ການເຄື່ອນໄຫວຕອບສະຫນອງວັນປື້ມຫວຽດນາມຄັ້ງທີ3

ການເຄື່ອນໄຫວຕອບສະຫນອງວັນປື້ມຫວຽດນາມຄັ້ງທີ3 - ảnh 1
ຜູ້​ອ່ານ​ເຂົ້າ​ຮ່ວມ​ວັນ​ປື້ມ​ຫວຽດ​ນາມ
ພາບ:news.zing.vn

(vovworld)- ຕອນ​ຄ່ຳ​ວັນ​ທີ 17/4, ໄດ້​ເລີ່ມ​ຕົ້ນສັບ​ປະ​ດາ​ຕອບ​ສະ​ຫນອງວັນ​ປື້​ມ​ຫວຽດ​ນາມ ຄັ້ງ​ທີ 3 ໂດຍ​ພະ​ແນກ​ຖະ​ແຫລງ​ຂ່າວ - ສື່​ສານ ພ້ອມ​ກັບ​ຄະ​ນະ​ບໍ​ລິ​ຫານ ຖະ​ຫນົນ​ປື້ມ​ນະ​ຄອນ​ໂຮ່​ຈິ​ມີນ ສົມ​ທົບ​ກັນ​ຈັດ​ຕັ້ງ ໂດຍ​ມີ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ຢ່າງ. ຄຽງ​ຄູ່​ກັບ​ການ​ວາງ​ສະ​ແດງ “ປື້ມ​ມ່ວນ, ປື້ມ​ງາມ” ແລະ ປື້ມ “ວັນ​ນະ​ຄະ​ດີ​ໂຣ​ແມນ​ຕິກຕົ້ນ​ສັດ​ຕະ​ວັດ​ທີ​ 20” ຍັງ​ມີ​ການ​ໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບ​ບັນ​ດາ​ຫົ​ວ​ເລື່ອງ: ວັນ​ນະ​ຄະ​ດີ​ໂຣ​ແມນ​ຕິກ, ອາ​ຊີບ​ຜະ​ລິດ​ປື້ມ​ເກົ່າ, ຄວາມ​ເມົາ​ມົວ​ສະ​ສົມ​ປື້ມ…ພິ​ເສດ​ໃນ​ໂອ​ກາດນີ້ ຍັງ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ມີ​ຄວາມ​ໝາຍ​ຫລາຍ​ຢ່າງ​ຄື: ພິ​ທີ​ສະ​ເຫລີມ​ສະ​ຫລອງ ວັນ​ປື້ມ​ຫວຽດ​ນາມ​ຄັ້ງ​ທີ 3, ລາຍ​ການ​ແລກ​ປື້ມ​ເກົ່າ​ເອົາ​ປື້ມ​ໃຫມ່.

ຕອບກັບ

ຂ່າວ/ບົດ​ອື່ນ