ການເຄື່ອນໄຫວຕ່າງໆ ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງອາຊຽນ

ການເຄື່ອນໄຫວຕ່າງໆ ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງອາຊຽນ - ảnh 1
( ພິທີ​ຊັກທຸງອາຊຽນ ຄູ່ກັບທຸງຊາດຫວຽດນາມ )

(vovworld) -     ສະ​ເຫຼີມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ອາ​ຊຽນ (8/8/1967 – 8/8/2012) ​ແລະ 17 ປີ​ແຫ່ງ​ວັນ​ຫວຽດນາມ ​ເຂົ້າ​​ເປັນ​ສະມາຊິກອາ​ຊຽນ (28/7/1995 – 28/7/2012), ຕອນ​ເຊົ້າ​ວັນ​ທີ 8/8, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ຈັດ​ພິທີ​ຊັກ​ທຸງອາ​ຊຽນ ຄູ່​ກັບ​ທຸງຊາດ​ຫວຽດນາມ ຢູ່​ສຳນັກງານ​ກະຊວງການ​ຕ່າງປະ​ເທດຫວຽດນາມ ນະຄອນຫຼວງ​ຮ່າ​ໂນ້ຍ. ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ Pham Binh Minh ພ້ອມ​ກັບ​ເອກ​ອັກຄະ​ລັດຖະທູດ​ບັນດາ​ປະ​ເທດ​ອາ​ຊຽນ ປະຈຳ​ຮ່າ​ໂນ້ຍ ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ດັ່ງກ່າວ.

ພ້ອມ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນອື່ນ​​, ຫວຽດນາມ ​ໄດ້ຈັດ​ພິທີ​ຊັກ​ທຸງ​ອາ​ຊຽນ ບົນ​ຈິດ​ໃຈ​ເຊີດ​ຊູ​ສັນຍາ​ລັກອັນ​ສູງ​ສົ່ງ​ນີ້. ການ​ເຄື່ອນ​ໄຫວ​ນີ້ ​ດ້ານ​ໜຶ່ງ​​ແມ່ນສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ຫວຽດນາມ ປະກອບສ່ວນ​ເຂົ້າ​ໃນ​ຄວາມ​ມານະ​ພະຍາຍາມ​ຂອງ​ອາຊຽນ ​ແມ່ນສ້າງ​ປະຊາ​ຄົມ​ໃນ​ປີ 2015 ​ແລະ ສ້າງ​ສະຕິ​ປະຊາ​ຄົມ​ໃນ​ໝູ່​ປະຊາຊົນ​​ເທື່ອລະ​ກ້າວ, ດ້ານ​ອື່ນ​ແມ່ນ​ຊ່ວຍ​​ເພີ່ມ​ທະວີ​ການ​ໂຄ​ສະນະ​ພາບ​ພົດ​ອາ​ຊຽນ ​ແລະ ປະຊາ​ຄົມ​ອາ​ຊຽນ​ໃນ​ປະຊາ​ຄົມ​ໂລກ, ປະກອບສ່ວນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ລວມຂອງ​ສະຫະ​ສະມາຄົມ.

ພ້ອມ​ກັບ​ພິທີ​ຊັກ​ທຸງ​ອາ​ຊຽນ ນັ້ນ, ວັນ​ທີ 8/8, ຫວຽດນາມ ​ໄດ້​ຈັດ​ງານ​​ໂຮມຊຸມ​ນຸມສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ອາ​ຊຽນຢ່າງ​ສົມ​ກຽດ.

