ການເຄື່ອນໄຫວຕິດຕາມກວດກາ,ຊັກຖາມຂອງສະພາແຫ່ງຊາດໄດ້ມີການກະທົບຢ່າງຕັ້ງໜ້າ

ການເຄື່ອນໄຫວຕິດຕາມກວດກາ,ຊັກຖາມຂອງສະພາແຫ່ງຊາດໄດ້ມີການກະທົບຢ່າງຕັ້ງໜ້າ - ảnh 1
(ພາບປະກອບ)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 22/9, ​ໃນ​ວາລະ​ປະຊຸມ​ເທື່ອ​ທີ 41 ຢູ່ ຮ່າ​ໂນ້ຍ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໃຫ້​ຄວາ​ມ​ເຫັນ​ກ່ຽວ​ກັບການ​ປະຕິບັດ​ມະຕິຕ່າງໆ​ຂອງ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຕິດ​ຕາມ​ກວດກາ​ຫົວ​ເລື່ອງ​ສະ​ເພາະ, ການ​ເຄື່ອນ​ໄຫວ​ຊັກ​ຖາມ​ແຕ່​ຕົ້ນ​ອາຍຸ​ການຊຸດທີ່ 13 ​ເຖິງ​ປີ 2015. ບົດ​ລາຍ​ງານ​ຂອງ​ລັດຖະບານ​ໃຫ້​ເຫັນ​ວ່າ: ​ແຕ່​ຕົ້ນ​ອາຍຸ​ການ​ເຖິງທ້າຍ​ເດືອນ 8 /2015, ​ ຜ່ານ​ກອງ​ປະຊຸມ​ສະ​ໄໝ​ສະມັນ 9 ຄັ້ງ ​ແລະ ວາລະ​ປະຊຸມ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ 40 ​ຄັ້ງ, ລັດຖະບານ​ໄດ້​ຜັນ​ຂະຫຍາຍ​ການປະຕິບັດ​ເນື້ອ​ໃນທັງ​ໝົດຂອງ 7 ມະຕິ​ສະພາ​ແຫ່ງ​ຊາດ, 8 ມະຕິ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດກ່ຽວ​ກັບ​ການ​ຕິດຕາມ​ກວດກາຫົວ​ເລື່ອງ​ສະ​ເພາະ; 7 ມະຕິ​ຂອງສະພາ​ແຫ່ງ​ຊາດ ​ແລະ 6 ​ແຈ້ງ​ຂ່າວສະຫລຸບ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຊັກ​ຖາມ​ ແລະ ຕອບ​ຄຳ​ຊັກ​ຖານ. ​​ຜ່ານ​ການຈັດ​ຕັ້ງ​ຕີ​ລາຄາ, ສະຫລຸບການ​ປະຕິບັດ​ບັນດາ​ມະຕິ, ສະຫຼຸບ​ກ່ຽວ​ກັບ​ການ​ຕິດຕາມ​ກວດກາ, ຊັກ​ຖານ, ບັນດາ​ສະມາ​ຊິກ​ລັດຖະບານ​ໄດ້​​ເປັນ​ເຈົ້າ​ການ, ກະຕຸກ​ຊຸກຍູ້​ເປັນ​ປະຈຳ, ​ແກ້​ໄຂ​ບັນຫາ​ຕ່າງໆ​ ເຊິ່ງສະພາ​ແຫ່ງ​ຊາດຕິ​ດຕາມ​ກວດກາ, ຊັກ​ຖາມ. ລັດຖະບານ​ໄດ້​ ​ເປັນ​ເຈົ້າ​ການ​ຜັນ​ຂະ​ຫາຍຫຼາຍ​ມາດ​ຕະການຕັ້ງໜ້າ, ຮີບ​ດ່ວນ,  ​ເພື່ອ​ຊີ້ນຳ​ການ​ປະຕິບັດ​ບັນດາ​ຄວາມ​ຮຽກຮ້ອງ​ທີ່​ໄດ້​ຍົກ​ອອກ​ມາ​​ໃນມະຕິ​ຕ່າງໆ​ຂອງ​ສະພາ​ແຫ່ງ​ຊາດ; ບັນດາ​ກະຊວງ, ຂະ​ແໜງ​ການ​ກໍ​ເປັນ​ເຈົ້າ​ການ ​ແລະ ຍົກ​ສູງ​ຄວາມ​ຮັບຜິດຊອບ​ໃນ​ການ​ປະຕິບັດ​ບັນດາ​ມະຕິ, ສ້າງ​ການ​ຫັນປ່ຽນຢ່າງ​ຈະ​ແຈ້ງ​ໃນ​ບາງ​ຂົງ​ເຂດ, ​ໄດ້​ຮັບ​ຄວາມ ຮັບ​ຮູ້, ຕີ​ລາຄາ​ສູງຈາກສະມາ​ຊິກ​ສະພາ​ແຫ່ງ​ຊາດ, ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ຫາງ​ສຽງ​ສັງຄົມ​.

        ບົນ​ພືນ​ຖານ​ຄຳ​ເຫັນ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ກ່ຽວຂ້ອງ​ຈະ​ປັບປຸງ​​ບົດ​ລາຍ​ງານ​ ເພື່ອຍື່ນສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ທີ່​ກອງ​ປະຊຸມ​ສະ​ໄໝສະມັນ​ເທື່ອທີ 10 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