ການເຄື່ອນໄຫວຕ່າງໆ ຕ້ອນຮັບບຸນປີໃໝ່ ປະຈຳຊາດ

ການເຄື່ອນໄຫວຕ່າງໆ ຕ້ອນຮັບບຸນປີໃໝ່ ປະຈຳຊາດ - ảnh 1

(ພາບ:hanoimoi.com.vn)

(vovworld) -  ​ໃນ​ໂອກາດ​ຕ້ອນຮັບບຸນ​ປີ​ໃໝ່​ປະຈຳ​ຊາດ, ປີ​ມະ​ເສ​ງ 2013, ​ໄດ້​ຈັດ​ໃຫ້​ມີບັນດາ​ການ​ເຄື່​ອນ​ໄຫວທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ຕອນ​ຄ່ຳ​ວັນ​ທີ 8/2, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ​ໄດ້​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ພະນັກງານ​, ກຳມະກອນບໍລິສັດສິ່ງ​ແວດ​ລ້ອມ​ຕົວ​ເມືອງ​ຮ່າ​ໂນ້ຍຈຳກັດຜູ້​ດຽວ​ໃນ​ໂອກາດ​ບຸນ​ເຕັດ.

   ວັນ​ທີ 8/2, ​ເປັນຄັ້ງທຳ​ອິດ​ທີ​ສຳນັກງງານ​ການ​ເມືອງ​ນະຄອນ​ປາ​ຮີ ​ແລະ ສະຖານທູດ​ຫວຽ​ດນາມ ປະຈຳ​ຝະລັ່ງ ຈັດການ​ຕ້ອນຮັບ​ບຸນ​ປີ​ໃໝ່​ປະຈຳ​ຊາດ​ຫວຽດນາມ. ນີ້​ແມ່ນໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ເປີດ​ສາກ​ໃຫ້​ແກ່​ປີ​ພົວພັນ​ແລກ​ປ່ຽນ​ຫວຽດ​ນາມ-ຝະລັ່ງ 2013. ນະ​ທີ່​ນີ້, ທ່ານ​ເຢືອງຈິ​ຢູງ, ​ເອກ​ອັກຄະ​ລັດຖະທູດຫວຽ​ດນາມ ປະຈຳ​ຝະລັ່ງ ​ເນັ້ນຫນັກ​ວ່າ:

  “ນີ້​ກໍ່​ແມ່ນ​ການ​ເຊີດ​ຊູ​ການ​ປະກອບສ່ວນ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​​ໄສ​ຢູ່​ຝະລັ່ງ​ ຕໍ່​ປະ​ເທດ​ຝະລັ່ງ. ຂ້າພະ​ເຈົ້າມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ ​ແລະ ຕື້​ນຕັນ​ໃຈ​ທີ່​ສຸດ​ຍ້ອນ​​ວ່າ​ພິທີ​ນີ້​ມີ​ການ​ເຂົ້າຮ່ວມ​ຂອງທ່ານ​ເຈົ້າຄອງ​ປາຣີ, ​ເຈົ້າຄອງ​ເມືອງ 4, ບັນດາ​ທ່ານ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຝະລັ່ງ“.

  ທ່ານ Betrannd Delanoe ​ເຈົ້າຄອງ​ນະ​ຄອນ​ປາຣີ ຢືນຢັນ​ວ່າ: ປາຣີ ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຍ້ອນ​ມີ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​​ໄສ​ຢູ່ຝະລັງ​ເປັນ​ຈຳນວນ​ຫຼາຍ​ດ້ວຍ​ບັນດາ​ສີສັນ​ວັດທະນະທຳ​ສະ​ເພາະ​ຂອງ​ຊາວ​ຫວຽດນາມ ​ແລະ ມີ​ບັນດາ​ການ​ເຄື​ອ່ນ​ໄຫວດ້ານ​ວັດທະນະທຳ​ເພື່ອ​ຊ່ວຍ​ໃຫ້​ຊາວ​ຝະລັ່ງ​ເຂົ້າ​ໃຈ​ກ່ຽວ​ກັບ​ວັດທະນະທຳ​ຫວຽດນາມ ຫລາຍ​ກ່ວາ:

  “ຂ້າພະ​ເຈົ້າຫວັງວ່າຊາວ​ຫວຽດນາມ ອາ​ໄສ​ຢູ່​ປາຣີ ຈະ​ມີ​ຄວາມ​ຮູ້ສຶກ​​ເໝືອນ​ກັບຢູ່​ນະຄອນ​ຂອງ​ຕົນ​ເອງ. ບັນດາ​ຄຸນຄ່າ​ຂອງ​ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ປາຣີ ກໍ່​ປະກອບສ່ວນ​ເຮັດ​ໃຫ້​ນະຄອນ​ຮັ່ງມີ​ຂຶ້ນ​ຕື່ມ. ຂໍ​ພວຍພອ​ນໃຫ້​ພວກ​ເພື່ອນ​​ໃນ​ໂອກາດປີ​ໃໝ່​ນີ້ມີ​ແຕ່​ຄວາມ​ໂຊກ​ດີ

