ການເຄື່ອນໄຫວຕອບບຸນແທນຄຸນຢູ່ທ້ອງຖິ່ນຕ່າງໆ

ການເຄື່ອນໄຫວຕອບບຸນແທນຄຸນຢູ່ທ້ອງຖິ່ນຕ່າງໆ - ảnh 1
(ທ່ານ ຫງວຽນ​ທ້ຽນ​ເຍີ​ນ ​ໄດ້​ລົງ​ຢ້ຽມຢາມ,
ມອບ​ຂອງຂວັນໃຫ້ຄອບຄົວ​ນະ​ໂຍບາຍ)


​​(vovworld) - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 68 ປີ​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາ​ດ (27/07/1947 – 27/07/2015), ຕອນ​ບ່າຍ​ວັນ​ທີ 21/07, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີ​ນ, ​ໄດ້​ໄປ​ຖະຫວາຍ​ທູບ​ທຽນ​ປະທານ​ໂຮ່ຈິ​ມິ​ນ ຢູ່​ເຂດ​ປູຊະນີຍະສະຖານ ກິມລຽນ, ນາມ​ດານ, ​ແຂວງ ​ເງ້ະອານ; ຖະຫວາຍ​ທູບ​ທຽນ​ວິລະ​ຊົນຊາວ​ໜຸ່ມ​ຕະລຸມບອນ 13 ຄົນ​ທີ່​ໄດ​້ເສຍສະ​ຫຼະຊີວິດ​ເພື່ອ​ຊາດຢູ່​ເຂດປູຊະນີຍະສະ​ຖານ​ແຫ່ງ​ຊາດ ​ຈວງບົ່ນ. ​ແລະ ກໍ​ໃນ​ວັນ​ດຽວ​ກັນ, ທ່ານ ຫງວຽນ​ທ້ຽນ​ເຍີ​ນ ​ໄດ້​ລົງ​ຢ້ຽມຢາມ, ມອບ​ຂອງຂວັນ​ໃຫ້​ບັນດາ​ຄອບຄົວແມ່ຫວຽດນາມ ວິລະ​ຊົນ ຢູ່ຕາ​ແສງ ​ເທື້ອງ​ເຊີນ, ​ເມືອງ ​ໂດ​ເລືອ​ງ, ​ແຂວງ ​ເງ້ະອານ.

        ​ເນື່ອງ​ໃນ​ໂອກາ​ດນີ້, ບັນດາ​ເມືອງ​ໃນ​ບໍລິ​ເວັນ​ນະຄອນ​ຮ່າ​ໂນ້ຍ ​ໄດ້​ຂົນຂວາຍ​ການ​ສະໜັບສະໜູນ​​ໃຫ້​ກອງທຶນ “ຕອບ​ບຸ​ນ​ແທນ​ຄຸນ” ​ໄດ້​ 10 ຕື້​ດົງ, ໜູນ​ຊ່ວຍ​ຄ່າ​​ບຸລະນະສ້ອມແປ​ງ ​ແລະ ກໍ່ສ້າງ​​ເຮືອນຫຼັງ​ໃໝ່​ໃນ​ຄອບຄົວ​ນະ​ໂຍບາຍ​ນັບ​ຮ້ອຍ​ຫຼັງ… ​ແຂວງ​ບາກ​ລຽວ ​ໄດ້ສົ່ງ​ຈຳນວນ​ເງິນ​ 10 ຕື້​ດົ່ງ​ໃຫ້​ບັນດາ​ເມືອງ, ນະຄອນ​ໃນ​​ແຂ​ວງ ​ເພື່ອ​ມອບ​​ໃຫ້ 18.000 ​ເປົ້າ​ໝາຍ​ເຊິ່ງ​ແມ່ນ​ຄອບຄົວ​ນະ​ໂຍບາຍ ​ເນື່ອງ​​ໃນ​ໂອກາດ​ນີ້.

ຂ່າວ/ບົດ​ອື່ນ