ການເຄື່ອນໄຫວຂອງຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຢູ່ສ.ເກົາຫຼີ

ການເຄື່ອນໄຫວຂອງຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຢູ່ສ.ເກົາຫຼີ - ảnh 1
ທ່ານ​ຮອງນາ​ຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ແລະ
ທ່ານລັດຖະມົນຕີ​ກະຊວງ​ການ​ເງິນ ​ແລະ ຍຸດ​ທະ​ສາດ ສ ​ເກົາຫຼີ Hyun Oh – Seok
(ພາບ: Yonhap/TTXVN)

(vovworld) – ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຢ້ຽມຢາມ​ ສ ​ເກົາຫຼີ ຢ່າງ​ເປັນ​ທາງການ, ວັນ​ທີ 21/1, ທ່ານ​ຮອງນາ​ຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ມີ​ການ​ເຈລະຈາ​ກັບ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ເງິນ ​ແລະ ຍຸດ​ທະ​ສາດ ສ ​ເກົາຫຼີ Hyun Oh – Seok. ຮອງ​ນາ​ຍົກ​ລັດຖະມົນຕີ 2 ທ່ານ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ເພີ່ມ​ທະວີບັນດາ​ການ​ຢ້ຽມຢາມ ​ແລະ ພົບ​ປະລະ​ຫວ່າງ ການ​ນຳ​ຂັ້ນ​ສູງ 2 ປະ​ເທດ ພາຍ​ໃຕ້​ຫຼາຍ​ຮູບ​ການ​ເພື່ອ​ແນ​​ໃສ່​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ​ເພີ່ມ​ທະວີ​ການ​ເຈລະຈາ​ຍຸດ​ທະ​ສາ ​ແລະ ການ​ຮ່ວມ​ມື​ແທດ​ຈິງ​ໃນ​ບັນດາ​ຂົງ​ເຂດ​ການ​ທູດ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ.

    ຝ່າຍ ສ ​ເກົາຫຼີ ຈະ​ພິຈາລະນາ​ສ້າງ​ເງື່ອນ​ໄຂ​ໃຫ້​ສິນຄ້າ ຫວຽດນາມ ນຳ​ເຂົ້າ ສ ​ເກົາຫຼີ ພ້ອມ​ທັງ​ຊຸກ​ນຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີສູງ, ອຸດສາຫະກຳ​ສຳຮອງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢັ້ງຢືນ​ຄືນ​ໃໝ່​ວ່າ: ລັດຖະບານ ຫວຽດນາມ ຈະນຳ​ໃຊ້ບ້ວງ​ເງິ​ນກຸ້ຢືມ​ບຸລິມະສິດ​ທີ່​ມີ​ມູນ​ຄ່າ 100 ລ້ານ USD ຂອງ​ລັດຖະບານ ສ ​ເກົາຫຼີ ​ເພື່ອ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ຜັນ​ຂະຫຍາຍ​ລັດຖະບານ​ເອກ​ເລັກ​​ໂຕ​ນິກ ຢູ່ ຫວຽດນາມ, ພ້ອມ​ທັງ​ສະ​ເໜີ​ໃຫ້​ລັດຖະບານ ສ ​ເກົາຫຼີ ສືບ​ຕໍ່​ເອົາ​ໃຈ​ໃສ່​ໜູນ​ຊ່ວຍ​ບັນດາ​ໂຄງການ, ລາຍການ​ຮ່ວມ​ມື​ຈຸດ​ສຸມ​ລະຫວ່າງ 2 ປະ​ເທດ.

    ສ່ວນທ່ານ​ຮອງ​ນາຍົກລັດຖະມົນຕີ Hyun Oh – Seok ຢືນຢັນ​ວ່າ: ສ ​ເກົາຫຼີ ຖື ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ຈຸດ​ສຸມ​ຢູ່​ພາກ​ພື້ນ ​ແລະ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ຕົ້ນ​ຕໍໃນ​ນະ​ໂຍບາຍ​ສະໜອງ​ທຶນ ODA ຂອງ ສ ​ເກົາຫຼີ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ບຸລິມະ​ສິດ​ກ່ຽວ​ກັບ​ທຶນ ODA ​ໃຫ້ ຫວຽດນາມ ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ, ​ເປັນ​ຕົ້ນ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ເຕີບ​ໂຕ​ຂຽວ, ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ​ແລະ ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ.

 

 


ຂ່າວ/ບົດ​ອື່ນ