ການເຄື່ອນໄຫວຊົມເຊີຍ ວັນແມ່ຍິງສາກົນ

                                                                                         
ການເຄື່ອນໄຫວຊົມເຊີຍ ວັນແມ່ຍິງສາກົນ - ảnh 1
ພາບປະກອບ

(vovworld) - ​ເນື່ອງ​ໃນ​ໂອກາດວັນ​ແມ່​ຍິງ​ສາກົນ (8/3) ​ແລະ ວັນ 2 ພະນາ​ງ​ຈຶງລຸກ​ຮຶ້ຂຶ້ນ, ກໍ່​ຄືຂ່ຳ​ນັບຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່​ແມ່ຍິງ​ທົ່ວ​ປະ​ເທດ​ຄັ້ງ​ທີ XI, ຕອນ​ຄຳ່​ວັນ​ທີ 7/3, ສະຫະພັນ​ແມ່ຍິງ​ນະຄອນ ຫາຍ​ຝ່ອງ ​ໄດ້​ຈັດ​ພິທີ​ມອບ​ລາງວັນ ​ເລ​ເຈິ​ນ ​ໃຫ້​ແກ່​ແມ່ຍິງ​ທີ່​ດີ​ເດັ່ນ 7 ຄົນ, ​ໃນ​ບັນດາ​ຂົງ​ເຂດວຽກ​ງານຢູ່​ບໍລິ​ເວນ​ນະຄອນ​ປີ 2011. ​ໃນ​ວັນ​ດຽວ​ກັນ, ສະຫະພັນ​ແມ່ຍິງ​ແຂວງ ຊອກ​ຈັງ ກໍ່​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ກັບ​ແມ່ຍິງ​ທີ່​ດີ​ເດ່ັນ, ຈັດ​ງານ​ໂຮມ​ຊຸມນຸມ, ສົມທົບ​ກັບ​ການ​ໂຄສະນາ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ​ຢູ່​ທຸກ​ເມືອງ​ໃນ​ແຂວງ. ຢູ່​ແຂວງ ຮ່ວາ​ບິ່ງ, ສະຫະພັນ​ແມ່ຍິງ​ເກືອບ 100% ສາຂາ ລ້ວນ​ແຕ່​ຈັດ​ຕັ້ງ​ການສະ​ແດງ​ສິລະ​ປະ, ​ແຂ່ງຂັນ​ກິລາ, ​ແຕ່​ງກິນ…

        ສ່ວນ​ຢູ່​ສະຖານທູດ​ຫວຽດນາມ​ປະຈຳ​ມົດ​ສະ​ກູ ກໍ່​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມ ສະຫຼອງ​ວັນ​ແມ່ຍິງ​ສາກົນ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເອກອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ສະຫະພັນ​ລັດ​ເຊຍ ຟ້າ​ມຊວນ​ເຊີນ ​ໄດ້​ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ຈິງ​ໃຈ​ແລະ​ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ​ແມ່ຍິງ​ທຸກ​ຖ້ວນ​ໜ້າ​ໃນ​ວົງ​ຄະນາ​ຍາດ​ຊາວ​ຫວຽດນາມຢູ່​ສະຫະພັນ​ລັດ​ເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