ການເຄື່ອນໄຫວຕ່າງໆ ອາໄລຫາທ່ານພົນເອກ ຫວໍ້ງວຽນຢາບຢູ່ພາຍໃນ ແລະ ຕ່າງປະເທດ

ການເຄື່ອນໄຫວຕ່າງໆ ອາໄລຫາທ່ານພົນເອກ ຫວໍ້ງວຽນຢາບຢູ່ພາຍໃນ ແລະ ຕ່າງປະເທດ - ảnh 1
ຕົ້ນ​ໄຮ​ເຕິ​ນຈ່າວ

 (ພາບ: tamnhin.net)

 (vovworld)-​​​​ ​ ຕອນ​ບ່າຍວັນ​ທີ 7/10, ຢູ່​ບ້ານ​ວັດທະນະທຳ​ເມືອງ​ເຕີນ​ເລິບ, ຕາ​ແສງ​ເຕິ​ນຈ່າວ, ​ເມືອງ​ເຊີນ​ເຢືອງ, ​ແຂວງ​ຕວຽນ​ກວາງ, ອົງຄະ​ນະ​ພັກ ​ແລະ ປຊຊ ຕາ​ແສງ​ເຕິ​ນຈ່າວ, ​ເມືອງ​ເຊີນ​ເຢືອງ, ​ແຂວງ​ຕວຽນ​ກວາງ ​ໄດ້​ຕັ້ງ​ແທ່ນ​ບູຊາທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ​ເພື່ອ​ໃຫ້ ປຊຊ ບັນດາ​ເຜົ່າ​ໃນ​ບໍລິ​ເວນ​ຕາ​ແສງ ​ແລະ ທ້ອງ​ຖິ່ນ​ອ້ອມ​ແອ້ມ​ມາ​ໄຫ້​ວອາ​ໄລ ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ.

  ​ເຕິ​ນຈ່າວ ​ແມ່ນ​ບ່ອນທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ​ເຄີຍ​ຢູ່​ອາ​ໄສ ​ແລະ ​ເຮັດ​ວຽກ, ພິ​ເສດ​ແມ່ນ​ແຕ່​ເດືອນ 5 ຫາ​ເດືອນ 8/1945 ຊື່​ງ​ແມ່ນ​ໄລຍະ​ກະກຽມ​ການ​ລຸກ​ຮຶ້ຂຶ້ນ​ຂະໜາດ​ໃຫ່ຍຍາດ​ເອົາ​ອຳນາດ​ການ​ປົກຄອງ​ໃນ​ທົ່ວ​ປະ​ເທດ. ຢູ່​ໃຕ້ກົກ​ໄຮເຕິ​ນຈ່າວ, ວັນ​ທີ 16/8/1945, ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ​ໄດ້​ອ່ານ​ຄຳ​ສັ່ງ​ ​ເລກທີ 1 ​ ຂອງກອງທັບ ແລະ ຫຼັງ​ຈາກ​ນັ້ນ​ໄດ້​ນຳ​ໜ້າ​ກອງ​ທະຫານ​ບຸກ​​ໂຈມ​ຕີເຂົ້າ​ ຍາດ​ເອົາ​ອຳນາດ​ການ​ປົກຄອງຢູ່ ເທດສະບານ​ເມືອງ​ທາຍ​ງວຽນ ​​ແລ້ວ​ບຸກ​ເຂົ້າຮ່າ​ໂນ້ຍ.

ການເຄື່ອນໄຫວຕ່າງໆ ອາໄລຫາທ່ານພົນເອກ ຫວໍ້ງວຽນຢາບຢູ່ພາຍໃນ ແລະ ຕ່າງປະເທດ - ảnh 2
(ພາບ: voatiengviet.com)

   ​ໃນ​ວັນ​ດຽວກັນ, ຢູ່​ປາຣີ, ​ໄດ້​ຈັດ​ພິທີ​ພິ​ເສດ​ອາ​ໄລ​ຫາທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເຢືອງ​ຈິ​ຢຸງ, ​ເອກ​ອັກຄະ​ລັດຖະທູດ​ຫວຽ​ດນາມ ປະຈຳ​ຝະລັ່ງ ຢືນຢັນ​ວ່າ: ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ​ເຖິງ​ແກ່​ມໍລະນະ​ກຳ​ແມ່ນ​ຄວາມ​ເສຍ​ຫາຍອັນ​ໃຫ່ຍຫຼວງ​ສຳລັບທົ່ວ​ພັກ, ລັດ​ ​ ​ແລະ ປຊຊ ຫວຽດນາມ. ສ່ວນ​ທ່ານ Pierre ​ເຂ​ຂາ​ທີ​ໜຶ່ງ​ທົ່ວ​ປະ​ເທດ​ ພັກ​ກອມ​ມູນິດຝະລັ່ງ ​ເນັ້ນໜັກ​ວ່າ: ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ​ແມ່ນ​ຜູ້ນຳ​ພາ​ກອງທັບ ປຊຊ ຫວຽດນາມ ສ້າງ​ເປັນ​ປະຫວັດສາດ, ຢຸດຕິ​ສົງຄາມ, ຍາກ​ເອົາ​ສັນຕິພາບ​ມາໃຫ້​ປະ​ເທດ​ຫວຽດນາມ:

