ການເຄື່ອນໄຫວຕ້ອນຮັບບຸນປີໃຫມ່CholChnamThmayຂອງຊາວເຜົ່າຂະແມຢູ່ພາກໃຕ້ຫວຽດນາມ


ການເຄື່ອນໄຫວຕ້ອນຮັບບຸນປີໃຫມ່CholChnamThmayຂອງຊາວເຜົ່າຂະແມຢູ່ພາກໃຕ້ຫວຽດນາມ - ảnh 1
ທີ່​ການ​ພົບ​ປະ​ສັງ​ສັນ​ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃຫມ່
Chol Chnam Thmay
ພາບ:baotintuc.vn


(vovworld)-​ວັນ​ທີ 11/4, ຢູ່​ວັດ Candaransi ເມືອງ 3 ນະ​ຄອນ ໂຮ່​ຈິ​ມີນ ໄດ້​ດຳ​ເນີນ​ການ​ພົບ​ປ​ະ​ສັງ​ສັນ​ບັນ​ດາ​ສາ​ສະ​ນີ​ກະ​ຊົນ, ນັກ​ຮຽນ, ນັກ​ສຶກ​ສາ, ປັນ​ຍາ​ຊົນ​ຊຶ່ງ​ແມ່ນ​ຊາ​ວ​ຊົນ​ເຜົ່າ​ຂະ​ແມ​ພວມ​ດຳ​ລົງ​ຊີ​ວິດ ແລະ ຮ່ຳ​ຮຽນ​ຢູ່​ນະ​ຄອນ​ໂຮ່​ຈິ​ມີນ, ບັນ​ດາ​ແຂວງ​ທາງ​ທິດ​ຕາ​ເວັນ​ອອກ​ພາກ​ໃຕ້​ຫວຽດ​ນາມ ແລະ ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຕ້ອນ​ຮັບ​ປີ​ໃຫມ່ Chol Chnam Thmay. ບັນ​ດາ​ພິ​ທີ​ການ​ທີ່​ເປັນ​ມູນ​ເຊື້ອ​ຖືກ​ຈັດ​ຂຶ້ນ ໃນ​ບັນ​ຍາ​ກາດ​ເບິກ​ບານ​ມ່ວນ​ຊື່ນ ແລະ ອົບ​ອຸ່ນ. ທ່ານ ຟ້າ​ມ​ຢູງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ພາຍ​ໃນ​, ຫົວ​ຫນ້າ​ຄະ​ນະ​ສາ​ສະ​ຫນາ​ລັດ​ຖະ​ບານ​ເນັ້ນ​ຫນັກ​ວ່າ: ບັນ​ດາ​ການ​ເຄື່ອນ​ໄຫວນີ້ ຈະ​ປະ​ກອບ​ສ່ວນ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຈຸດ​ວັດ​ທະ​ນະ​ທຳ​ທີ​່​ເປັນ​ມູນ​ເຊື້ອ​ຂອງ​ຊາວ ຂະ​ແມ.

 

ຂ່າວ/ບົດ​ອື່ນ