ການເຄື່ອນໄຫວຕ້ອນຮັບບຸນປີໃໝ່ຂອງປະຊາຄົມ ຊາວຫວຽດນາມ ອາໄສຢູ່ ແບນຊິກ ແລະ ເຊັກ

ການເຄື່ອນໄຫວຕ້ອນຮັບບຸນປີໃໝ່ຂອງປະຊາຄົມ ຊາວຫວຽດນາມ ອາໄສຢູ່ ແບນຊິກ ແລະ ເຊັກ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 02/02 (ກົງ​ກັບ​ວັນ​ທີ 03 ຂອງ​ບຸນ​ເຕັດ), ສະ​ຄົມ​ໃຫຍ່​ຊາວ​ຫວຽດນາມ ອາ​ໄສ​ຢູ່​ແບນ​ຊິກ ​ໄດ້​ຈັດ​ລາຍການ “ລະດູບານ​ໃໝ່ ບຸນປີ​ໃໝ່​ປີ​ມະ​ເມຍ” ດ້ວຍ​ການ​ເຂົ້າ​ຮ່ວມ​ຂ​ອງຊາວ​ຫວຽດນາມ ອາ​ໄສ​ຢູ່​ແບນ​ຊິກ ​ແລະ ​ເພື່ອນ​ມິດ​ຊາວ​​ແບນ​ຊິກ ​ເປັນ​ຈຳນວນຫຼວງ​ຫຼາຍ. ກ່າວ​ຄຳ​ເຫັນ​ໄຂ​ລາຍການ, ທ່ານ​ເອກ​ອັກ​ຄະ​ລັດຖະທູດ​ຫວຽດນາມ ປະຈຳ​ແບນ​ຊິກ ຟ້າ​ມ​ແສງ​ເຈົາ ​ໄດ້​ສົ່ງ​ຄຳ​ອວຍພອນປີ​ໃໝ່​ເຖິງ​ພໍ່​ແມ່​ພີ​ນ້ອງ​ຊາວຫວຽດນາມ ​​ກໍ່​ຄືນັກ​ສຶກສາຫວຽດນາມ ພວມດຳລົງ​ຊີວິດ ​ແລະ ​ຮໍ່າຮຽນຢູ່​ແບນ​ຊິກ. ພ້ອມທັງ​ປາດ​ຖະໜາ​ວ່າ, ​ກ້າວ​ເຂົ້າ​ສູ່​ປີ​ 2014, ພໍ່​ແມ່​ຊາວ​ຫວຽດນາມ ອາ​ໄສ​ຢູ່​​ແບນ​ຊິກ ຈະ​ໄດ້​ຮັບ​ຜົນ​ດີ​ຫຼາຍ​ຢ່າງ​ ​ແລະ ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ເພື່ອ​ກາຍ​ເປັນປະຊາ​ຄົມ​ທີ່​ໝັ້ນຄົງ ​ເຂັ້ມ​ແຂງ.

        ກ່ອນ​ໜ້າ​ນັ້ນ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ສ.​ເຊກ ​ເຈືອງ​ແມ້ງ​ເຊີນ ​ໄດ້​ມີ​ການ​ຢ້ຽມຢາມ ​ແລະ ​ເຂົ້າ​ຮ່ວມ​ງານ​ບຸນ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ ພ້ອມ​ກັບຊາວ​ຫວຽດນາມ ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ Karlovy, ປະ​ເທດ​ເຊັກ ​ແລະ ​ເຂດ​ອ້ອມ​ຂ້າງຢ່າງ​ຫຼວງ​ຫຼາຍ. ທ່ານ​ເອກ​ອັກຄະ​ລັດຖະທູດ​ໄດ້​ຕັກ​ເຕືອນ​ພໍ່​ແມ່​ປະຊາຊົນ​ຕ້ອງ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ຕິດ​ພັນ​ໃນ​ປະຊາ​ຄົມ, ລະດົມ​ກຳລັງ​ໃຈ​ໃຫ້​ພໍ່​ແມ່​ປະຊາຊົນ​ຕັ້ງໜ້າ​​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ ​ແລະ ວຽກ​ງານ​ປະຊາ​ຄົມ, ສຶກສາອົບ​ຮົບ​ລູກຫຼານ​​ເສີມ​ຂະຫຍາຍ​ບັນດາມູນ​ເຊື້ອອັນ​ດີງາມ ກໍ່​ຄືປົກ​ປັກ​ຮັກສາ​ສີສັນ​ວັດທະນະທຳ​ຊອງ​ຊາດ, ພິ​ເສດ​ແມ່ນ​ການ​ສອນ​ພາສາ​ຫວຽດ ​ໃຫ້ຊາວ​ຫວຽດນາມ ລຸ່ນຕໍ່​ໄປທີ່​ເຕີບ​ໃຫຍ່​ຢູ່​ເຊັກ.

ຂ່າວ/ບົດ​ອື່ນ