   “​ບັນດາ​ຄຸນຄ່າ​ທີ່​ທ່ານພົນ​ເອກ​ຫວໍ້​ງວຽນ​ຢາ​ບ ​​ໄດ້ສະຫງວນ​ຕະຫຼອດ​ຊີວິດ​ເພື່ອ​ຮັກສານັ້ນຈະ​ສືບ​ຕໍ່​ໄດ້​ຮັບ​ການ​ແຜ່​ລາມ​ອອກ​ຢ່າງກ້ວາງຂວາງ. ພັກ​ອມມູນິດ​ຝະລັ່ງ ພ້ອມ​ດ້ວຍ ປຊຊ ຜູ້​ຮັກຫອມ​ສັນຕິພາບ​ຝະລັ່ງ ຈະ​ພ້ອມ​ກັນ​ແບ່ງປັນຄວາມ​ເສຍ​ຫາຍ​ອັນ​ໃຫ່ຍຫຼວງ​ນີ້ກັບ ປຊຊ ຫວຽດນາມ “.

   ​ ໃນ​ຊຸມ​ມື້​ນີ້, ປະຊາ​ຄົມ​ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ຕ່າງປະ​ເທດ​ກໍ່ມຸ້ງ​ໄປ​ສູ່​ບ້ານ​ເກີດ​ເມືອງ​ນອນ, ອາ​ໄລ​ຫາທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ. ປ້າ​ຫງວຽນ​ທິ​ເນືອງ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ນະຄອນຫຼວງ​ວຽງ​ຈັນ-​ລາວ ​ແບ່ງປັນ​ວ່າ:

   “ພວກ​ຂ້າພະ​ເຈົ້າ​ຜູ້ໄດ້​ຮັບ​ການ​ກຳ​ເນີດຢູ່​ລາວ​ມີ​ຄວາມ​ປາດ​ຖະໜາ​ຢາກ​ກັບ​ເມືອປະ​ເທດ​ເພື່ອ​ໄຫ້​ວອາ​ໄລ​ທ່ານ​ພົນ​ເອກ​ແຕ່​ບໍ່​ສາມາດ​ກັບ​ເມືອ​ໄດ້. ຂໍສະ​ແດງ​ຄວາມ​ເສົ້າສະຫຼົດ​ໃຈ​ມາ​ຍັງ​ຄອບຄົວ, ມາ​ຍັງ​ບ້ານ​ເກີດເມືອງ​ນອນ. ພວກຂ້າພະ​ເຈົ້າມີ​ຄວາມ​ເຄົາລົບ​ນັບຖື ​ແລະ ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ທ່ານ​ພົນ​ເອກ. ຍາມ​ໃດ, ປຊຊ ທຸກ​ຄົນຢູ່​ທີ່​ນີ້​ກໍ່​ຄິດ​ຮອດ​ຄິດ​ເຖິງ​ບ້ານ​ເກີດ​ເມືອງ​ນອນ ​ແລະ ປະ​ເທດ​ຊາດ“.

  ຢູ່ກຳ​ປູ​ເຈຍ, ຕາມ​ທ່ານ​ເຈົາວັນ​ຈີ, ປະທານ​ສະມາຄົມ​ຊາວກຳປູ​ເຈຍ ​ເຊື້ອ​ຊາດ​ຫວຽດນາມ ​ແລ້ວ, ທາງ​ສະມາຄົມ​ຈະ​ຈັດການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອ​ອາ​ໄລ​ຫາທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ກໍ່​ຄືຈະ​ພົວພັນ​ກັບ​ສະຖານທູດ​ຫວຽດນາມ ປະຈຳ​ກຳປູ​ເຈຍ ​ເພື່ອ​ຈັດ​ພິທີຊາ​ປະ​ນະ​ກິດ​ສົບທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ​​ເພື່ອ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ກຳ​ປູ​ເຈຍ ​ມາ​ໄຫ້​ວອາ​ໄລ​ເພິ່ນ./.

 

 

ຂ່າວ/ບົດ​ອື່ນ