ການເຄື່ອນໄຫວຕ້ອນຮັບວັນບຸນເອກະລາດຢູ່ທຸກແຖບຖິ່ນທົ່ວປະເທດຊາດຢ່າງຄຶກຄື້ນ

(VOVWORLD) - ພ້ອມກັບປະຊາຊົນໃນທົ່ວປະເທດຊາດ ສະເຫຼີມສະຫຼອງ ວັນຊາດ ຫວຽດນາມ ທີ 2 ກັນຍາ ຄົບຮອບ 77 ປີຢ່າງຟົດຟື້ນ, ປະຊາຊົນເຂດຊາຍແດນ ຫວຽດນາມ - ລາວ ກໍ່ພາກັນໄປເຕົ້າໂຮມຢູ່ເຂດດ່ານຊາຍແດນ ລ໊ອງເຊິບ
ການເຄື່ອນໄຫວຕ້ອນຮັບວັນບຸນເອກະລາດຢູ່ທຸກແຖບຖິ່ນທົ່ວປະເທດຊາດຢ່າງຄຶກຄື້ນ - ảnh 1ປະຊາຊົນຫຼິ້ນເກມພື້ນເມືອງແລ່ນກະຊອບ

ໃນຂອບເຂດການເຄື່ອນໄຫວສະເຫຼີມສະຫຼອງວັນຊາດ ຫວຽດນາມ ທີ 2 ກັນຍາ ຄົບຮອບ 77 ປີ, ຢູ່ເມືອງ ໝູ່ກັງຈ໋າຍ, ແຂວງ ອຽນບ໊າຍ ໄດ້ດຳເນີນການເຄື່ອນໄຫວວັດທະນະທຳຫຼາຍຢ່າງ. ໜຶ່ງໃນບັນດາການເຄື່ອນໄຫວທີ່ຟົດຟື້ນ, ໄດ້ດຶງດູດພໍ່ແມ່ປະຊາຊົນເຂົ້າຮ່ວມ, ຕິດຕາມນັ້ນແມ່ນການແຂ່ງຂັນກິລາຊົນເຜົ່າ ແລະ ເກັມຫຼີ້ນພື້ນເມືອງຂອງພໍ່ແມ່ປະຊາຊົນເຜົ່າມົ້ງເປັນຈຳນວນຫຼວງຫຼາຍ, ເຊິ່ງໄດ້ຈັດຂຶ້ນຢູ່ສະໜາມກິລາ ໝູ່ກັງຈ໋າຍ. ບັນດາການເຄື່ອນໄຫວດັ່ງກ່າວໄດ້ສ້າງບັນຍາກາດແຫ່ງຄວາມສາມັກຄີ, ສ້າງຄວາມເບີກບານມ່ວນຊື່ນ, ຄວາມພາກພູມໃຈ, ປະກອບສ່ວນເຮັດໃຫ້ຊີວິດວັດທະນະທຳ ແລະ ຈິດໃຈຂອງພໍ່ແມ່ປະຊາຊົນບັນດາເຜົ່າເຂດພູສູງ ມີຄວາມອຸດົມສົມບູນຂຶ້ນຕື່ມ.

        ພ້ອມກັບປະຊາຊົນໃນທົ່ວປະເທດຊາດ ສະເຫຼີມສະຫຼອງ ວັນຊາດ ຫວຽດນາມ ທີ 2 ກັນຍາ ຄົບຮອບ 77 ປີຢ່າງຟົດຟື້ນ, ປະຊາຊົນເຂດຊາຍແດນ ຫວຽດນາມ - ລາວ ກໍ່ພາກັນໄປເຕົ້າໂຮມຢູ່ເຂດດ່ານຊາຍແດນ ລ໊ອງເຊິບ, ເມືອງ ມົກເຈົາ, ແຂວງ ເຊີນລາ ເພື່ອເຂົ້າຮ່ວມການເຄື່ອນໄຫວວັດທະນະທຳ, ກິລາ.

ຕອບກັບ

ຂ່າວ/ບົດ​ອື່ນ