ການເຄື່ອນໄຫວຕ່າງໆ ສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສັນຍາ ປາຣີ

ການເຄື່ອນໄຫວຕ່າງໆ ສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສັນຍາ ປາຣີ - ảnh 1
ການນຳພັກ, ລັດ, ລັດຖະບານ ຫວຽດນາມ ເຂົ້າຮ່ວມງານໂຮມຊຸມນຸມມິຕິງ ຢູ່ ຮ່າໂນ້ຍ

(vovworld) - ​​ເນື່ອງ​ໃນ​ໂອກາດ​ນີ້, ຢູ່ ຫວຽດນາມ ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວສະ​ເຫຼີ​ມສະຫຼອງ​ຕ່າງໆ, ​ໃນ​ນັ້ນ​ມີ​ງາມ​ໂຮ​ມຊຸມນຸມ​ມິດ​ຕິງ​ລະດັບ​ຊາດ ​ເຊິ່ງຈັດ​ຕັ້ງ​ຢູ່ ຮ່າ​ໂນ້ຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ພັກ, ລັດ, ບັນດາ​ຕົວ​ພະ​ຍານ​ຫຼັກ​ຖານປະຫວັດສາດ,​ບັນດາ​ຜູ້​ແທນ​ສາກົນ​ສະໜັບສະໜູນ ຫວຽດນາມ​ໃນ​ການ​ເຈ​ລະ​ຈາ ປາຣີ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຊີ້​ແຈ້ງວ່າ: ສັນຍາ ປາຣີ ​ແມ່ນ​ແຫຼ່ງລະດົມ​ກຳລັງ​ໃຈ ອັນ​ໃຫຍ່​ຫຼວງ​ທີ່​ມີ​ຕໍ່​ປະຊາຊົນ​ຮັກຫອມ​ສັນຕິພາບ ​ແລະ ຄວາມ​ຍຸຕິ​ທຳ​​ໃນ​ໂລກ, ​ແມ່ນ​ຈຸດ​ຍອດ​ຍິ່ງ​ຂອງ​​ແນວຮົບ​ການ​ທູດ ຫວຽດນາມ ​ໄລຍະ ຕ້ານ ອາ​ເມ​ລິ​ກາ ກູ້​ຊາດ, ​ແມ່ນ​ຫຼັກ​ໝາຍ​ສະຫງ່າ​ລາສີ​ໃນ​ປະຫວັດສາດຂອງ​ພື້ນຖານ​ການ​ທູດ ປະຕິວັດ ຫວຽດນາມ. ​ໃນ​ຂະນະ​ນັ້ນ, ທ່ານ​ນາງ ອະດີດຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິບິນ, ອະດີດຫົວໜ້າ​ຄະນະ​ເຈລະຈາ​ຂອງ​ລັດຖະບານ​ປະຕິວັດ​ຊົ່ວຄາວ​ສາທາລະນະ​ລັດ​ພາກ​ໃຕ້ ຫວຽດນາມ ທີ່​ການ​ເຈລະຈາ ປາຣີ ຢັ້ງຢືນ​ວ່າ: ​ເລື່ອງ​ເຊັນ​ສັນຍາ ປາຣີ ​ແມ່ນ​ໄຊຊະ​ທີ່​ຍິ່ງ​ໃຫຍ່​ຂອງ​ປະຊາຊົນ ຫວຽດນາມ, ຢັ້ງຢືນ​ແນວທາງ​ຕໍ່ສູ້​ທາງການ​ທູດ​ອັນ​ຖືກ​ຕ້ອງ.

