ການເຄື່ອນໄຫວດ້ານ ວັດທະນະທຳ, ກິລາຕ່າງໆ ຕ້ອນຮັບລະດູບານໃໝ່ ຢູ່ທ້ອງຖິ່ນຕ່າງໆ

ການເຄື່ອນໄຫວດ້ານ ວັດທະນະທຳ, ກິລາຕ່າງໆ ຕ້ອນຮັບລະດູບານໃໝ່ ຢູ່ທ້ອງຖິ່ນຕ່າງໆ - ảnh 1
(​ງານ​ບຸນ ຫຼ່າມ​ໄຈ)

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 13 – 15/02, ຢູ່​​ເທດສະບານ​ ​ເຕີ່​ມວູ, ​ເມືອງ​ເຈົາ​ແທ່ງ, ​ແຂວງ ລອງ​ອານ ​ໄດ້​ຈັດ​ງານ​ບຸນ ຫຼ່າມ​ໄຈ (​ເຊິ່ງ​ແມ່ນງານ​ບຸນບູຊາບັນດານັກຮົບ​ຮັກ​ຊາດ), ອັນ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ກວ່າ 10.000 ​ເທື່ອ​ຄົນ. ງານ​ບຸນ ຫຼ່າມ​ໄຈ ​ ​ແມ່ນເລີ່​ມມາ​ຈາກ​ເຫດການ​ທີ່​ພວກ​ຫົວ​ເມືອງ​ຂຶ້ນ​ຝລັ່ງ ປະຫານ​ຊີວິດນັກຮົບ​​ຮັກ​ຊາດ 2 ຄົນ​ໃນ​ທ້າຍ​ທົດ​ສະ​ວັດ​ທີ 19, ​ແຕ່​ຫ້າມບໍ່​ໃຫ້​ຊາວບ້ານ​ຈັດ​ພິທີ​ງານ​ສົບ, ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ. ປະຊາຊົນ​ໃນ​​ເຂດ​ອ້າງ​​ເຫດ​ໂລກລະບາດ​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ປູກຝັງ ​ເພື່ອ​ຈັດ​ພິທີ​ບູຊາ​ບັນດານັກຮົບ​ຮັກ​ຊາດ. ມາ​ຮອດ​ປະຈຸ​ບັນ, ພິທີ ຫຼ່າ​ມ​ໄຈ ​ໄດ້​ກາຍ​ເປັນ​ພິທີ​ບູຊານັກຮົບ​ຜູ້​ຮັກ​ຊາດ, ທັງ​ແມ່ນ​ງານບຸນ​ຕົ້ນ​ປີ​ໃໝ່​ຂອງ​ປະຊາຊົນ​ໃນ​​ເຂດ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ງານ​ບູນທີ່​ເປັນ​ມູນ​ເຊື້ອ, ພິ​ເສດ​ໃນ​ວັດ​ທະນະ​ທຳ​ເຫຼື້ອມ​ໃສ​ຂອງ​ປະຊາຊົນ​ລອງ​ອານ ​ໃນຕົ້ນ​ລະດູ​ບານ​ໃໝ່ ​ແຕ່ລະ​ປີ.

        ພາຍຫຼັງ​ການ​ແຂ່ງ​ຂັນ​ທີ່​ຟົດ​ຟື້ນ​ເປັນ​ເວລາ 3 ວັນ, ຕອນ​ບ່າຍ​ວັນ​ທີ 16/02, ການ​ແຂ່ງຂັນໝາກ​ຮຸກ ​ເປີດ​ກວ້າງຢູ່​ບິ່ງ​ເຢືອງ ​ໄດ້​ສິ້ນ​ສຸດ​ລົງ, ​ແຂວງ ບິ່ງ​ເຢືອງ ຍາດ​ໄດ້ລາງ​ວັນ​ ຊະນະ​ເລີດ ດ້ວຍ 16 ຫຼຽນ​ຄຳ.

        ​ໃນ​ລະຫວ່າງ​ວັນ​ທີ 15 – 16/02, ຢູ່​ວັດ ກົນ​ເຊີນ, ຄະນະ​ຈັດ​ຕັ້ງ​ງານ​ບູນຕົ້ນ​ລະດູບານ​ໃໝ່ ກົນ​ຊີ​ນ - ກ໋ຽບບາກ ​ໄດ້​ຈັດງານ​ແຂ່ງ​ຂັນ​ມວຍ​ປ້ຳ​ແຂວງ​ຫາຍ​ເຢືອງ ​ເປີດ​ກວ້າງ​ປີ 2014. ນີ້​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ມູນ​ເຊື້ອ ​ແລະ ສຳຄັນ​ຂອງ​ງານ​ບູນລະດູບານ​ໃໝ່ ກົນ​ເຊີນ - ກ໋ຽບບາກ.

ຂ່າວ/ບົດ​ອື່ນ