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ອາ​ຊຽນ Le Cong Phung ​ໄດ້​ເນັ້ນ​ໜັກ​ວ່າ ​ໃນ 45 ປີ​ທີ່​ຜ່ານ​ມາ ອາ​ຊຽນ​ ​ໄດ້ມານະ​ພະຍາຍາມ​ຈົດ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​​ເພື່ອຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ - ຄວາມ​ໝັ້ນຄົງ, ສ້າງ​ບັນດາ​ຫຼັກການ​ປະພຶດ​ຕໍ່, ຜ່ານ​ນັ້ນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າໃຈ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ. ອາ​ຊຽນ ​ໄດ້​ສ້າງ​ຕັ້ງ​ສາຍ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ບັນດາ​ຄູ່​ຮ່ວມື​ສຳຄັນ​ໃນ​ໂລກ, ຮັກ​ສາ​ບົດບາດ​​ເປັນ​ເຈົ້າພາບ​ໃນ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ ​ແລະ ລະຫວ່າງ​ພາກ​ພື້ນ. ທ່ານ Le Cong Phung ​ໄດ້​ຢືນຢັນ​​ວ່າ ​ໂດຍແມ່ນ​ສະມາຊິກ​ທີ່​ຕັ້ງໜ້າ, ມີ​ຄວາມ​ຮັບຜິດຊອບ​ຂອງ​ສະຫະສະມາຄົມ, ຫວຽດນາມ ​ໄດ້​ມີ​ບັນດາ​ການ​ປະກອບສ່ວນ​ທີ່​ສຳຄັນ​ໃຫ້​ແກ່​ການ​ເຕີບ​ໂຕ ​ແລະ ​​ເຕີບ​ໃຫຍ່​ຂອງ​ສະຫະ​ສະມາຄົມ.

ຕາງໜ້າ​ບັນດາ​ເອກ​ອັກຄະ​ລັດຖະທູດ ​ແລະ ຜູ້​ຕາງໜ້າ​ທູຕານຸທູດ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ, ທ່ານ​ເອກ​ອັກຄະ​ລັດຖະທູດ​ ບຣຸ​ໄລ ປະຈຳ​ຫວຽດນາມ Dato Mahadi Watli ​​ໄດ້​ຕີ​ລາຄາ​ສູງ​ເລື່ອງ​ຫວຽດນາມ​ ຈັດ​ຕັ້ງ​ພິທີ, ຖື​ວ່າ​ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ອາ​ຊຽນ ຢືນຢັນ​ຄວາມ​ສາມັກຄີ, ​ຮັດ​ແໜ້ນ​ສາຍ​ພົວພັນມິດຕະພາບ​ກວ່າ​ອີກ ​ແລະ ພ້ອມ​ກັນ​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ສ້າງ​ປະຊາ​ຄົມ​ອາ​ຊຽນ.

“​ອາ​ຊຽນພວມ​ຢູ່​ໃນ​ວິວັດ​ການ​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ສ້າງ​ປະ​ສາ​ຄົມໃນ​ປີ 2015. ​ເລື່ອງ​ສ້າງສຳ​​ເລັດ​ປະຊາ​ຄົມ​ຈະ​ຊ່ວຍ​ໃຫ້​ປະຊາຊົນ​ບັນດາ​ປະ​ເທດ​ອາ​ຊຽນ ​ໄດ້​ດຳລົງ​ຊີວິດ​ຢູ່​ໃນ​ສະພາບ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ. ຂ້າພະ​ເຈົ້າ​​ເຊື່ອໝັ້ນ​ວ່າ ບັນດາ​ປະ​ເທດ​ອາ​ຊຽນ ຈະພ້ອມ​ກັນ​ມານະ​ພະຍາຍາມ​​​ເພື່ອ​ປະຕິບັດສຳ​ເລັດ​ຈຸດໝາຍ​ດັ່ງກ່າວ ​ແລະ ຄື​ດັ່ງ​ຄຳ​ເວົ້າ​ຂອງ​ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຫວຽດນາມ Pham Binh Minh ທີ່​ວ່າ: ຫວຽດນາມ ​ພວມ​ປະກອບສ່ວນ​ຢ່າງ​ຕັ້ງໜ້າໃຫ້​ວິວັດ​ການ​ສ້າງ​ປະຊາ​ຄົມ​”.