   ​ໃນ​ວັນ​ດຽວ​ກັນ, ສະຖານທູດ​ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ ​ໄດ້​ຈັດການ​ພົບ​ປະ​ສ້າງສັນ​ຕ້ອນຮັບ​ລະ​ດູ​ບານ​ໃໝ່, ປີ​ມະ​ເສ​ງ 2013. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຟ້າ​ມຊວນ​ເຊີນ, ​ເອກ​ອັກຄະ​ລັດຖະທູດຫວຽ​ດນາມ ປະຈຳສະຫະພັນ​ລັດເຊຍ ຫວັງ​ວ່າ: ປີ 2013, ປະຊາຊົນ, ພະນັກງານ, ພາລະ​ກອນ​ພວມ​ເຮັດ​ວຽກ, ອາ​ໄສ​ຫ່າງໄກ​ຈາກ​ປະ​ເທດ​ຊາດ ຈະ​ມີ​ກຳລັງ​ໜູນ​ຕື່ມ​ອີກ​ເພື່ອ​ຜ່ານ​ຜ່າ​ທຸກໆ​ຄວາມ​ຫຍຸ້ງຍາກ, ການ​ທົດ​ສອບ, ບື່ນຕົວ​ຂຶ້ນ​ໃນ​ຊີວິດ​ການ​ເປັນ​ຢູ່ ​ແລະ ວຽກ​ງານ.

ການເຄື່ອນໄຫວຕ່າງໆ ຕ້ອນຮັບບຸນປີໃໝ່ ປະຈຳຊາດ - ảnh 2

(ພາບ:internet)

   ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 9/2, ການ​ເຄື່ອນ​ໄຫວ​ຕ່າງໆ​ຕ້ອນຮັບ​ປີ​ໃໝ່​ໄດ້​ຈັດ​ຂຶ້ນ​ຢູ່​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຫວຽດນາມ. ຢູ່​ຮ່າ​ໂຮ້ຍ, ​ໄດ້​ຈັດ​ບັນດາ​ລາຍການ​ສະ​ແດງ​ສິລະ​ປະວັດ​ທະນະ​ທຳ​ຢູ່​ບັນດາ​ສະຖານ​ທີ່​ລະ​ຫຼິ້ນສາທາລະນະ, ສູນວັດທະນະທຳ​ຢູ່ 29 ​ເມືອງ, ຕາ​ແສງ, ​ເທດສະບານ​ເມືອງ. ​ໃນ​ຈຸດ​ເວລາ​ສົ່ງທ້າຍ​ປີ​ເກົ່າ​ ຕ້ອນຮັບ​ປີ​ໃໝ່, ຮ່າ​ໂນ້ຍ ຈັດການ​ຍິງບັ້ງ​ໄຟ​ດອກ​ຢູ່ສະຖານທີ່ 29 ​ແຫ່ງ​ໃນ​ໄລຍະ​ເວລາ 15 ນາ​ທິ.

   ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 9/2 ດຽວ​ກັນ​ນີ້, ງານ​ລາຕີສົ່ງທ້າຍ​ປີ​ເກົ່າ​ ຕ້ອນຮັບ​ປີ​ໃໝ່​ໄດ້​ຖືກຈັດ​ຂຶ້ນ​ຢູ່​ສະໜາມ​ຫຼວງ​ໂຮ່ຈິ​ມິນ-​ນະຄອນ​ວິ​ງ. ທ່ານ​ຟ້າ​ມຕຽນ​ຢູງ, ຫົວໜ້າ​ພະ​ແນ​ກວັດທະນະທຳ-​ກິລາ ​ແລະ ການທ່ອງທ່ຽວ​ແຂວງ​ເງະ​ອານ ​ໃຫ້​ຮູ້​ວ່າ:

  “ທີ່​ບັນດາ​ສະຖານ​ທີ່​ລະ​ຫຼິ້ນ, ບັນ​ເທິງ​ຢູ່ນະຄອນ​ວິ​ງ ​ໄດ້​ຈັດ​ບັນດາ​ການ​ເຄື່ອນ​ໄຫວ​ຄື: ງານ​ວາງສະ​ແດງ, ຊ່ວງ​ເຮືອ…. ບັນດາ​ການ​ເຄື່ອນ​ໄຫວ​ຕ້ອນຮັບ​ປີ​ໃໝ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍຢ່າງທັນ​ການ“

 

ຕອບກັບ

ຂ່າວ/ບົດ​ອື່ນ