ການເຄື່ອນໄຫວຊົມເຊີຍພັກ,ອວຍພອນປີໃໝ່ຢູ່ທ້ອງຖີ່ນຕ່າງໆ

ການເຄື່ອນໄຫວຊົມເຊີຍພັກ,ອວຍພອນປີໃໝ່ຢູ່ທ້ອງຖີ່ນຕ່າງໆ - ảnh 1
ພາບປະກອບ

(vovworld) – ຕອນ​ເຊົ້າ​ວັນ​ທີ 27/1, ຄະນະ​ພັກ​ແຂວງ ​ເກີນ​ເທີ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 84 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ ຫວຽດນາມ (3/2/1930 – 3/2/2014). ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ​ເລຂາ​ຄະນະ​ພັກ​ນະ​ຄອນ​ ​ເກີນ​ເທີ ທ່ານ ​ເຈີ່ນ​ແທງ​ເໝີ​ນ ​ໄດ້​ຊີ້​ແຈ້ງ​ຄວາມ​ໝາຍ​ຂອງ​ວັນ​ສ້າງ​ຕັ້ງ​ພັກ, ບັນດາ​ຜົນງານ​ຂອງ​ການ​ປະຕິວັດ​ ຫວຽດນາມ ພາຍ​ໃຕ້​ການ​ນຳພາ​ທີ່​ສະຫຼາດ​ສ່ອງ​ໄສ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ເຊິ່ງປະທານ ​ໂຮ່ຈີ​ມິນ ​ເປັນ​ຜູ້​ກໍ່​ຕັ້ງ. ທ່ານ ເຈີ່ນ​ແທງ​ເໝີ​ນ ກໍ່​ໄດ້​ປະກາດ ບັນດາ​ຈຸດໝາຍ​ຂອງ​ນະຄອນ ​ເກີນ​ເທີ ​ໃນ​ປີ 2014.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທີ່​ການ​ພົບ​ປະ​​ເນື່ອງ​ໃນ​ໂອກາດ​ປີ​ໃໝ່, ທ່ານ​ຮອງ​ເລຂາ​ ຜູ້​ປະຈຳການ​ຄະນະ​ພັກ ​ແຂວງ ຕ໋ຽນຢາງ ຫງວຽນ​ວັນ​ແຢງ ກໍ່​ໃຫ້​ຮູ້​ວ່າ: ປີ 2014, ​ແຂວງ ຕ໋ຽນຢາງ ​ໄດ້​ສຸມ​ໃສ່​ປະຕິບັດ​ມະຕິ​ຂອງ​ອົງຄະ​ນະ​ພັກ​​ແຂ​ວງ ​ແລະ ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢ່າງ​ມີ​ປະສິດທິ​ຜົນ, ສືບ​ຕໍ່​ຍູ້​ແຮງ​ການ​ຫັນປ່ຽນ​ໂຄງ​ປະ​ກອບ​ຜົນ​ລະ​ປູກ ​ແລະ ສັດລ້ຽງ​ຕາມ​ທິດ​ເພີ່ມມູນ​ຄ່າ​, ​ການ​ຜະລິດ ​ຕ້ອງ​ຕິດ​ພັນ​ກັບ​ການຈຳໜ່າຍຜະລິດ​ຕະພັນ​ກະ​ເສດ.​​..​

    ວັນ​ທີ 27/1, ​ແຂວງ ​ເຮົ້າ​ຢາງ ​ກໍ່​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ຊົມ​ເຊີຍ​ພັກ, ອວນ​ພອນ​ລະດູບານ​ໃໝ່ ​ແລະ ມອບ​​ເຄື່ອງໝາຍ​ພັກ​ໃຫ້ບັນດາ​ສະມາຊິກ​ພັກ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເລຂາ​ຄະນະ​ພັກ​ແຂວງ ​ເຮົ້າ​ຢາງ ຮິ່ງມິ​ງຈັກ ຢືນຢັນ​ວ່າ: ການກໍ່ສ້າງ​ພັກ​​ໃຫ້ປອດ​ໄສ, ໝັ້ນຄົງ​ເຂັ້ມ​ແຂງ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ນຳພາ​ຂອງ​ອົງຄະ​ນະ​ພັກ ​ແລະ ກຳລັງ​ຕໍ່​ສູ້​ຂອງ​ພະນັກງານ​ສະມາຊິກ​ພັກ​ແມ່ນ​ໜ້າ​ທີ່​ສຳຄັນ​ອັນ​ດັບ​ໜຶ່ງ​ຂອງ​ອົງຄະ​ນະ​ພັກ, ພິ​ເສດ​ແມ່ນ​ເມື່ອ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ປະຕິບັດ​ແຜນ​ຮ່າງ​ກໍ່ສ້າງ​ພັກ​ໄລຍະ 2006 – 2010.

ຂ່າວ/ບົດ​ອື່ນ