດາ​ນັກ​ສຶກສາ​ໄດ້​ຮັບ​ຟັງ ທ່ານ Patrik Leahy ​ແນະນຳ​ໂດຍ​ສັງ​ເຂ​ບກ່ຽວ​ກັບ​ລະບົບ​ກົດໝາຍ​ຂອງ​ອາ​ເມ​ລິ​ກາ, ກົງຈັກ​ລັດ ​ແລະ ບັນດາ​ຫລັກການ​ພື້ນຖານ​ຂອງ​ລະບົບ​ຕຸລາການ​ສະຫະລັດ​ອາ​ເມ​ລິ​ກາ. ທ່ານ Patrik Leahy ​ເນັ້ນ​ຫນັກ​ເຖິງ​ເນື້ອ​ໃນ​ບົດ​ຖະ​ແຫລ​ງ​ເອກະລາດກ່ຽວ​ກັບ​ສິດທິ​ມະນຸດ ຊື່​ງທ່ານ​ປະທານ​ໂຮ່ຈິ​ມີນ ອ່ານ​ເມື່ອ​ປີ 1945 ພ້ອມ​ທັງ​ຢືນຢັນ​ຄວາມ​ໝາຍສຳຄັນ​ຂອງ​ການ​ຮັກສາ​ບັນດາ​ຄຸນ​ຄ່າ​ຍຸຕິ​ທຳ, ປະຊາທິປະ​ໄຕ, ວັດທະນະທຳ​ມະນຸດ ຊື່​ງລະບົບ​ກົດໝາຍ​ຢູ່​ໃນ​ໂລກ​ເວົ້າ​ລວມພວມ​ມຸ່ງ​ໄປ​ເຖິງ.

ການເຄື່ອນໄຫວຂອງປະທານຜູ້ປະຈຳການສະພາສູງອາເມລິກາໃນການຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 2

ທ່ານປະທານ​ຜູ້​ປະຈຳການ​ສະພາ​ສູງ​ ອາ​ເມ​ລິ​ກາ Patrick Leahy ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮູ່ງ
(ພາບ: vov.vn)

 ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 16/4, ທ່ານປະທານ​ຜູ້​ປະຈຳການ​ສະພາ​ສູງ​ ອາ​ເມ​ລິ​ກາ Patrick Leahy ​ໄດ້ນຳໜ້າ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ​ມາ​ຮອດ ຮ່າ​ໂນ້ຍ, ​​ເລີ່​ມຕົ້ນ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 16 – 20/4 ຕາ​ມຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮູ່ງ.

    ທ່ານ Patrick Leahy ​ແມ່ນ​ສະມາຊິກ​ຫຼັກ​ແຫຼ່ງຂອງ​ບັນດາ​​ກຳມາທິການ​ສຳຄັນ​ຄື (​ກຳມາ​ທິການ ກົດໝາຍ, ກຳມາທິການ​ກ່ຽວກັບ​ວຽກ​ງານ​ການ​ທູດ ​ແລະ ການ​ເຄື່ອນ​ໄຫວພົວພັນຕ່າງປະ​ເທດ, ກຳມາ​ທິການກະສິກຳ) ຂອງ​ສະພາ​ສູງ ອາ​ເມ​ລິ​ກາ.

    ການ​ຢ້ຽມຢາມ ຫວຽດນາມ ຂອງ​ທ່ານປະທານ​ຜູ້​ປະຈຳການ​ສະພາ​ສູງ​ ອາ​ເມ​ລິ​ກາ Patrick Leahy ​ໄດ້​ຮັບ​ຄວາ​ມຫວັງ​ວ່າ​ຈະ​ເປີດ​ໄລຍະ​ຮ່ວມ​ມື​ໃໝ່​ລະຫວ່າງ 2 ອົງ​ການ​ຕຸ​ລາ​ການ 2 ປະ​ເທດ.

 

ຂ່າວ/ບົດ​ອື່ນ