ການເຄື່ອນໄຫວຂອງພະບາດສົມເດັດພະບໍຣົມມະນຽດພະມະຫາກະສັດກຳປູເຈຍ ຢູ່ຫວຽດນາມ

ການເຄື່ອນໄຫວຂອງພະບາດສົມເດັດພະບໍຣົມມະນຽດພະມະຫາກະສັດກຳປູເຈຍ ຢູ່ຫວຽດນາມ  - ảnh 1
ທ່ານ​ປະທານ​ປະ​ເທດ​ Truong Tan Sangຕ້ອນຮັບ
ພະ​ບາດ​ສົມ​​ເດັດພະ​ບໍຣົມມະ​ນຽດພະ​ມະຫາ​ກະສັດກຳ​ປູ​ເຈຍ
(ພາບ: tinmoi.vn)

(vovworld) -     ວັນ​ທີ 25/9, ​ພະ​ບາດ​ສົມ​​ເດັດພະ​ບໍຣົມມະ​ນຽດ Norodom Sihamoni ພະ​ມະຫາ​ກະສັດກຳ​ປູ​ເຈຍ ສືບ​ຕໍ່​ການຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ ສ.ສ ຫວຽດນາມ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານປະທານ​ປະ​ເທດ​ຫວຽດນາມ Truong Tan Sang ແຕ່​ວັນ​ທີ 24 – 26/9. ກ່ອນ​ໜ້າ​ນັ້ນ, ວັນ​ທີ 24/9, ຢູ່​ຮ່າ​ໂນ້ຍ, ​ເມື່ອ​ໃຫ້ການ​ຕ້ອນຮັບພະ​ບາດ​ສົມ​​ເດັດພະ​ບໍຣົມມະ​ນຽດ  Norodom Sihamoni ພະ​ມະຫາ​ກະສັດກຳ​ປູ​ເຈຍ, ທ່ານ​ປະທານ​ປະ​ເທດ​ Truong Tan Sang ຢືນຢັນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ, ລັດ​ຫວຽດນາມ ​ແມ່ນ​ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີງາມ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ ​ແລະ ຍາວ​ນານ​ກັບ​ກຳປູ​ເຈຍ ຢ່າງ​ບໍ່​ຢຸດ​ຢັ້ງ. ​ເມື່ອພົບ​ປະ​ເຈລະຈາ​ກັບພະ​ບາດ​ສົມ​​ເດັດພະ​ບໍຣົມມະນຽດ​, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ກໍ​ຫວັງ​ວ່າ ຈະ​ໄດ້​ຮັບ​ການ​ສະໜັບສະໜູນຈາກພະ​ບາດ​ສົມ​​ເດັດພະ​ບໍຣົມມະ​ນຽດ Norodom Sihamoni ພະ​ມະຫາ​ກະສັດກຳ​ປູ​ເຈຍ ສຳລັບ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຫຼາຍ​ຂົງ​ເຂດ ​ໂດຍ​ສະ​ເພາະ​ແມ່ນ​ສະໜັບສະໜູນ​ວິວັດທະນາ​ການ​ປັກ​ຫຼັກ​ໝາຍ​ຖີ່ທາງບົກ ຫວຽດນາມ - ກຳປູ​ເຈຍ ​ເພື່ອ​ໃຫ້​ສອງ​ປະ​ເທດ​ສຳ​ເລັດ​ວຽກ​ງານ​ນີ້​ໂດຍ​ໄວ ຕາມ​ແຜນການ​ທີ່​​ໄດ້​ວາງ​ອອກ​, ​ເພື່ອສ້າ​ງ​ເສັ້ນ​ຊາຍ​ແດນ​ຫວຽດນາມ - ກຳ​ປູ້​ເຈຍ ​​ໃຫ້ກາຍ​ເປັນ​ເສັ້ນ​ຊາຍ​ແດນ​​ແຫ່ງສັນຕິພາບ, ຮ່ວມ​ມື, ມິດຕະພາບ ​ແລະ ພັດທະນາ. ສ່ວນ​ທ່ານ ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ກໍ​ຢືນຢັນ​ຜົນ​ສຳ​ລັດ​ຂອງ​ການ​ຢ້ຽມຢາມ​ຫວຽດນາມ ຄັ້ງ​ນີ້​ຂອງ​ພະ​ບາດ​ສົມ​​ເດັດພະ​ບໍຣົມມະ​ນຽດ Norodom Sihamoni ພະ​ມະຫາ​ກະສັດກຳ​ປູ​ເຈຍ   ຈະ​ແມ່ນ​ຂີດ​ໝາຍ​ໃໝ່​ໃນ​ການ​ພົວພັນ​ຂອງ​ສອງ​ປະ​ເທດ, ​ເຮັດ​ໃຫ້​ສາຍ​ພົວພັນ​ມິດ​ຕະພາບ, ການຮ່ວມ​ມື​ອັນ​ດີງາມ​​ເລິກ​ເຊິ່ງຂຶ້ນ​ຕື່ມ ​ເພື່ອ​ຜົນ​ປະ​ໂຫຍດຂອງ​ປະຊາຊົນສອງປະ​ເທດ.

ຂ່າວ/ບົດ​ອື່ນ