ການເຄື່ອນໄຫວຕອບບຸນແທນຄຸນວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ

(VOVWORLD) -  ຄະນະພັກແຂວງ ເຮົ້າຢາງ ໄດ້ສົມທົບກັບພະແນກແຮງງານ - ທະຫານເສຍອົງຄະ ແລະ ສັງຄົມແຂວງ ຈັດພິທີ “ຈູດທູບທຽນອາໄລຫາ” ບັນດານັກຮົບວິລະຊົນຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງ.


ການເຄື່ອນໄຫວຕອບບຸນແທນຄຸນວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1ຄະນະພັກແຂວງ ເຮົ້າຢາງພິທີ “ຈູດທູບທຽນອາໄລຫາ” ບັນດານັກຮົບວິລະຊົນຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ
(ພາບ: baohaugiang.com.vn)

        ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2024), ໃນຊຸມມື້ຜ່ານມາ, ກອງບັນຊາການທະຫານຊາຍແດນແຂວງ ກ່າເມົາ ໄດ້ຈັດຫຼາຍຄະນະປະຕິບັດງານໄປຢື້ຢາມຖາມຂ່າວ, ລະດົມກຳລັງໃຈ, ມອບຂອງຂວັນໃຫ້ແມ່ ຫວຽດນາມ ວິລະຊົນ, ຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີໃນບໍລິເວນບັນດາເມືອງແຄມທະເລແຂວງ ກ່າເມົາ, ເພື່ອຕອບບຸນແທນຄຸນບັນດາການເສຍສະຫຼະຊີວິດຂອງນັກຮົບວິລະຊົນ, ທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດໃນການຕໍ່ສູ້ປົດປ່ອຍຊາດ.

ຕອນຄ່ຳວັນທີ 25 ກໍລະກົດ, ຄະນະພັກແຂວງ ເຮົ້າຢາງ ໄດ້ສົມທົບກັບພະແນກແຮງງານ - ທະຫານເສຍອົງຄະ ແລະ ສັງຄົມແຂວງ ຈັດພິທີ “ຈູດທູບທຽນອາໄລຫາ” ບັນດານັກຮົບວິລະຊົນຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງ. ຜູ້ຕາງໜ້າບັນດາໝູ່ຄະນະໄດ້ຖະຫວາຍທູບທຽນ, ດອກໄມ້ຢູ່ອະນຸສາວະລີ ແລະ ຈູດທູບທຽນໃຫ້ກວ່າ 3.600 ຂຸມຝັງສົບຂອງບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ເພື່ອສະແດງຄວາມເຄົາລົບນັບຖືຕອບບຸນແທນຄຸນ. ນີ້ແມ່ນການເຄື່ອນໄຫວເຊິ່ງແຂວງ ເຮົາຢາງ ຈັດຂຶ້ນປະຈຳປີ ເພື່ອສະແດງໃຫ້ເຫັນມູນເຊື້ອ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, ບົດບາດ, ຄວາມຮັບຜິດຊອບຂອງໄວໜຸ່ມໃນການຮັກສາ ແລະ ສືບທອດພາລະກິດການປະຕິວັດອັນສະຫງ່າອົງອາດຂອງຊາດ.

ການເຄື່ອນໄຫວຕອບບຸນແທນຄຸນວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 2ຄະນະພັກແຂວງ ວິ້ງລອງ ກໍ່ໄດ້ສົມທົບກັບບັນດາຫົວໜ່ວຍຈັດພິທີຈູດທູບທຽນອາໄລຫາບັນດານັກຮົບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ
(ພາບ: TTXVN)

        ແລະກໍ່ໃນຕອນຄ່ຳວັນທີ 25 ກໍລະກົດ, ຄະນະພັກແຂວງ ວິ້ງລອງ ກໍ່ໄດ້ສົມທົບກັບບັນດາຫົວໜ່ວຍຈັດພິທີຈູດທູບທຽນອາໄລຫາບັນດານັກຮົບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດຂອງແຂວງ. ກ່ອນໜ້ານັ້ນ, ຄະນະພັກແຂວງ ວິ້ງລອງ ກໍ່ໄດ້ສົບທົບກັບບັນດາຫົວໜ່ວຍຈັດການເຄື່ອນໄຫວອະນາໄມທຳຄວາມສະອາດເຂດສຸສານ, ໄປຢື້ຢາມຖາມຂ່າວ, ມອບຂອງຂວັນ ແລະ ຈັດພາເຂົ້າຕອບບຸນແທນຄຸນຕໍ່ບັນດາແມ່ ຫວຽດນາມ ວິລະຊົນ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ… ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