ການເຄື່ອນໄຫວຂອງຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງຢູ່ນອກກອງປະຊຸມໃຫຍ່ ສປຊ

ການເຄື່ອນໄຫວຂອງຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງຢູ່ນອກກອງປະຊຸມໃຫຍ່ ສປຊ - ảnh 1
(ທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ
ກ່າວ​ຄວາມ​ເຫັນທີ່ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 69)



(vovworld) - ວັນ​ທີ 26/9, ຢູ່​ນອກ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 69 ຂອງ​ສະມັດຊາ​ໃຫຍ່ ສປຊ ທີ່​ນະຄອນ​ນິວຢອກ, ອາ​ເມ​ລິ​ກາ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຸດ​ຍອດ​ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ ສປຊ ​ໂດຍ​ທ່ານ​ເລຂາທິການ​ໃຫຍ່ Ban Ki moon ​ແລະ ທ່ານຮອງ​ປະທານາທິບໍດີ​ອາ​ເມ​ລິ​ກາ Joe Baidon ​ເປັນ​ເຈົ້າພາບ​ຈັດ​ຕັ້ງ. ກອງ​ປະຊຸມ​ເພື່ອ​ແນ​ໃສ່​ຕີ​ລາຄາ​ປະສິດທິ​ຜົນ​ກໍ່​ຄື​ການ​ທ້າ​ທາຍ​ຕ່າງໆ​ທີ່​ວາງ​ອອກ​ສຳລັບ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ ສປຊ.

        ທີ່​ກອງ​ປະຊຸມ, ທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ໄດ້​ກ່າວ​ຄວາມ​ເຫັນ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ ​ແລະ ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຂອງ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ ສປຊ ​ໃນ​ການ​ສະກັດ​ກັ້ນ​ສົງຄາມ, ການ​ປະ​ທະ​ກັນ, ປະກອບສ່ວນ​ຮັກສາ​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ​ຢູ່​ໃນ​ໂລກ, ພ້ອມ​ທັງ​ຢັ້ງຢືນ​ຄຳ​ໝັ້ນ​ສັນຍາ​ຂອງ​ຫວຽດນາມ​ທີ່​ຈະ​ປະກອບສ່ວນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ເຫຼົ່າ​ນັ້ນ.

        ທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ ຟ້າ​ມບິ່ງ​ມິ​ງ ກໍ່​ໄດ້​ເຂົ້າ​ຮ່ວມ​ 3 ກອງ​ປະຊຸມ​ສຳຄັນຂອງ​ອາ​ຊຽນນັ້ນ​ແມ່ນ: ກອງ​ປະຊຸມ​ບໍ່​ເປັນ​ທາງ​ການລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ (IAMM); ກອງ​ປະຊຸມ​ລະຫວ່າງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນກັບ​ທ່ານ​ເລຂາທິການ​ໃຫຍ່ ​ແລະ ທ່ານ​ປະທານ​ສະພາ​ຄວາມ​ໝັ້ນຄົງ ສປຊ;  ກອງ​ປະຊຸມ​ລະຫວ່າງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ​ແລະ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Jonh Kerry.

        ​ໃນ​ວັນ​ດຽວ​ກັນ ທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ ຟ້າ​ມບິ່ງ​ມິ​ງ ​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ບັນດາ​ປະ​ເທດ​ລັດ​ເຊຍ ​ແລະ ວານ​ນົວ​ຕູ.

ຂ່າວ/ບົດ​ອື່ນ