ການເຄື່ອນໄຫວຕ່າງໆ ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງອາຊຽນ - ảnh 2
ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ ສຸ​ຮິນ ​ພິດສຸວັນ
(ພາບປະກອບ )

ຕອນ​ເຊົ້າ​ວັນ​ທີ 8/8, ພິທີ​ສະ​ເຫຼີ​ມສະຫຼອງ 45 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ອາ​ຊຽນ ຖືກ​ຈັດ​ຕັ້ງ​ຢ່າງ​ສົມ​ກຽດ​ຢູ່​ສຳນັກງານ​ຄະນະ​ເລຂາ​ອາ​ຊຽນທີ່​ນະຄອນຫຼວງ Jakata, ​ແຫ່ງ​ອິນ​ໂດ​ເນ​ເຊຍ. ​ເຂົ້າ​ຮ່ວມ​ພິທີມີ​ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ ສຸ​ຮິນ ​ພິດສຸວັນ, ​ເອກ​ອັກຄະ​ລັດຖະທູດ - ຫົວໜ້າ​ຄະນະ​ຜູ້​ຕ່າງ​ໜ້າ​ບັນດາ​ປະ​ເທດ​ສະມາຊິກອາ​ຊຽນ ​ແລະ ເອກ​ອັກຄະ​ລັດຖະທູດ ບັນດາ​ປະ​ເທດ​ສະມາຊິກອາ​ຊຽນ ປະຈຳ ອິນ​ໂດ​ເນ​ເຊຍ, ເອກ​ອັກຄະ​ລັດຖະທູດ ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ປະຈຳ​ອາ​ຊຽນ.

ກ່າວ​ຄວາມ​ເຫັນ​ໄຂ​ພິທີ, ທ່ານເລຂາທິການ​ໃຫຍ່​ອາ​ຊຽນ ສຸ​ຮິນ ​ພິດສຸວັນ ​ເນັ້ນ​ໜັກ​ວ່າ, ປະຈຸ​ບັນ, ອາ​ຊຽນ​ໄດ້​ຢັ້ງຢືນ​ບົດບາດ​ອັນ​ຕັ້ງໜ້າ, ​ເປັນ​ເຈົ້າ​ການ ​ແລະ ​ໃຈກາງ​ຂອງ​ອາ​ຊຽນ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂຄງ​ປະກອບ​ອາຊີ​ຕາ​ເວັນ​ອອກ​ທີ່​ພວມ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ກໍ່​ຄື​ບົດບາດ​ຂອງ​ອາ​ຊຽນ​ໃນ​ເວທີ​ສາກົນ. ທ່ານເລຂາທິການ​ໃຫຍ່​ອາ​ຊຽນ ສຸ​ຮິນ ​ພິດສຸວັນ ​ໄດ້​ເນັ້ນ​ໜັກ​ວ່າ, ການສະ​ເຫຼີ​ມສະຫຼອງ 45 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ອາ​ຊຽນບໍ່​ພຽງ​ແຕ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ອາ​ຊຽນຢັ້ງຢືນ​ຜົນງານ​ຂອງຕົນ​ເທົ່າ​ນັ້ນ, ຫາກ​ຍັງ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ລັກສະນະ​ເປັນ​ເອກະ​ພາບ, ປັບປຸງ​ຄວາມ​ຕັດສິນ​ໃຈ ​ແລະ ຄວາມ​ເຊື່ອ​ໝັ້ນ​ປະຕິບັດ​ສຳ​ເລັດ​ຈຸດໝາຍ​ລວມ​ແມ່ນ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015, ​ໂດຍ​ຜ່ານ​ການ​ຍູ້​ໄວ​ການ​ປະຕິບັດ​ບັນດາ​ຈຸດໝາຍ​ໃຫຍ່​ໃນ 3 ​ເສົາ​ຄ້ຳ ການ​ເມືອງ - ຄວາມ​ໝັ້ນຄົງ, ​ເສດຖະກິດ ​ແລະ ວັດທະນະທຳ​ສັງຄົມ, ພິ​ເສດ​ແມ່ນ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ​ເສດຖະກິດ​ພາຍ​ໃນ​ກຸ່ມ, ​ເຊື່ອມ​ຕໍ່ ​ແລະ ​ເຊື່ອມ​ໂຍງ​ອາ​ຊຽນ, ຮັດ​ແຄບ​ຊ່ອງ​ຫວ່າງ, ພັດທະນາ​ຢ່າງ​ໝັ້ນຄົງ ​ແລະ ສະໝຳ່ສະ​ເໝີ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ, ຜ່ານ​ນັ້ນ​ຍົກ​ສູງ​ທີ່​ຕັ້ງ ​ແລະ ບົດບາດ​ຂອງ​ອາ​ຊຽນ, ປະກອບສ່ວນ​ປົກ​ປັກ​ຮັກສາ​ສັນຕິພາບ, ຄວາມ​ໝັ້ນຄົງ, ການ​ຮ່ວມ​ມື, ພັດທະນາ ​ແລະ ຄວາມວັດ​ຖະນາ​ຖາວອນ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.
ການເຄື່ອນໄຫວຕ່າງໆ ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງອາຊຽນ - ảnh 3
ພິທີຊັກທຸງ ອາຊຽນ ຢູ່ ລາວ
(ພາບ: Hoang Chuong/ Vietnam+)

