ການເຄື່ອນໄຫວຂອງຮອງນາຍົກລັດຖະມົນຕີຫວຽດນາມຢູ່ກອງປະຊຸມໃຫຍ່ ສປຊ

ການເຄື່ອນໄຫວຂອງຮອງນາຍົກລັດຖະມົນຕີຫວຽດນາມຢູ່ກອງປະຊຸມໃຫຍ່ ສປຊ - ảnh 1

ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ

(Vovworld) - ວັນ​ທີ 25/9/2014, ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ ນອກກອງ​ປະຊຸມ​ໃຫຍ່ ສປຊ ຢູ່ ນີວຢອກ (ອາ​ເມ​ລິ​ກາ), ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ບັນດາ​ປະ​ເທດ ​ເຕິກກີ, ບຸນ​ກາ​ຣີ, ມາ​ເຊ​ໂດ​ນາ, ​ເວ​ເນ​ຢູ​ເອລາ ​ແລະ ກຣານດາ.

        ທີ່​ການ​ພົບ​ປະ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ເນັ້ນ​ໜັກ​ວ່າ, ຫວຽດນາມ​ປາຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ​ກັບ​ບັນດາ​ປະ​ເທດດັ່ງກ່າວ​ໃນ​ທຸກ​ຂົງ​ເຂດ; ສະ​ເໜີ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ, ດຳ​ເນີນ​ການ​ເຈລະຈາ​ ​ແລະ ລົງ​ນາມ​ໃນ​ບັນດາ​ສັນຍາ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ລະຫວ່າງ​ຫວຽດນາມ​ກັບປະ​ເທດ​ເຫຼົ່າ​ນັ້ນ​ໂດຍ​ໄວ. ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ່ຍົກ​ອອກ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ​ ໃນ​ການ​ເພີ່ມ​ທະວີ​ການ​ປະກອບສ່ວນ​​ແກ້​ໄຂ​ບັນດາ​ບັນຫາ​ທົ່ວ​ໂລກ. ສະ​ເໜີ​ປະ​ເທດ​ຕ່າງໆ​ສະໜັບສະໜູນ​ຫວຽດນາມ​ສະໝັກ​​ເລືອກ​ຕັ້ງເຂົ້າ​ສະພາ​ເສດຖະກິດ - ສັງຄົມ ສປຊ ອາຍຸ​ການ 2016-2018, ສະພາ​ຄວາມ​ໝັ້ນຄົງ​ອາຍຸ​ການ 2020-2021 ​ແລະ ສະພາ​ບໍລິຫານ UNESCO ອາຍຸ​ການ 2015-2019.

        ​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ ກໍ່​ໄດ້​ພົບ​ປະ ​ແລະ ​ແລກປ່ຽນ​ກັບ​ນັກຮຽນ​ຮູ້​ບາງ​ຄົນ​ຂອງ​ມະຫາວິທະຍາ​ໄລ Harvard ອາ​ເມ​ລິ​ກາ; ທ່ານ​ຮອງ​ນາຍົກລັດຖະມົນຕີ​ໄດ້ຕີລາຄາ​ສູງ​ຄວາມ​ສົນ​ໃຈ​ຂອງ​ບັນດາ​ນັກຮຽນ​ຮູ້​ທີ່​ມີ​ຕໍ່​ຫວຽດນາມ; ທ່ານ​ກໍ່​ສະ​ເໜີ​ໃຫ້​ບັນດາ​ນັກຮຽນ​ຮູ້​ເພີ່ມ​ທະວີ​ການ​ແລກປ່ຽນ​ກັບ​ບັນດາ​ອົງການ​ຄົ້ນ​ຄ້ວາ​ຂອງ​ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ຄົ້ນ​ຄ້ວາ​ບັນດາ​ບັນຫາ​ເສດຖະກິດ​ມະຫາ​ພາກ, ບົດຮຽນ​ໃນ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​​ເສດຖະກິດ ​ແລະ ການ​ພັດທະນາ​ຢ່າງ​ໝັ້ນຄົງ.

 

ຂ່າວ/ບົດ​ອື່ນ