ການເຄື່ອນໄຫວຕອບສະຫນອງສັບປະດາທະເລ,ໝູ່ເກາະຫວຽດນາມ2013

ການເຄື່ອນໄຫວຕອບສະຫນອງສັບປະດາທະເລ,ໝູ່ເກາະຫວຽດນາມ2013 - ảnh 1
ເກາະອານບາງຂຶ້ນກັບໝູ່ເກາະເຈືອງຊາ
ພາບ:internet


(vovworld) - ​ໂດຍ​ຕອບ​ສະຫນອງ​ສັບປະດາ​ທະ​ເລ​ໝູ່​ເກາະ​ຫວຽດນາມ ປີ 2013, ວັນ​ທີ 2/6,​​ ​ແຂວງ ຮ່າ​ຕີ້​ງ ​ໄດ້​​ໄຂ​ງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ​ເອກະສານ“ຮ່ວາງ​ຊາ, ​ເຈື່ອງ​ຊາ​ຂອງ​ຫວຽດນາມ- ພະຍານ​ຫລັກ​ຖານ​ປະຫວັດສາດ” ຢູ່​ສູນວັດທະນະທຳ ​ແລະ ຮູບ​ເງົາ​ແຂວງ​ຮ່າ​ຕີ້​ງ. ງານ​ວາງສະ​ແດງ​ໄດ້​ແນະນຳ​ແຜນ​ທີ່​, ​ເອກະສານ, ວັດຖຸ​ພັນ ​ແລະ ສິ່ງ​ພິມເກືອບ 200 ​ຢ່າງ​ຂອງ​ບັນດາ​ນັກ​ຄົ້ນ​ຄ້ວາ, ນັກຮຽນ​ຮູ້​ຢູ່​ພາຍ​ໃນ ​ແລະ ສາກົນ. ນີ້​ແມ່ນ​ພະຍານ​ຫລັກ​ຖານ​ປະ​ຫວັດ​ສາດ ​ແລະ ນິຕິ​ກຳ​ຊຶ່ງ​ພິສູດ​ໃຫ້​ເຫັນ​ອະທິປະ​ໄຕຂອງ​ຫວຽດນາມ​ທີ່​ມີ​ຕໍ່​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ນອກ​ນັ້ນ ທີ່​ງານ​ວາງສະ​ແດງ​ຍັງ​ແນະນຳ​ບັນດາ​ແຜນ​ທີ່​​ເກົ່າຂອງ​ຈີນ, ປະ​ເທດ​ຕາ​ເວັນ​ຕົກ​ຈຳນວນ​ຫນຶ່ງ​ແຕ່​ສັດຕະວັດ​ທີ 16, ປື້​ມ Atlas ຂອງ​ອັງກິດ, ​ເຢຍລະ​ມັນ, ອາ​ເມ​ລິ​ກາລະ​ຫວ່າງ​ປີ 1626 -1980 ສະ​ແດງ​​ໃຫ້​ເຫັນ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ນອນ​ໃນ​ເຂດ​ທະ​ເລ​ຫວຽດນາມ.

​ເນື່ອງ​ໃນ​ໂອກາດ​ນີ້ ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນຊາ​ຍ​ແດນ​ແຂວງ ​ແທນ​ຮວາ ​ໄດ້​ຈັດ​ຕັ້ງ​ການ​ຝືກອົບຮົມ​ຄວາມ​ຮູ້​ກ່ຽວ​ກັບ​ທະ​ເລ, ໝູ່​ເກາະ ​ແລະ ວຽກ​ງານ​ປ້ອງ​ກັນ​ຄວາມ​ສະຫງົບ​ປອດ​ໄພ​​ໃຫ້​ແກ່​ຊາວ​ປະມົງ​ເກືອບ 100 ຄົນ​ຢູ່​ເກາະ ຫງີ​ເຊີນ ​ແຂວງ ​ແທນ​ຮວາເມື່ອ​​ໄປ​ຫາ​ປາ​ຢູ່​ທະ​ເລ​.

 

ຂ່າວ/ບົດ​ອື່ນ