ການເຄື່ອນໄຫວຕ່າງໆ ມຸູ່ງໄປສູ່ທະເລ, ໝູ່ເກາະຂອງບ້ານ ເກີດເມືອງນອນ

ການເຄື່ອນໄຫວຕ່າງໆ ມຸູ່ງໄປສູ່ທະເລ, ໝູ່ເກາະຂອງບ້ານ ເກີດເມືອງນອນ - ảnh 1
ນັກຮົບເຈືອງຊາ ຮ້ອງເພງກ່ຽວກັບທະເລ
(ພາບ: Việt Đức/Vietnam+)

(vovworld)- ທີ່​ກອງ​ປະຊຸມ​ຜັນ​ຂະຫຍາຍ​ໜ້າ​ທີ່​ວຽກ​ງານ​ໃນ 6 ​ເດືອນ​ທ້າຍ​ປີ, ຈັດ​ຂຶ້ນ​ໃນ​ວັນ​ທີ 16/6, ຄະນະ​ກຳມະການ​ແນວ​​ໂຮມ​ປະ​ເທດ​ຊາດ​ແຂວງ​ກວາງ​ນາມ ​ໄດ້​ມອບ​ຈຳນວນ​ເງິນກ່ວາ 5 ຕື້​ດົ່ງ​ສະໜັບສະໜູນ​ກຳລັງ​ຕຳຫຼວດ​ທະ​ເລ​ເຂດ 2 ​ແລະ ບັນດາ​ສະມາ​ພັນ​ອາຊີບ​ຫາ​ປາ​ໃນ​ບໍລິ​ເວນ​ແຂວງ. ນີ້​​ແມ່ນ​ຈຳນວນ​ເງິນສະໜັບ ສະໜູນ​ຂອງ​ປະຊາຊົນ​ທຸກ​ຊັ້ນຄົນ​ໃນ​ແຂວງ.

  ບັນດາ​ຫົວໜ່ວຍ, ວິ​ສາ​ຫະກິດ​ໃນ​ແຂວງ​ບິ່ງ​ເຢືອງ ​ໄດ້​ສະໜັບສະໜູນ​ຈຳນວນ​ເງິນ​ກ່ວາ 2 ຕື້​ດົ່ງ​ໃຫ້​ແກ່ກຳລັງ​ຕຳຫຼວດ​ທະ​ເລ, ອົງການ​ກວດກາ​ການ​ປະມົງ ​ແລະ ຊາວ​ປະມົງ.

  ກ່ອນ​ໜ້ານັ້ນ,ຕອນ​ຄຳ່​ວັນ​ທີ 15/6 ຢູ່ ຮ່າ​ໂນ້ຍ, ສະມາຄົມ​ນັກ​ດົນຕີ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ລາຍການ​ສະ​ແດງ​ສິລະ​ປະ ດ້ວຍ​ສານ​ທີ່​ວ່າ: ພວ​ກເຮົາ​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຊື່​ງ​ແມ່ນຊາວ​ຫວຽດນາມ, ພົນ​ລະ​ເມືອງ​ທຸກ​ຄົນ​ລ້ວນ​ແຕ່​ມີ​ຄວາ​ມຮັບຜິດຊອບ​ເມື່ອ​ປະ​ເທດ​ຊາດ​ຕ້ອງການ”. ລາຍການ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ນັກ​ສິລະ​ປິນ 40 ຄົນ ​ເພື່ອ​ແນ​ໃສ່​ສະ​ແດງ​ນ້ຳ​ໃຈ​ຮັກ​ຊາດ, ມູ່ງ​ໄປ​ສູ່​ເຂດ​ທະ​ເລ​ໝູ່​ເກາະ​ທີ່​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ. ນັກ​ດົນຕີ ​ໂດ໋ຮົ່ງກວນ, ປະທານ​ສະມາຄົມ​ນັກ​ດົນຕີ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ສະມາຄົມ​ນັກ​ດົນຕີ​ຫວຽດນາມ ຮຽກຮ້ອງ​ບັນດາ​ນັກ​ດົນຕີ,​ນັກ​ຮ້ອງ ພ້ອມ​ກັນ​ສະ​ແດງ​ອາລົມ​ຈິດ​ຂອງ​ຕົນ, ຄວາມ​ຮັບຜິດຊອບ​ຂອງ​ນັກ​ສິລະ​ປິນ, ຂອງ​ພົນລະ​ເມືອງ ​ແລະ ຍີ່​ງກວ່າ​ນັ້ນ​ແມ່ນ​ສະ​ແດງ​ທ່າ​ທີ່​ເດັດດ່ຽວ​ຕໍ່ຫນ້າ​ເລື່ອງຈີນຕັ້ງ ຮ້ານ​ເຈາະ​ນ້ຳມັນຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ.​”


ຂ່າວ/ບົດ​ອື່ນ