ພ້ອມ​ກັບ​ປະຊາ​ຄົ​ມບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ, ວັນ​ທີ 7/8, ກະຊວງ​ການ​ຕ່າງປະ​ເທດ ລາວ ​ໄດ້​ຈັດ​ຕັ້ງ​ງານ​ໂຮມ​ຊຸມນຸມ​​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ອາ​ຊຽນ. ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ ມີ​ຜູ້ຕາງໜ້າ​ຄະນະ​ທູຕານຸ​ທູດ​ປະ​ເທດຕ່າງໆ, ບັນດາ​ອົງການ​ສາກົນ​ປະຈຳ​ລາວ. ທີ່​ພິທີ​ໂຮ​ມຊຸມນຸມ​, ທ່ານ​ຮອງ​ນາຍົກລັດຖະມົນຕີ ລາວ, ທັງ​ເປັນ​ລັດຖະ​ມົນຕີ​ການ​ຕ່າງປະ​ເທ​ດ ລາວ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ທົບ​ທວນຄືນ​ໄລຍະປະຫວັດສາດ 45 ປີຜ່ານ​ມາ​ຂອງອາ​ຊຽນ. ​​ໂດຍໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 8/8/1967, ອາ​ຊຽນ ​ໄດ້​ຍູ້​ໄວ​ລະດັບ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ ​ແລະ ພັດທະນາ​ວັດທະນະທຳ - ສັງຄົມ​ ​ໃນ​ພາກ​ພື້ນ. ບັນດາ​ປະ​ເທດ ອາ​ຊຽນ ​ໄດ້​ຮັບຮອງ​ເອົາ​ບັນດາ​ຄວາມ​ມານະ​ພະຍາຍາມ​ລວມ ບົນ​ຈິດ​ໃຈ​ສະ​ເໝີ​ພາບ ​ແລະ ພົວພັນ​ຄູ່​ຮ່ວມ​ມື ​ໄດ້​ກາຍ​ເປັນ​ພື້ນຖານ​ໃຫ້​ແກ່​ປະຊາ​ຄົມ​ວັດທະ​ນາ​ຖາວອນ ​ແລະ ສັນ​ຕິ​ພາບ​ຂອງ ອາຊີ ຕາ​ເວັນ​ອອກ​ສ່ຽງ​ໃຕ້.

​ເນື່ອງ​ໃນ​ໂອກາດ​ນີ້, ລາວ ​ກໍໄດ້​ຈັດ​ຕັ້ງ​ກາ​ນ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຄື: ​ເສັງຊອກ​ຮູ້​ປະຊາ​ຄົມ ອາ​ຊຽນ, ​ແຂ່ງ​ຂັນ​ກິລາ ​ແລະ ຈັ​ດຕັ້ງ​ພິທີ​ຊັກ​ທຸງ ອາ​ຊຽນ.



ຂ່າວ/ບົດ​ອື່ນ