ການເຄື່ອນໄຫວຕ່າງໆ ສະເຫຼີມສະຫຼອງ 37 ປີແຫ່ງວັນປົດປ່ອຍພາກໃຕ້

ການເຄື່ອນໄຫວຕ່າງໆ ສະເຫຼີມສະຫຼອງ 37 ປີແຫ່ງວັນປົດປ່ອຍພາກໃຕ້ - ảnh 1
ຜູ້ແທນເຂົ້າຮ່ວມການສະ​ເຫຼີ​ມສະຫຼອງ 10 ​ປີ​ແຫ່ງ​ວັນ​ສ້າງສາ ​ແລະ ພັດທະນາ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ
(ພາບ: vuvanninh.net)

(vovworld) - ຕອນ​ເຊົ້າ​ວັນ​ທີ 27/4, ຢູ່​ນະຄອນ ​ເກີນ​​ເທີ ​ໄດ້​ດຳ​ເນີນ​ພິທີ​​ໂຮມ​ຊຸມນຸມມິ​ດຕິງ​ສະ​ເຫຼີ​ມສະຫຼອງ 37 ປີ​ແຫ່ງ​ວັນ​ປົດປ່ອຍ​ພາກ​ໃຕ້​ຢ່າງ​ສົມ​ບູນ ​ແລະ ສະ​ເຫຼີ​ມສະຫຼອງ 10 ​ປີ​ແຫ່ງ​ວັນ​ສ້າງສາ ​ແລະ ພັດທະນາ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານຮອງ​ນາຍົກລັດຖະມົນຕີຫວຽດນາມ Vu Van Ninh, ຫົວໜ້າ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ເຊິ່ງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ບັນລຸ​ໄດ້​ໃນ​ໄລຍະ 10 ປີຜ່ານ​ມາ. ຕາງໜ້າ​ໃຫ້​ບັນດາ​ແຂ​ວງ ​ເຂດ​ທົ່ງພຽງ​ແມ່​ນ້ຳ​ຂອງ, ທ່ານ Tran Thanh Man, ​ເລຂາ​ຄະນະ​ພັກນະຄອນ ​ເກີ​ນ​ເທີ ​ເນັ້ນ​ໜັກ​ວ່າ:

“​ເສີມ​ຂະຫຍາຍ​ມູນ​ເຊື້ອ​ປະຕິບັດ​ທີ່​ສະຫງ່າ​ລາສີ​ຂອງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ເຂດ​ທ່ົງພຽງ​ແມ່​ນ້ຳຂອງ, ພວກ​ເຮົາ​ພ້ອມ​ກັນ​ສາມັກຄີ​ຮ່ວມ​ແຮງ​ຮ່ວມ​ໃຈ, ມານະ​ພະຍາຍາມ​ສູ້​ຊົນ​ຫຼາຍ​ກ່ວາ​ອີກ, ສືບ​ຕໍ່​ນຳ​ເສດຖະກິດ​ຂອງ​ເຂດທ່ົ່ງພຽງ​ແມ່​ນ້ຳ​ຂອງ​ພັດທະນາຢ່າງ​ວົງ​ໄວ ​ແລະ ໝັ້ນຄົງ, ກາຍ​ເປັນ​ເຂດ​ເສ​ດຖະກິດ​ຈຸດ​ສຸມ​ຂອງ​ພາກ​ໃຕ້​ໂດ​ຍ​ໄວ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຜົນສຳ​ເລັດ​ລວມຂອງ​ປະ​ເທດ​ຊາດ”

​ແລະກໍ​ນອນ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ, ວັນ​ທີ 27/4, ກໍ​ດ​ຳ​ເນ​ີນກອງ​ປະຊຸມ “ສົ່ງ​ເສີມ​ການ​ລົງທຶນ​ພັດທະນາ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ”. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ນັກ​ລົງທຶນ​ທັງ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ​ຊອກ​ຮູ້​ຄວາມ​ສາມາດ​ບົ່​ມຊ້ອນ​​ໃນ​ການ​ພັດທະນາ​ຂອງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ. ມີ​ປະ​ມານ​ 178 ​ໂຄງການ​ຈຸດ​ສຸມ​ຮຽກຮ້ອງ​ການ​ລົງທຶນ​ເຂົ້າ​ບັນດາແຂວງ​ໃນ​ເຂດ ​ໄດ້​ຮັບ​ກາ​ນ​ແນະນຳ​ເຖິງ​ບັນດາ​ນັກ​ລົງທຶນ​ໃນ​ໂອກາດ​ນີ້.

    ຢູ່​ຮ່າ​ໂນ​້ຍ, ວັນ​ທີ 26/4, ຄະນະ​ຄຸມ​ຄອງ​ປູ​ສະ​ນີຍະສະ​ຖານ​ຄຸກ ຫວາ​ລໍ່ ​ໄດ້​ຈັດ​ຕັ້ງ​ການ​ເສັງ​ຊອກ​ຮູ້​ປະຫວັດຄວາມ​ເປັນ​ມາ​ຂອງ​ຄຸກ ຫວາ​ລໍ່. ການ​​ເສັງ​ດັ່ງກ່າວ​ແມ່ນເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ຊາວ​ໜຸ່ມ​ນະຄອນຫຼວງ​ເຂົ້າ​ໃຈ​ກ່ຽວ​ກັບ​ປະຫວັດສາດ​ຄຸກ ຫວາ​ລໍ່, ສຶກສາ​ມູນ​ເຊື້ອ​ຮັກ​ຊາດ, ນ້ຳ​ໃຈ​ຕໍ່​ສູ້​ບໍ່​ຍອມ​ຈຳນົນ​ຂອງ​ບັນດາ​ນັກຮົບ​ປະຕິວັດ ທີ່​ຖືກ​ຈັບ​ຕົວ​ກັກ​ຂັງ​ຢູ່​ຄຸກ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ, ຈັກກະພັດ ​ແຫ່ງ​ຕ່າງ​ໆ​ໃຫ້​ລຸ້ນລູກ​ຫຼານ.

ຂ່າວ/ບົດ​ອື່ນ