ການເຄື່ອນໄຫວຕ່າງໆ ຕອບສະໜອງ “ວັນທົ່ວປວງຊົນບໍລິຈາກເລືອດໂດຍສະໝັກໃຈ”

ການເຄື່ອນໄຫວຕ່າງໆ ຕອບສະໜອງ “ວັນທົ່ວປວງຊົນບໍລິຈາກເລືອດໂດຍສະໝັກໃຈ” - ảnh 1
ພາບປະກອບ

(vovworld) – ຕາມ​ຄະນະ​ຊີ້​ນຳ​ແຫ່ງ​ຊາດກ່ຽວ​ກັບ​ການ​ຂົນຂວາຍ​ບໍລິຈາກ​ເລືອດ​ໃນ​ເດືອນ 4, ບັນດາ​ການ​ເຄື່ອນ​ໄຫວຕອບ​ສະໜອງ “ວັນ​ທົ່ວ​ປວງ​ຊົນ​ບໍລິຈາກ​ເລືອດ​ປີ 2013” ຈະ​ຖືກ​ຈັດ​ຂຶ້ນ​​ຢ່າງອຸດົມສົມບູນມີ​ຫຼາຍ​ຮູບ​ຫຼາຍ​ແບບ​ໃນ​ທົ່ວປະ​ເທດ. ລະອຽດ​ຄື, ການ​ໂຄສະນາ​​ເຜິ​ຍ​ແຜ່ຫຼາຍ​ຄັ້ງ​ໄດ້​ຮັບ​ການຈັດ​ຕັ້ງ​ຢ່າງ​ແຮງ​ຜ່ານ​ບັນດາ​ພາຫະນະ​ຊື່​ມວນ​ຊົນ​, ​ເຊິ່ງຈຸດ​ສຸມ​ແມ່ນ​ວັນ​ທີ 7/4 ດ້ວຍບັນ​ດາ​ເນື້ອ​ໃນ​ຄື: ອ່ານ​ຈົດໝາຍ​ຂອງ​ປະທານ​ປະ​ເທດ ທີ່​ສົ່ງ​ເຖິງໃຫ້​ພໍ່​ແມ່​ປະຊາຊົນ, ນັກຮົບ ​​ໃນ​ທົ່ວ​ປະ​ເທດ​ເນື່ອງ​ໃນ​ໂອກາດ​​ວັນ​​ທົ່ວ​ປວງ​ຊົນ​ບໍລິຈາກ​ເລືອດ, ພິ​ເສດ “ບໍລິຈາກ​ເລືອດ​ໂດຍມີ​ການ​ແນະນຳ​ຂອງ​ທ່ານໝໍ​ບໍ່​ສົ່ງ​ຜົນສະທ້​ອນ​ຕໍ່​ສຸ​ຂະ​ພາບ”, ​ແນະນຳ​ບັນດາ​ແບບ​ຢ່າງ​ດີ​ເດັ່ນ​ເຂົ້າ​ຮ່ວມ​ການ​ບໍລິຈາກ​ເລືອດ. ທົ່ວ​ປະ​ເທດ​ສູ້​ຊົນ​ຂົນຂວາຍ​ຜູ້​ເຂົ້າ​ຮ່ວມ​​ບໍລິຈາກ​ເລືອດຢ່າງ​ໜ້ອຍ​ສຸດ 150.000 ຄົນ, ຈັດ​ຕັ້ງ​ການ​ຮັບ​ເອົາ​ເລືອດ​ແຕ່ 100.000 – 110.000 ຖົງ.

ຂ່າວ/ບົດ​ອື່ນ