ການເຄື່ອນໄຫວຕ່າງໆ ລະນຶກ 105 ປີແຫ່ງວັນ ຄ້າຍວັນເກີດຂອງອະດິດ ເລຂາທິການໃຫຍ່ Le Duan

ການເຄື່ອນໄຫວຕ່າງໆ ລະນຶກ 105 ປີແຫ່ງວັນ ຄ້າຍວັນເກີດຂອງອະດິດ ເລຂາທິການໃຫຍ່ Le Duan - ảnh 1
ທ່ານອະດີດ ເລຂາທິການໃຫຍ່ Le Duan ແລະ ນັກສືກສາມະຫາວິທະຍາໄລສັງລວມ ຮ່າໂນ້ຍ
(ພາບ: ອີນເຕີເນັດ)

(vovworld) – ຕອນ​ເຊົ້າ​ວັນ​ທີ 7/4, ​ໂຮງຮຽນ​ພະນັກງານ​ກອງ​​ເຍົາວະ​ຊົນ Le Duan ຈັດ​ຕັ້ງ​ພິທີ​ໂຮມ​ຊຸມນຸມມິດ​ຕິງ​ລະນຶກ 105 ປີ​ແຫ່ງ​ວັນ​ຄ້າຍວັນ​ເກີດຂອງອະ​ດີດ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Le Duan (7/4/1904 – 7/4/2012). ​ໂຮງຮຽນ​ພະນັກງານ​ກອງ​​ເຍົາວະ​ຊົນ Le Duan  ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມືອ​ປີ 1983, ​ແມ່ນ​ຂອງ​ຂັວນຂອງ​ທ່ານ​ອະ​ດີດ​ເລຂາທິການ​ໃຫຍ່ Le Duan ມອບ​ໃຫ້​ຊາວ​ໜຸ່ມ, ​ເຍົາວະ​ຊົນ​ນະຄອນຫຼວງ ​ເນື່ອງ​ໃນ​ໂອກາດ​ທ່ານ​ໄດ້​ຮັບ​ລາງວັນ “​ເພື່ອ​ການ​ປັບປຸງ​ສັນຕິພາບ​ລະຫວ່າງ​ບັນດາ​ປະ​ເທດ” ຂອງ​ຄະນະ​ກຳມະການ​ມອບລາງວັນ​ສາກົນ Lenin.

​ແລະ​ກໍ​ໃນ​ວັນ​ທີ 7/4, ຢູ່​ແຂວງກວາງ​ຈີ້, ​ເຊິ່ງ​ແມ່ນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ອະ​ດີດ​ເລຂາທິການ​ໃຫຍ່ Le Duan, ການ​ນຳ​ແຂວງ​ພ້ອມ​ກັບ​ຜູ້ຕາງໜ້າ​ປະຊາຊົນ​ໄດ້​ໄປ​ຖະຫວາຍ​ທູບ​ທຽນ, ພວງມາລາ​ອາ​ໄລ​ຫາ​ເຖິງ​ອະ​ດີດ​ເລຂາທິການ​​ໃຫຍ່ Le Duan ຢູ່​ເຂດ​ອະນຸສອນສະຖານ​ອະ​ດີດ​ເລຂາທິການ​ໃຫຍ່ Le Duan ຢູ່​ເມືອງ ຈ້ຽວຟອງ, ພ​້ອມກັນ​ນັ້ນ​ກໍ​ເປີດ​ສະຫຼອງ​ໄລຍະ​ໜຶ່ງ ຫໍສະໝຸດ​ອະ​ດີດ​ເລຂາທິການ​ໃຫຍ່ Le Duan.

ກ່ອນ​ໜ້ານັ້ນ, ຕອນ​ບ່າຍ​ວັນ​ທີ 6/4, ທ່ານ Nguyen Phu Trong, ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ໄປ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ທ່ານ​ອະ​ດີດ​ເລຂາທິການ​ໃຫຍ່ Le Duan ຢູ່​ເຮືອນ​ສ່ວນຕົວ. ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ສະ​ແດງ​ຄວາມ​ຫວັງ​ວ່າ​ພ​້ອມກັບ​ທ່ົວ​ພັກ, ທົ່ວກອງທັບ ​ແລະ ທົ່ວ​ປວງ​ຊົນ ມານະ​ພະຍາຍາມ​ສູ້ຊົນ​ປະຕິບັດ​ບັນດາ​ຈຸດໝາຍ​ໜ້າ​ທີ່​ເຊິ່ງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກວາງ​ອອກຢ່າງ​ມີ​ໄຊ, ສ້າງສາ​ປະ​ເທດ​ຫວຽດນາມ ຮັ່ງມີ​ເຂັມ​ແຂງ, ປະຊາທິປະ​ໄຕ, ຍຸຕິ​ທຳ, ສີ​ວິ​ໄລ.

​ແລະ​ກໍ​ໃນ​ວັນທີ 6/4, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ການ​​ໂອ້​ລົມ​ສົນທະນາ ​ເປັນ 2 ຄັ້ງທີ່​ພາດ​ຫ​​ົວ​ເລື່ອງ​ວ່າ “Le Duan ກັບ​ວັດທະນະທຳ ​ແລະ ຊາວ​ຫວຽດນາມ” ​ແລະ “Le Duan ກັບ​ການ​ປະຕິວັດ​ເຂດ​ພາກ​ໃຕ້”

 

ຂ່າວ/ບົດ​ອື່ນ