ການເຄື່ອນໄຫວຕ່າງໆ ສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສັນຍາ ປາຣີ - ảnh 2
ທ່ານນາງ ຫງວຽນທິບິນ ຕອບສຳພາດນັກຂ່າວສາກົນ ຢູ່ ປາຣີ ປີ 1973
(ພາບ: UPI)

​ແລະ​ກໍ່​ນອນ​ໃນ​ຂອບ​ເຂດການ​ເຄື່ອ​ນ​ໄຫວ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່​ງວັນ​ເຊັນ​ສັນຍາ ປາຣີ, ຕອນ​ເຊົ້າ​ວັນ​ທີ 27/1, ຢູ່​ຫໍພິພິຕະພັນ​ຮ່ອງຮອຍ​ສົງຄາມ​ນະຄອນ ​ໂຮ່ຈີ​ມິນ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະນາ​ໂຕະມົນ “ພົບ​ປະ​ບັນດາ​ຕົວ​ພະຍານ​ຫຼັກ​ຖານ”. ທ່ານ ຮ່າ​ວັນ​ເລົາ, ອະ​ດິດທີ່​ປຶກສາ, ຮອງ​ຫົວໜ້າ​ຄະນະ​ເຈລະຈາ ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ ຢູ່ ປາຣີ ກ່ຽວ​ກັບ ຫວຽດນາມ ​ເວົ້າວ່າ:

“​ໃນ​ແນວ​ທາງ​, ທັງ​ສູ້ຮັບ ທັງ​ເຈລະຈາ​ເຊິ່ງພວກ​ເຮົາ​ໄດ້​ນຳ​ໃຊ້​ນັ້ນ, ມີ 3 ປັດ​ໄຈ​ສຳຄັນທີ່​ພາ​ໄປ​ເຖິງ​ໄຊຊະນະ​ສຸດ​ທ້າ​ຍຂອງ​ສັນຍາ ປາຣີ. ນັ້ນ​ແມ່ນ ​ໄຊຊະນະ ຢູ່​ສະໜາມຮົບ, ພວກ​ເຮົາ​ຕ້ອງເຂັ້ມ​ແຂງ ຈຶ່ງ​ສາມາດເຈລະຈາ​ໄດ້ ​ແລະ ປັດ​ໄຈ​ສຳຄັນ​ອີກ​ອັນ​ໜຶ່ງ​ນັ້ນ​ແມ່ນ ຄວາ​ມ​ເຫັນດີ​ເຫັນ​ພ້ອມ, ສະໜັບສະໜູນ​ຂອງ​ຫາງ​ສຽງ​ທັງ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ. ພວກ​ເຮົາ​ໄດ້ຮັບການສະໜັບສະໜູນຍ້ອນວ່າພວກເຮົາຕໍ່ສູ້​ເພື່ອຄວາມ​ເປັນ​ທຳ”

        ພ້ອມ​ກັບ​ປະຊາຊົນ​ໃນ​ທົ່ວ​ປະ​ເທດສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ເຊັນ​ສັນຍາ ປາຣີ, ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ໃຫ້​ອອກ​ອາ​ກາດ​ລາຍການ​ກະຈາຍສຽງ​ພິ​ເສດ​ດ້ວຍ​ຫົວ​ຂໍ້​ວ່າ: “ຈຸດ​ຍອດ​ຍິ່ງ​ໄຊຊະນະ​ທາງ​ການ​ທູດ ຫວຽດນາມ”. ລາຍການ​ແກ່ຍາວ​ເປັນ​ເວລາ 6 ຊົ່ວ​ໂມງ, ຊ່ວຍ​ໃຫ້​ທ່ານຜູ້ຟັງ​ເຂົ້າ​ໃຈ​ແຈ້ງ ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ເຫດການ 40 ປີ​ແຫ່ງ​ວັນ​ເຊັນ​ສັຍາ ປາຣີ, ຂີດ​ໝາຍ​ສຳຄັນ​ໃນ​ການ​ເຄື່​ອນ​ໄຫວ​ທາງ​ການ​ທູດ, ປະກອບສ່ວນ​ເຂົ້າ​ໃນ​ໄຊ​ຊະນະ​ຂອງ​ການ​ຕໍ່ສູ້​ຕ້ານ ອາ​ເມ​ລິ​ກາ, ​ທ້ອນໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ຂອງ​ປະຊາຊົນ ຫວຽດນາມ.

ຂ່າວ/ບົດ​ອື່ນ